ສ້າງຄວາມເຂົ້າໃຈແກ່ແຮງງານທີ່ລົງທະບຽນໄປເຮັດວຽກຕາມລະດູການ ຢູ່ ສ.ເກົາຫຼີ

ໃນວັນທີ 5 ກັນຍາ 2022 ທີ່ສະຖາບັນພັດທະນາກຳມະບານ, ນະຄອນຫຼວງວຽງຈັນ, ກົມການຈັດຫາງານ, ກະຊວງແຮງງານ ແລະສະຫວັດດີການສັງຄົມຮ່ວມກັບ ສູນກາງສະຫະພັນກຳມະບານລາວ ແລະບໍລິສັດ ສະຫວັນບໍລິການຈັດຫາງານ ຈຳກັດ ໄດ້ສ້າງຄວາມເຂົ້າໃຈ ແລະຊີ້ແຈງແກ່ແຮງງານທີ່ໄດ້ລົງທະບຽນໄປເຮັດວຽກຕາມລະດູການ ຢູ່ ສ.ເກົາຫຼີ, ຕາງໜ້າໃຫ້ກະຊວງ ຮສສ ແມ່ນທ່ານ ນາງ ວັນນີ ແກ້ວໄຊຍະວົງ ຮອງຫົວໜ້າກົມການຈັດຫາງານ, ກະຊວງ ຮສສ, ມີຕາງຫນ້າສູນກາງສະຫະພັນກຳມະບານລາວ ແລະມີຮອງອຳນວນການບໍລິສັດ ສະຫວັນບໍລິການຈັດຫາງານ ຈໍາກັດ ພ້ອມວິຊາການກ່ຽວຂ້ອງເຂົ້າຮ່ວມ.

ເນື່ອງຈາກເມື່ອບໍ່ດົນມານີ້ໄດ້ມີຜູ້ສະໝັກຈຳນວນໜຶ່ງໄດ້ມາຮຽກຮ້ອງຕໍ່ວ່າບໍລິສັດສະຫວັນບໍລິການຈັດຫາງານເນື່ອງຈາກວ່າລົງທະບຽນແລ້ວບໍ່ມີລາຍຊື່ອອກໄປເຮັດວຽກ ແລະ ຢາກມາຂໍຖອນເງີນຄືນ, ອັນໄດ້ສ້າງຄວາມສັບສົນໃຫ້ແກ່ຫຼາຍໆຄົນທີ່ລົງທະບຽນໄປກ່ອນໜ້ານັ້ນ ແລະ ຕໍ່ປະເດັນດັ່ງກ່າວ, ທ່ານ ນາງ ວັນນີ ແກ້ວໄຊຍະວົງ ໄດ້ອະທິບາຍເພີ່ມເຕີມກ່ຽວກັບເງື່ອນໄຂຂອງການລົງທະບຽນສະໝັກໄປເຮັດວຽກຕາມລະດູການ ຢູ່ ສ.ເກົາຫຼີ ລວມທັງລະບຽບໃນການຈັດສົ່ງ, ພ້ອມທັງຊີ້ແຈງບາງເງື່ອນໄຂຄວາມຕ້ອງການທີ່ຕະຫຼາດແຮງງານຂອງ ສ.ເກົາຫຼີ ຮັບແຮງງານຈາກ ສປປ ລາວ, ດັ່ງນັ້ນຜູ້ທີ່ລົງທະບຽນກ່ອນແລ້ວຫາກມີຄວາມຕ້ອງການເງິນຄືນແມ່ນໃຫ້ມາລົງທະບຽນກັບໜ່ວຍງານທີ່ກ່ຽວຂ້ອງ ແລະພາຍຫຼັງສັງລວມໄດ້ແລ້ວແມ່ນຈະແຈ້ງໃຫ້ຜູ້ລົງທະບຽນມາຮັບເງິນຄືນ. ໃນຕໍ່ຫນ້າຖ້າທ່ານໃດຕ້ອງການຈະໄປເຮັດວຽກຕາມລະດູການຢູ່ ສ.ເກົາຫລີ ກໍສາມາດມາລົງທະບຽນຄືນໃຫມ່ຢູ່ກົມການຈັດຫາງານ, ກະຊວງແຮງງານ ແລະສະຫວັດດີການສັງຄົມ.
ໂດຍ: ບຸນຍັງ