ມອບ-ໂອນ ຄະນະພັກຮາກຖານອົງການກາແດງລາວຂຶ້ນກັບ ຫສນຍ

ພິທີມອບ-ໂອນ ຄະນະພັກຮາກຖານອົງການກາແດງແຫ່ງຊາດລາວຈາກອົງຄະນະພັກກະຊວງແຮງງານ ແລະສະຫວັດການສັງຄົມ (ຮສສ) ໄປຂຶ້ນກັບອົງຄະນະພັກ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດຂຶ້ນໃນວັນທີ 13 ກັນຍາ 2022 ຢູ່ທີ່ເຮືອນຮັບແຂກກະຊວງ ຮສສ, ໂດຍການລົງນາມມອບ-ໂອນ ລະຫວ່າງ ສະຫາຍນາງ ໃບຄໍາ ຂັດທິຍະ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ ຮສສ ແລະສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ເລຂາຄະນະພັກ ຫສນຍ, ມີຄະນະພັກທັງສອງພາກສ່ວນເຂົ້າຮ່ວມ. ທັງນີ້ ເປັນການປະຕິບັດຕາມແຈ້ງການຂອງ ຄະນະຈັດຕັ້ງສູນກາງພັກ.

ໃນໂອກາດນີ້, ສະຫາຍ ດຣ ສິງ ເມໂນລາດ ເລຂາຄະນະພັກຮາກຖານອົງການກາແດງແຫ່ງຊາດລາວໄດ້ລາຍງານໃຫ້ຮູ້ວ່າ: ຄະນະພັກອົງການກາແດງແຫ່ງຊາດລາວ ປະກອບມີ 4 ຫນ່ວຍພັກຂຶ້ນກັບຄື: ຫນ່ວຍພັກຫ້ອງການ, ຫນ່ວຍພັກບັນເທົາທຸກ, ຫນ່ວຍພັກສົ່ງເສີມສຸຂະພາບ ແລະ ໂຄສະນາຂົນ ຂວາຍການກຸສົນ ແລະຫນ່ວຍພັກສູນເລືອດແຫ່ງຊາດ. ໃນໄລຍະ 6 ປີຜ່ານມາການນໍາພາຈັດຕັ້ງປະຕິບັດວຽກງານແຕ່ລະດ້ານແມ່ນມີທັງສິ່ງອໍານວຍ ແລະເງື່ອນໄຂສະດວກ, ພ້ອມທັງມີສິ່ງທ້າທາຍຫຍຸ້ງຍາກ ແຕ່ດ້ວຍຄວາມເອົາໃຈໃສ່ຊີ້ນໍາ-ນໍາພາ ຢ່າງໃກ້ຊິດຂອງບັນດາຫນ່ວຍພັກດ້ວຍນໍ້າໃຈບຸກທະລຸຂອງສະມາຊິກພັກ-ພະນັກງານ ທຸກສະຫາຍເຮັດໃຫ້ສາມາດຜ່ານຜ່າສິ່ງທ້າທາຍຕ່າງໆ ແລະສາມາດຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະຫນ້າທີ່ການເມືອງຂອງຕົນ ຈົນມີຜົນສໍາເລັດເລື້ອຍມາ.

ໃນໂອກາດດຽວກັນ, ສະຫາຍ ນາງ ໃບຄໍາ ຂັດທິຍະ ແລະສະຫາຍ ອາລຸນໄຊ ສູນນະລາດ ຕ່າງກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ແລະການເຄື່ອນໄຫວຫນ້າທີ່ການເມືອງຂອງຄະນະພັກອົງການກາແດງ ແຫ່ງຊາດລາວ ໃນໄລຍະຜ່ານມາ, ພ້ອມທັງເນັ້ນໃຫ້ຄະນະພັກສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ຂອງພະນັກງານ-ສະມາຊິກພັກ ໃຫ້ມີຄຸນທາດການເມືອງຫນັກແຫນ້ນ, ມີຄຸນສົມບັດສິນທໍາປະຕິວັດ ແລະມີຄວາມເຊື່ອຫມັ້ນຕໍ່ການນໍາພາຂອງພັກເພື່ອເຮັດສໍາເລັດຫນ້າທີ່ທີ່ຖືກມອບຫມາຍ.