ກະຊວງ ຖວທ ຮ່ວມກັບສູນວັດທະນະທຳອາຊີສ້າງລະບົບຄຸ້ມຄອງຂໍ້ມູນດີຈິຕອນດ້ານວັດທະນະທຳ

ພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການສ້າງລະບົບຄຸ້ມຄອງຂໍ້ມູນດີຈິຕອນທາງດ້ານວັດທະນະທຳ ແລະ ຍົກລະດັບຂີດຄວາມສາມາດຂອງບຸກຄະລາກອນ ໃນຂະແໜງວັດທະນະທຳ ຢູ່ ສປປ ລາວ ຈັດຂຶ້ນໃນວັນທີ 7 ກັນຍາ 2022, ທີ່ກະຊວງ ຖວທ ໂດຍການຮ່ວມລົງນາມລະຫວ່າງ ທ່ານ ນາງ ແພງຈັນ ແພງເມືອງ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ຖະຊວງ ຖວທ ແລະ ທ່ານ ລີ ຢຸງ ຊິນ (Lee Young-shin), ວ່າການຜູ້ອຳນວຍການ ສູນວັດທະນະທຳອາຊີ, ມີ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ, ມີບັນດາຫົວໜ້າກົມ, ຮອງກົມ, ຜູ້ປະສານງານໂຄງການ ປະຈຳ ສປປ ລາວ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂຄງການສ້າງລະບົບຄຸ້ມຄອງຂໍ້ມູນດີຈິຕອນ ທາງດ້ານວັດທະນະທຳ ແລະຍົກລະດັບຂີດຄວາມສາມາດຂອງບຸກຄະລາກອນໃນຂະແໜງວັດທະນະທຳ ຢູ່ ສປປ ລາວ ຄັ້ງນີ້ ແມ່ນຂໍ້ລິເລີ່ມຂອງສູນວັດທະນະທຳອາຊີໂດຍມີຈຸດປະສົງຮ່ວມມືກັບຝ່າຍລາວກໍຄືກະຊວງ ຖວທ ເພື່ອຍົກລະດັບວຽກງານຂະແໜງວັດທະນະທຳຂອງລາວໂດຍສະເພາະ ຜູ້ຊົມໃຊ້ຈະໄດ້ເຂົ້າເຖິງຂໍ້ມູນທາງວັດທະນະທຳດ້ວຍລະບົບດີຈິຕອນໂດຍສະເພາະໄດ້ເນັ້ນໜັກໃນການປົກປັກຮັກສາໜັງສືໃບລານຂອງລາວທີ່ໃກ້ຈະສູນຫາຍໃຫ້ເປັນຂໍ້ມູນດີຈິຕອນ ບັນຈຸເຂົ້າໃນລະບົບຖານຂໍ້ມູນ ທີ່ທາງໂຄງການຈະສ້າງຂຶ້ນໃຫ້ ສປປ ລາວ ລວມທັງບັນດາເອກະສານ ແລະ ໜັງສືປະຫວັດສາດ ທີ່ສຳຄັນຕ່າງໆ ພ້ອມທັງຈະສາມາດສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນໃນຂະແໜງຫໍສະໝຸດ ແລະ ພິພິທະພັນ ໂດຍຜ່ານການຈັດຕັ້ງຝຶກອົບຮົມ, ທັດສະນະສຶກສາ ແລະ ການນໍາໃຊ້ອຸປະກອນທີ່ຈຳເປັນຊຶ່ງໂຄງການນີ້ເປັນລະບົບຖານຂໍ້ມູນດີຈິຕອນອັນທຳອິດຂອງ ສປປ ລາວ ທີ່ໂຄສະນາ ແລະເຜີຍແຜ່ຂໍ້ມູນຂອງ ຫໍສະໝຸດ ແລະຫໍພິພິທະພັນ ໃຫ້ມີໃບໜ້າອັນໃໝ່.

ໂຄງການດັ່ງກ່າວ, ເປັນໂຄງການຊ່ວຍເຫລືອທາງການເພື່ອການພັດທະນາ (ຊກພ) ຂອງສາທາລະນະລັດ ເກົາຫລີ ໂດຍກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ ສ ເກົາຫລີ ໄດ້ມອບໃຫ້ສູນວັດທະນະທຳອາຊີເປັນຜູ້ຈັດຕັ້ງປະຕິບັດ ໂດຍມູນຄ່າທັງໝົດຈຳນວນ 3 ຕື້ວອນ(ສະກຸນເງິນ ສ ເກົ່າຫລີ) ໄລຍະປະຕິບັດໂຄງການ 4 ປີ (2022-2025).

ໃນປະຈຸບັນລັດຖະບານໄດ້ໃຫ້ຄວາມສຳຄັນຕໍ່ວຽກງານວັດທະນະທຳໂດຍສະເພາະໄດ້ກຳນົດທິດທາງນະໂຍບາຍເພື່ອອະນຸລັກ ແລະເສີມຂະຫຍາຍຄຸນຄ່າຂອງມໍລະດົກວັດທະນະທຳໃຫ້ມີລັກສະນະຊາດ, ກ້າວໜ້າມະຫາຊົນ ແລະ ທັນສະໄໝ ແລະຄົງຄຸນຄ່າຫລາຍຂື້ນກວ່າເກົ່າ.
ຂ່າວ: ສົມຫວັງ ພາບ: ເກດສະໜາ