ຮອງປະທານສະພາແຫ່ງຊາດ ຕ້ອນຮັບຄະນະຜູແທນ UNDP

ໃນວັນທີ 6 ກັນຍາ 2022 ທີ່ສະພາແຫ່ງຊາດ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ຄານນີ ວີຍາຣາຈາ ຜູ້ຊ່ວຍເລຂາທິການໃຫຍ່ອົງການສະຫະປະຊາຊາດຜູ້ອຳນວຍການຫ້ອງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈໍາພາກພື້ນອາຊີ-ປາຊີຟິກ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 4-8 ກັນຍາ 2022.

ໃນໂອກາດດັ່ງກ່າວ, ທ່ານ ສົມມາດ ພົນເສນາ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະຕີລາຄາສູງຕໍ່ກັບການຢ້ຽມຢາມ ສປປ ລາວ ຂອງ ທ່ານ ນາງ ຄານນີ ວີຍາຣາຈາ ຊຶ່ງເປັນໂອກາດອັນດີໃຫ້ທ່ານໄດ້ສຳຜັດ ແລະເຂົ້າໃຈແຈ້ງຕື່ມກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ທ່ານໄດ້ສະແດງຄວາມຊົມເຊີຍ ແລະຕີລາຄາສູງຕໍ່ການປະກອບສ່ວນອັນສຳຄັນ ຂອງອົງການ UNDP ທີ່ໄດ້ໃຫ້ການສະໜັບສະໜູນແກ່ ສປປ ລາວ ມາໂດຍຕະຫຼອດ ແລະໄດ້ແຈ້ງໃຫ້ຄະນະຜູ້ແທນຂອງ UNDP ຊາບ ກ່ຽວກັບສະພາບການໂດຍລວມຂອງ ສປປ ລາວ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະການແກ້ໄຂບັນຫາຢາເສບຕິດ. ພ້ອມນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນເຖິງການຈັດຕັ້ງປະຕິບັດພາລະບົດບາດ ແລະ ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃນການຈັດຕັ້ງປະຕິບັດ 3 ພາລະບົດບາດຂອງສະພາແຫ່ງຊາດ ຄື: ດ້ານນິຕິບັນຍັດ, ການຕິດຕາມກວດກາ ແລະ ການຕົກລົງບັນຫາສຳຄັນຂອງຊາດ ກໍຄືການຈັດຕັ້ງຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງ ຊຸດທີ II.

ໃນໂອກາດດຽວກັນ,ທ່ານ ນາງ ຄານນີ ວີຍາຣາຈາ ໄດ້ລາຍງານກ່ຽວກັບສະພາບການເຄື່ອນໄຫວວຽກງານຂອງ UNDP ຢູ່ ສປປ ລາວ ແລະໄດ້ສະແດງຄວາມຊົມເຊີຍຕໍ່ກັບການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດລາວໂດຍສະເພາະແມ່ນການພັດທະນາ ແລະ ການສ້າງຕັ້ງສະພາປະຊາຊົນຂັ້ນແຂວງ. ການພົບປະໃນຄັ້ງນີ້, ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ດີ ແລະມີຄວາມເຂົ້າໃຈຊຶ່ງກັນ ແລະກັນ. ພ້ອມນັ້ນ,ທ່ານຜູ້ອຳນວຍການອົງການ UNDP ປະຈຳພາກພື້ນອາຊີ-ປາຊີຟິກ ໄດ້ຢືນຢັນວ່າ ອົງການ UNDP ຈະສືບຕໍ່ໃຫ້ການຮ່ວມມື ແລະການສະໜັບສະໜູນບັນດາໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດກໍຄື ສປປ ລາວ ໃນຕໍ່ໜ້າ.