ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຮົງກາຣີ ຄົບຮອບ 60 ປີ

ໃນວັນທີ 12 ກັນຍາ 2022, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ຣົງກາຣີ ປະຈຳລາວ, ໄດ້ຈັດພິທີສະເຫຼີມສະຫຼອງ ຄົບ ຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຮົງກາຣີ ຂຶ້ນຢ່າງເປັນທາງການ ທີ່ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ຊານດໍ້ ຊີໂພສ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ຮົງກາຣີ ປະຈໍາ ສປປ ລາວ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາທູຕານຸທູດປະຈໍາ ສປປ ລາວ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ສະເຫລີມໄຊ ກົມມະສິດ ແລະ ທ່ານ ຊານດໍ້ ຊີໂພສ ໄດ້ກ່າວຄໍາເຫັນສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດແຫ່ງການພົວພັນຮ່ວມມືໃນໄລຍະ 60 ປີຜ່ານມາ ລະຫວ່າງ ສອງລັດຖະບານ ກໍຄື ປະຊາຊົນສອງຊາດ ລາວ-ຮົງກາຣີ. ໃນໄລຍະໃໝ່ນີ້ ການພົວພັນຮ່ວມມືລະຫວ່າງ ສອງປະເທດ ແມ່ນມີບາດກ້າວຂະຫຍາຍຕົວຕໍ່ເນື່ອງ, ໄດ້ມີການແລກປ່ຽນຢ້ຽມຢາມຂອງຄະນະຜູ້ແທນ ໃນລະດັບຕ່າງໆຢ່າງປົກກະຕິ ທັງພາກລັດ ແລະ ເອກະຊົນ. ການຮ່ວມມືໃນຂົງເຂດຕ່າງໆ ໄດ້ຮັບການຮັດແໜ້ນ, ສອງປະເທດມີຄວາມເຊື່ອໝັ້ນ ແລະ ສືບຕໍ່ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ບົນພື້ນຖານການເປັນປະເທດຄູ່ຮ່ວມມືຍຸດທະສາດ. ນອກນັ້ນ, ການພົວພັນຮ່ວມມືຂອງສອງປະເທດ ຍັງສືບຕໍ່ເສີມຂະຫຍາຍໃນຫລາຍດ້ານ ເຊັ່ນ: ດ້ານການເງິນ, ເສດຖະກິດ-ການຄ້າ, ການສຶກສາ, ກະສິກຳ, ວັດທະນະທຳ, ການທ່ອງທ່ຽວ ແລະ ດ້ານອື່ນໆ ເຊິ່ງເປັນການປະກອບສ່ວນ ທີ່ສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແຕ່ຍາວນານນັ້ນມີຄວາມໝັ້ນຄົງໜັກແໜ້ນ ແລະ ມີໝາກຜົນຕົວຈິງຍິ່ງໆຂຶ້ນ. ໂອກາດດຽວກັນນີ້, ທັງສອງຝ່າຍ ກໍ່ໄດ້ສະແດງຄວາມມຸ່ງຫວັງທີ່ຈະສືບຕໍ່ເສີມສ້າງ ແລະ ຮັດແໜ້ນສາຍພົວພັນຮ່ວມມືທີ່ດີໃນປັດຈຸບັນ ລະຫວ່າງສອງປະເທດ ໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນສູ່ລະດັບໃໝ່ໃນຕໍ່ໜ້າ ແລະ ພິທີສະເຫລີມສະຫລອງໃນຄັ້ງນີ້ ແມ່ນເຕັມໄປດ້ວຍບັນຍາກາດ ແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ.

ການສະເຫລີມສະຫລອງຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຮົງກາຣີ ໃນຄັ້ງນີ້, ສອງຝ່າຍ ຍັງຈັດຫລາຍກິດຈະກຳຮ່ວມກັນ ເພື່ອສ້າງໃຫ້ມີຂະບວນການຟົດຟື້ນ ເປັນຕົ້ນແມ່ນ ຈັດພິທີປູກຕົ້ນໄມ້ມິດຕະພາບ ລາວ-ຮົງກາຣີ ຢູ່ສວນສາທາລະນະເຈົ້າອານຸວົງ ແລະ ຈັດກິດຈະກຳເເຂ່ງຂັນກິລາຕີດອກປີກໄກ່ມິດຕະພາບ ເພື່ອເປັນການຮັດແໜ້ນຄວາມສາມັກຄີ ແລະ ເສີມສ້າງສາຍພົວພັນມິດ ຕະພາບ ລາວ-ຮົງກາຣີ ເຊິ່ງການແຂ່ງຂັນແມ່ນເຕັມໄປດ້ວຍບັນຍາກາດ ແຫ່ງໄມຕີຈິດມິດຕະພາບ ແລະ ເບີກບານມ່ວນຊື່ນ ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ລາວ-ຮົງກາຣີ ທີ່ມາມີຢ່າງຍາວນານ.

ຂ່າວ: ກິຕາ ພາບ:ໄອຄຳ