ຫຼາຍແຂວງເລີ່ມເຂັ້ມງວດກວດຄຸນນະພາບ ແລະ ລາຄາສິນຄ້າກ່ອນຮອກປີໃໝ່

ປະຈຸບັນພາກສ່ວນກ່ຽວຂ້ອງຂອງແຂວງເຊກອງ ແລະແຂວງອັດຕະປື ເລີ່ມເຂັ້ມງວດລົງກວດຄຸນນະພາບ ແລະລາຄາສິນຄ້າຕາມທ້ອງຕະຫຼາດພາຍໃນແຂວງຂອງຕົນທັງນີ້ກໍເພື່ອເປັນການປົກປ້ອງຜົນປະໂຫຍດຂອງປະຊາຊົນຜູ້ຊົມໃຊ້ໃຫ້ໄດ້ຊື້ສິນຄ້າທີ່ມີຄຸນນະພາບ ແລະລາຄາສົມເຫດສົມຜົນແຕ່ນີ້ຫາບຸນປີໃໝ່ລາວ .

  ທີ່ແຂວງເຊກອງໃນວັນທີ 29 ມີນາ 2019 ນີ້ ພະແນກວິທະຍາສາດ ແລະເຕັກໂນໂລຊີແຂວງເຊກອງນໍາໂດຍທ່ານ ບຸນປະຄອງ ສິມມາວັດ ຮອງຫົວໜ້າຂະແໜງຊັບສິນທາງປັນຍາ, ມາດຖານ ແລະການວັດແທກສົມທົບກັບຄະນະກຳມະການຈາກຂະແໜງການກ່ຽວຂ້ອງຂັ້ນແຂວງ-ເມືອງ ແລະບໍລິສັດພູວຽງຈຳກັດໄດ້ພ້ອມກັນລົງກວດກາສິນຄ້າປອມແປງລອກຮຽນແບບເຄື່ອງໝາຍການຄ້າຂອງແປ້ງນົວກາຈອງ (RACHA CHOOROS).

  ໂດຍເປົ້າໝາຍ ແລະສະຖານທີ່ລົງກວດກາຄັ້ງນີ້ແມ່ນຮ້ານຄ້າຂາຍເຄື່ອງຂາຍຍົກ-ຂາຍຍ່ອຍພາຍໃນຕະຫຼາດເທສະບານແຂວງເຊກອງຊຶ່ງຜ່ານການກວດກາຕົວຈິງຂອງຄະນະກຳມະການຈາກຈໍານວນ 12 ຮ້ານແມ່ນບໍ່ພົບສິນຄ້າປອມແປງລອກຮຽນແບບແຕ່ຢ່າງໃດ.

  ຂ່າວຍັງລາຍງານໃຫ້ຮູ້ຕື່ມວ່າ: ໃນລະຫວ່າງວັນທີ 25-27 ມີນາຜ່ານມາຂະແໜງຊັບສິນທາງປັນຍາ,ມາດຖານ ແລະ ການວັດແທກພ້ອມດ້ວຍໜ່ວຍງານ ແລະວິຊາການກ່ຽວຂອງໄດ້ລົງກວດສອບ, ສອບທຽບໝໍ້ແທກນໍ້າປະປາ ແລະໝໍ້ນັບກະແສໄຟຟ້າລວມທັງໝົດ 1.385 ໜ່ວຍທີ່ເມືອງກະລຶມໃນນີ້ໝໍ້ນັບກະແສໄຟຟ້າ 813 ໜ່ວຍ ແລະໝໍ້ແທກນໍ້າປະປາ 572 ໜ່ວຍ.

 ຂະນະທີ່ແຂວງອັດຕະປື ເມື່ຶອວັນທີ 27 ມີນາຜ່ານມາ, ທ່ານ ຄໍາຫວັນ ຈັນທະໂຄດ ຫົວໜ້າພະແນກອຸດສາກະກຳ ແລະການຄ້າໄດ້ອອກແຈ້ງການເຖິງໜ່ວຍງານທີ່ກ່ຽວຂ້ອງຂອງເມືອງທີ່ຂຶ້ນກັບແຂວງຂອງຕົນຈົ່ງເພີ່ມຄວາມເອົາໃຈໃສ່ໃນການລົງຕິດຕາມກວດກາການກຳນົດລາຄາ, ສິນຄ້າອຸປະໂພກ,ບໍລິໂພກໄລຍະງານບຸນປີໃໝ່ລາວທີ່ຈະມາເຖິງນີ້ໂດຍປະເພດຊີ້ນເປັນຕົ້ນ: ຊີ້ນຄວາຍ (ຊີ້ນສົດ) ແມ່ນລາຄາຂາຍບໍ່ໃຫ້ເກີນ 60 ພັນກີບຕໍ່ກິໂລ, ຊີ້ນປົນລາຄາບໍ່ໃຫ້ເກີນ  40 ພັນກີບ; ຊີ້ນງົວ (ຊີ້ນສົດ) ລາຄາບໍ່ໃຫ້ເກີນ 70 ພັນກີບ ຕໍ່ກິໂລ, ຊີ້ນປົນບໍ່ໃຫ້ເກີນ 50 ພັນກີບ; ຊີ້ນໝູ (ຊີ້ນສົດ) ລາຄາບໍ່ໃຫ້ເກີນ 40 ພັນຕໍ່ກິໂລ, ຊີ້ນປົນລາຄາບໍ່ໃຫ້ເກີນ 35 ພັນກີບຕໍ່ກິໂລ.

 ສ່ວນປະເພດປາເຊັ່ນ: ປານິນ (ປາເປັນ) ລາຄາບໍ່ໃຫ້ເກີນ 23 ພັນກີບຕໍ່ກິໂລ, ປານິນ (ປາຕາຍ) ລາຄາບໍ່ໃຫ້ເກີນ 18 ພັນກີບ, ປາດຸກ (ປາເປັນ) ລາຄາບໍ່ໃຫ້ ເກີນ 18 ພັນກີບຕໍ່ກິໂລ, ປາດຸກ (ປາຕາຍ) ລາຄາບໍ່ໃຫ້ເກີນ 16 ພັນກີບຕໍ່ກິໂລ.

  ທັງໝົດນີ້, ເພື່ອເຮັດໃຫ້ລາຄາສິີນຄ້າໃນທ້ອງຕະຫຼາດມີສະຖຽນລະພາບເວົ້າສະເພາະແມ່ນເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້, ເພື່ອຫຼີກເວັ້ນການສວຍໂອກາດຂຶ້ນລາຄາຕາມລຳພັງໃຈຂອງຜູ້ປະກອບການ ແລະບໍ່ໃຫ້ບັນດາຜູ້ປະກອບການຂຶ້ນລາຄາເຄື່ອງບໍລິໂພກ,ອຸປະໂພກ ແລະສິນຄ້າ ອື່ນໆທີ່ກະທົບໄວຕໍ່ຊີວິດການເປັນຢູ່ຂອງຜູ້ຊົມໃຊ້ໃນທົ່ວແຂວງນັບແຕ່ວັນທີ 10-18 ເມສາ 2019 ນີ້, ຖ້າວ່າຫາກພົບເຫັນກໍລະນີທີ່ມີການລະເມີດຜ່າຜືນແມ່ນຈະໄດ້ກ່າວເຕືອນ, ສຶກສາອົບຮົມ ຫຼືື ປັບໃໝຕາມລະບຽບການ ຫຼື ໂທແຈ້ງງສາຍດ່ວນ.

 ຂ່າວ: ສັນຍາ