ສະມາຄົມກາເຟລາວໄດ້ຮັບອຸປະກອນ ຮັບໃຊ້ຫ້ອງທົດລອງຈາກໂຄງການ ຄລີນໂປຣເຈັກ

ພິທີເຊັນສັນຍາມອບ-ຮັບ ການຊ່ວຍເຫຼືອຈາກໂຄງການສ້າງຄວາມເຊື່ອມໂຍງເພື່ອຂະຫຍາຍເຄືອຂ່າຍກະສິກຳ ຫຼືຄລີນ ໂປຣເຈັກ(clean projact) ໃຫ້ແກ່ສະມາຄົມກາເຟລາວ ເພື່ອປັບປຸງຍົກລະດັບຫ້ອງທົດລອງກາເຟ ຈັດຂຶ້ນໃນວັນທີ 12 ກັນຍາ ຜ່ານມາ, ເຊັນມອບໂດຍ ທ່ານ ອາເຫລັກ ດາຮານ(Alek dahan) ອຳນວຍການໂຄງການ clean project ແລະເຊັນຮັບໂດຍທ່ານ ນາງ ບຸນເຮືອງ ແຄຣໍລິດດັງ ປະທານສະມາຄົມກາເຟລາວ,ທ່ານ ແສງຈັນ ຄຳມູນທາ ຮອງປະທານສະມາຄົມກາເຟລາວ ໂດຍມີ ທ່ານ ສົມລິດ ວິລະວົງ ຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງຈຳປາສັກ, ມີຫົວໜ້າຫ້ອງການ ແລະພະນັກງານສະມາຄົມກາເຟລາວເຂົ້າຮ່ວມ.

ອຸປະກອນຫ້ອງທົດລອງທີ່ສະມາຄົມກາເຟລາວໄດ້ຮັບໃນຄັ້ງນີ້ລວມມູນຄ່າທັງໝົດ 19.768 ໂດລາສະຫາລັດ ຫລື ປະມານ 292 ລ້ານກວ່າກີບ ເພື່ອຊ່ວຍໃນການປັບປຸງຫ້ອງທົດລອງ (LABORATORY) ໃຫ້ໄດ້ມາດຖານສະຖາບັນຄຸນນະພາບກາເຟສາກົນ (CQI: Coffee Quality Institute) ເພື່ອສ້າງຄວາມເຂັ້ມແຂງໃນຂະແໜງກາເຟລາວ, ເປັນການຊຸກຍູ້ສົ່ງເສີມສະມາຄົມກາເຟລາວເປັນໃຈກາງໃຫ້ແກ່ຊາວສວນເພື່ອພັດທະນາ, ວິໄຈ ຄຸນນະພາບກາເຟ ແລະຕໍ່ຍອດຄຸນຄ່າກາເຟໃຫ້ສູງຂຶ້ນ, ຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກເພື່ອຂະຫຍາຍຕະຫລາດພາຍໃນ ແລະຕ່າງປະເທດ.

ໂອກາດນີ້, ທ່ານ ນາງ ບຸນເຮືອງ ແຄຣໍລິດດັງ ໄດ້ໄດ້ສະແດງຄວາມຂອບໃຈມາຍັງໂຄງການສ້າງຄວາມເຊື່ອມໂຍງເພື່ອຂະຫຍາຍເຄືອຂ່າຍກະສິກຳທີ່ໃຫ້ການຊ່ວຍເຫລືອໃນຄັ້ງນີ້ເຊິ່ງເປັນການປະກອບສ່ວນສຳຄັນໃນການຍົກລະດັບຫ້ອງທົດລອງຂອງສະມາຄົມກາເຟລາວໃຫ້ສູງຂຶ້ນ ແລະ ມີຄຸນນະພາບ. ພ້ອມທັງຢືນຢັນວ່າຈະນຳພາພະນັກງານປົກປັກຮັກສາ ແລະນຳໃຊ້ອຸປະກອນທີ່ໄດ້ຮັບໃນຄັ້ງນີ້ໃຫ້ມີປະສິດທິພາບ, ນຳໃຊ້ໄດ້ຍາວນານ ແລະເກີດປະໂຫຍດສູງສຸດ.
ຂ່າວ: ເກດສະໜາ