ປະກາດຮັບຮອງ 12 ບ້ານເມືອງແກ້ວອຸດົມ ເປັນບ້ານວັດທະນະທຳ

ພິທີປະກາດຮັບຮອງເອົາ 12 ບ້ານຢູ່ ເມືອງແກ້ວອຸດົມ ເປັນບ້ານວັດທະນະທຳຈັດຂຶ້ນໃນວັນທີ 13 ກັນຍາ 2022 ພາຍໃຕ້ການເປັນປະທານຂອງທ່ານ ທອງສະຫວັນ ວົງສຳພັນ ຮອງເລຂາພັກແຂວງວຽງຈັນ, ມີ ທ່ານ ພັນທະນາສອນ ພິນພັກດີ ຄະນະພັກ, ຄະນະກົມສິລະປະ-ວັດທະນະທຳກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ທ່ານ ແສງແກ້ວ ສູນທະວົງສາ ຮອງຫົວໜ້າພະແນກ ຖວທ ແຂວງວຽງຈັນ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ນາງ ຄູນຄຳ ຫລວງອາໄພ ເລຂາພັກບ້ານ, ນາຍບ້ານຖິ່ນແກ້ວ ໄດ້ໃຫ້ຮູ້ວ່າ: ຜ່ານການນຳພາ-ຊີ້ນຳ ຂອງຄະນະຮັບຜິດຊອບ ການສ້າງຄອບຄົວ ແລະ ສ້າງບ້ານວັດທະ ນະທຳ ສາມາດປະເມີນ ຮອບທີ l, ຮອບທີ ll ແລະ ຮອບທີ lll ສຳເລັດ ເຊິ່ງເຫັນວ່າທັງ 12 ບ້ານ ສາມາດຮັບຮອງເປັນບ້ານວັດທະນະທຳໄດ້, ໃນນີ້ ຮັບຮອງເປັນບ້ານວັດທະນະທຳ ຮອບທີ l ຈຳນວນ 2 ບ້ານ,ຮອບທີ ll ຈຳນວນ 6 ບ້ານ ແລະຮອບທີ lll ຈຳນວນ 4 ບ້ານ, ໃນ 12 ບ້ານທີ່ຖືກຮັບຮອງມີພົນລະເມືອງທັງໝົດ 8.980 ຄົນ, ຍິງ 4.562 ຄົນ, ມີ 1.769 ຄອບຄົວ ໃນນັ້ນ, ສາມາດປະເມີນໄດ້ຕາມມາດຖານທັງໝົດ 1.700 ຄອບຄົວ,ບໍ່ໄດ້ມາດຖານ 69 ຄອບຄົວ, ປະຊາຊົນສ່ວນຫລາຍມີອາຊີບເປັນຊາວກະສິກອນກວມ 70%, ເປັນນັກທຸລະກິດ 10%, ເປັນພະນັກງານກວມ 20% ເຊື່ອຖືສາດສະໜາພຸດ, ມີພື້ນຖານທີ່ໝັ້ນຄົງ, ມີຄວາມພຽບພ້ອມໃນການພັດທະນາ ແລະ ການສົ່ງ ເສີມການຜະລິດເປັນສິນຄ້າເຊັ່ນ: ປູກຝັງ-ລ້ຽງສັດ, ຫັດຖະກຳ, ອຸດສາຫະກຳ, ຄ້າຂາຍ ແລະ ບໍລິການອື່ນໆ.

ໂອກາດນີ້, ທ່ານ ທອງສະຫວັນ ວົງສຳພັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ 12ບ້ານ ທີ່ຖືກຮັບຮອງເປັນບ້ານວັດທະນະທຳທັງຮອບທີ l ຮອບທີ ll ແລະຮອບທີ lll, ພ້ອມທັງເນັ້ນໃຫ້ຜູ້ຮັບຜິດຊອບຊີ້ນຳການສ້າງບ້ານວັດທະທຳຂອງເມືອງສືບຕໍ່ກໍ່ສ້າງບ້ານທີ່ຍັງບໍ່ໄດ້ໃຫ້ໄດ້ຮັບການຮັບຮອງໃນຕໍ່ໜ້າ ແລະບ້ານທີ່ໄດ້ຮັບຮອງແລ້ວໃຫ້ຮັກສາມູນເຊື້ອບ້ານວັດທະນະທຳນີ້ໄວ້ໃຫ້ໝັ້ນຄົງຕະຫລອດໄປ.