ທົບທວນການຮ່ວມມືລັດຖະບານລາວ ແລະອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ

ໃນຕອນເຊົ້າຂອງວັນທີ 13 ກັນຍາ 2022 ທີ່ ນະຄອນຫລວງວຽງຈັນ, ໄດ້ຈັດກອງປະຊຸມທົບທວນຄືນການຮ່ວມມືລະຫວ່າງລັດຖະບານ ສປປ ລາວ ກັບຄະນະກຳມະການຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ(ອສບລ) ຄັ້ງທີ IV ຢ່າງເປັນທາງການ. ພາຍໃຕ້ການເປັນປະທານຂອງທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານເຈົ້າແຂວງ, ຮອງເຈົ້າແຂວງໃນຂອບເຂດທົ່ວປະເທດ ແລະບັນດາຮອງລັດຖະມົນຕີອ້ອມຂ້າງສູນກາງພ້ອມຄະນະເຂົ້າຮ່ວມຫລາຍກ່ວາ 230 ທ່ານ.

ໂອກາດນີ້, ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານ ອສບລ ກ່າວວ່າ: ສະພາບການຮ່ວມມືລະຫວ່າງລັດຖະບານລາວກັບ ອົງການດັ່ງກ່າວ ໃນໄລຍະ 04 ປີຜ່ານມາ (2018-2021) ເຫັນໄດ້ຈຸດດີຂອງບັນດາໂຄງການຊ່ວຍເຫລືອຕ່າງໆ ເຊິ່ງສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ພໍສົມຄວນ, ບັນດາໂຄງການຊ່ວຍເຫລືອສ່ວນໃຫຍ່ແມ່ນຕິດພັນກັບທ້ອງຖິ່ນ ແລະຂະແໜງການທີ່ກ່ຽວຂ້ອງ, ມີຊ່ຽວຊານທີ່ມີບົດຮຽນໃນວຽກງານການພັດທະນາກໍຄືການຊ່ວຍເຫລືອດ້ານມະນຸດສະທຳ ແລະການເຮັດວຽກກັບຊຸມຊົມໂດຍກົງ, ມີວິທີການຊຸກຍູ້ໃຫ້ປະຊາຊົນມີສ່ວນຮ່ວມ ໃນການພັດທະນາຊຸມຊົນກໍຄືການສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ແກ່ຊຸມຊົນ ແລະອື່ນໆ. ນອກຈາກນັ້ນ, ອສບລ ສ່ວນໃຫຍ່ແມ່ນສາມາດນຳໃຊ້ທຶນບໍ່ຫລາຍແຕ່ໄດ້ປະກອບສ່ວນເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນເທື່ອລະກ້າວ.

ໂດຍເຫັນໄດ້ບົດບາດດັ່ງກ່າວ, ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໄດ້ເປີດໂອກາດໃຫ້ ອສບລ ເຂົ້າມາມີສ່ວນຮ່ວມ ແລະປະກອບສ່ວນເຂົ້າໃນວຽກງານການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ນັບມື້ນັບເພີ່ມຂຶ້ນ, ມາເຖິງປັດຈຸບັນມີ 151 ອົງການ ທີ່ພວມຈັດຕັ້ງປະຕິບັດບັນດາໂຄງການຢູ່ເກືອບທຸກແຂວງໃນຂອບເຂດທົ່ວປະເທດ, ກວມເອົາຫລາຍຂະແໜງການ ເຊັ່ນ: ຂະແໜງສາທາລະນະສຸກ, ສຶກສາທິການ ແລະກິລາ, ແຮງງານ ແລະ ສະຫວັດດີການສັງຄົມ (ກວມເອົາວຽກງານສີມືແຮງງານ, ເກັບກູ້ລະເບີດ, ຄົນພິການ, ໄພພິບັດ ແລະວຽກງານສຸກເສີນ), ກະສິກຳ ແລະປ່າໄມ້ ແລະ ອື່ນໆ. ຄຽງຄູ່ກັນນັ້ນ, ປະທານ ອສບລ ຍັງໄດ້ຍົກໃຫ້ເຫັນ ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ໃນການຮ່ວມມື ແລະຈັດຕັ້ງປະຕິບັດໂຄງການໄລຍະຜ່ານມາໂດຍສະເພາະແມ່ນຂອດຂອງການປະສານງານລະຫວ່າງພາກລັດກັບອົງການ ຍັງບໍ່ໂລ່ງລ່ຽນ, ການດຳເນີນເອກະສານບາງໂຄງການໃຊ້ເວລາດົນຍັງບໍ່ທັນປະຕິບັດຕາມລະບຽບຂັ້ນຕອນ ເຊັ່ນ: ການປຶກສາຫາລື ກ່ອນຂຽນບົດສະເໜີໂຄງການຍັງບໍ່ທັນເຮັດໄດ້ດີ, ບາງໂຄງການບໍ່ໄປຕາມບູລິມະສິດຂອງຂະແໜງການ ແລະທ້ອງຖິ່ນເທົ່າທີ່ຄວນ.

ກອງປະຊຸມ ຄັ້ງນີ້ຍັງໄດ້ຮັບຟັງການປະກອບຄຳຄິດຄຳເຫັນຈາກການນຳຂອງຂະແໜງການ ແລະທ້ອງຖິ່ນຢ່າງກົງໄປກົງມາ ເພື່ອເຮັດໃຫ້ການຄຸ້ມຄອງ ອສບລ ແລະ ການຈັດຕັ້ງປະຕິບັດໂຄງການຊ່ວຍເຫລືອຂອງ ອສບລ ມີປະສິດທິພາບ ແລະປະສິດທິຜົນກ່ວາເກົ່າ. ພ້ອມກັນນັ້ນ, ຍັງໄດ້ປຶກສາຫາລືກ່ຽວກັບບັນຫາຕ່າງໆເພື່ອກະກຽມໃຫ້ແກ່ກອງປະຊຸມຮ່ວມກັບສາກົນໃນວັນທີ 14 ກັນຍານີ້.
ຂ່າວ: ສຸກສະຫວັດ ພາບ: ຂັນໄຊ