8 ເດືອນນັກທ່ອງທ່ຽວວັງວຽງ 52 ພັນກວ່າຄົນ

ວັງວຽງເມືອງທ່ອງທ່ຽວຍອດນິຍົມບໍ່ວ່າຈະເປັນລະດູການໃດກໍ່ຕາມນັກທ່ອງທ່ຽວໃຫ້ຄວາມສົນໃຈ ແລະນິຍົມກັນດີໂດຍສາມາດເບິ່ງຕົວເລກການເພີ່ມຂຶ້ນແຕ່ລະເດືອນ ໂດຍສະເພາະປີນີພຽງ 8 ເດືອນລວມຕົວເລກນັກທ່ອງທ່ຽວ 52.006 ຄົນ.

ວັງວຽງແຂວງວຽງຈັນຖືເປັນເມືອງທ່ອງທ່ຽວທີ່ຕິດພັນທາງທຳມະຊາດ ແລະ ພູຜາສວຍງາມ ແລະຕະຫຼອດໄລຍະຜ່ານມາທາງພາກສວນກ່ຽວຂ້ອງກໍ່ແມ່ນໄດ້ເອົາໃຈໃສ່ປະຕິບັດເຂັ້ມງວດໃນການເຂົ້າອອກ ແລະ ກົດລະບຽບຊຶ່ງໃຫ້ແຂກພາຍໃນ ແລະ ຕ່າງປະເທດໃຫ້ຄວາມສົນໃຈຕະຫຼອດມາ ແລະ ມາຮອດປະຈຸບັນມີເສັ້ນທາງທີ່ໄປມາມີຄວາມສະດວກໃນການໄປມາງ່າຍຂື້ນບໍ່ວ່າຈະທາງດ່ວນ ແລະທາງລົດໄຟເຮັດໃຫ້ແຂກນັກທ່ອງທ່ຽວຕົວເລກເພີ່ມຂຶ້ນທຸກເດືອນ ຊຶ່ງພຽງ 8 ເດືອນ ປີ 2022 ມີໂຕເລກນັກທ່ອງທ່ຽວ 52.006 ຄົນ.

ສຳລັບການທ່ອງທ່ຽວວັງວຽງເດືອນມັງກອນຕົວເລກທັງໝົດ 3,929 ຄົນ, ກຸມພາ 3,554 ຄົນ, ມີນາ 3,542 ຄົນ, ເມສາ 2,460 ຄົນ, ພຶດສະພາ 11,416 ຄົນມີຖຸນາ 9,202 ຄົນ, ກໍລະກົດ 8.868 ຄົນ ແລະສິງຫາ 9,035 ຄົນ.

ປະຈຸບັນເມືອງວັງວຽງມີສະຖານທີ່ທ່ອງທ່ຽວທັງໝົດ 40 ແຫ່ງ, ຈຸດທ່ຽວຖໍ້າ 26 ແຫ່ງ ຊົມວີວ 5 ແຫ່ງ ແລະອື່ນໆຫຼາກຫຼາຍ.
ຂ່າວ: ບຸນນິກ