ຮອງລັດຖະມົນຕີ ກະຊວງ ຜທ ຕ້ອນຮັບຜູ້ຈັດການໜ່ວຍງານການສຶກສາປະຈຳພາກພື້ນ ອາຊີປາຊີຟິກ

ໃນວັນທີ 6 ກັນຍາ 2022 ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ (ຜທ) ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ຄຣີສຕຽນ ເອໂດ ຜູ້ຈັດການໜ່ວຍງານການສຶກສາປະຈຳພາກພື້ນອາຊີປາຊີຟິກຂອງກຸ່ມທະນາຄານໂລກພ້ອມຄະນະໃນໂອກາດເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ.

ໃນການເຂົ້າຢ້ຽມພົບປະໃນຄັ້ງນີ້, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບວຽກງານການສຶກສາທີ່ທະນາຄານໂລກໄດ້ໃຫ້ການສະໜັບສະໜູນເປັນຕົ້ນຜົນສຳເລັດ ແລະສິ່ງທ້າທາຍຂອງ ສປປ ລາວ ຕໍ່ກັບວາລະການລົງທຶນ ໃນຂົງເຂດທຶນທາງດ້ານຊັບພະຍາກອນມະນຸດ (Human Capital agenda) ແລະການກະກຽມກອງປະຊຸມສຸດຍອດຂອງວຽກງານດັ່ງກ່າວ, ຄາດວ່າຈະຈັດຂຶ້ນໃນທ້າຍເດືອນພະຈິກ ຫາ ຕົ້ນເດືອນ ທັນວາ 2022 ທີ່ຈະມາເຖິງນີ້.

ໂອກາດດັ່ງກ່າວ, ທ່ານ ນາງ ພອນວັນ ອຸທະວົງ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະຕີລາຄາສູງຕໍ່ທ່ານ ຄຣີສຕຽນ ເອໂດ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນເຂົ້າໃນການຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະໜ່ວຍງານການສຶກສາປະຈຳພາກພື້ນອາຊີປາຊີຟິກ ຂອງ ກຸ່ມທະນາຄານໂລກ ໃຫ້ໄດ້ຮັບການພັດທະນາ ຂຶ້ນໄປເລື້ອຍໆ, ພ້ອມທັງສະແດງຄວາມຂອບໃຈຕໍ່ໜ່ວຍງານການສຶກສາປະຈຳພາກພື້ນອາຊີປາຊີຟິກກໍຄືທະນາຄານໂລກທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫລືອແກ່ ສປປ ລາວ ມາໂດຍຕະຫລອດ ໃນທຸກຂົງເຂດວຽກງານໂດຍສະເພາະຂົງເຂດດ້ານການສຶກສາ, ພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ.

ທ່ານ ຄຣີສຕຽນ ເອໂດ ກໍໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ນາງ ພອນວັນ ອຸທະວົງ ທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້, ພ້ອມແຈ້ງໃຫ້ຊາບເຖິງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ແລະເຮັດວຽກ ຢູ່ ສປປ ລາວ.

ການເດີນທາງມາໃນຄັ້ງນີ້, ທ່ານ ຄຣີສຕຽນ ເອໂດ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະ ຕິດຕາມຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການທີ່ໄດ້ຮັບທຶນສະໜັບສະໜູນຈາກທະນາຄານໂລກກໍຄືໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະ III (ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ) ແລະໂຄງການເສີມສ້າງທັກສະທີ່ເປັນບູລິມະສິດສຳລັບການເຕີບໂຕຂອງ ສປປ ລາວ, ທີ່ແຂວງວຽງຈັນ.
ຂໍ້ມູນ-ພາບ: ກະຊວງ ຜທ