ໄພແຜ່ນດິນໄຫວຢູ່ເມືອງລູຕິ້ງແຂວງເສສວນຈີນໄດ້ເຮັດໃຫ້ມີຜູ້ເສຍຊີວິດ 65 ຄົນ

ເມື່ອເວລາປະມານ 12 ໂມງ 52 ນາທີຂອງວັນທີ 5 ກັນຍາ 2022 ຢູ່ເມືອງລູຕິ້ງກິ່ງແຂວງປົກຄອງຕົນເອງເຜົ່າຕິເບດກ່ານຈື່ແຂວງເສສວນຈີນ ໄດ້ເກີດໄພແຜ່ນດິນໄຫວຂະໜາດ 6.8 ຣິກເຕີ. ວັນທີ 5 ກັນຍານີ້, ພາກສ່ວນທີ່ກ່ຽວຂ້ອງຂອງກິ່ງແຂວງກ່ານຈື່ ແລະເມືອງຊືມຽນນະຄອນຢາອ່ານແຂວງເສສວນແຈ້ງໃຫ້ຮູ້ວ່າ, ປັດຈຸບັນນີ້ ໃນໄພແຜ່ນດິນໄຫວຄັ້ງນີ້ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 65 ຄົນ.

ຫຼັງຈາກເກີດໄພແຜ່ນດິນໄຫວແລ້ວ, ທ່ານ ສີຈິ້ນຜິງ, ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນປະທານປະເທດຈີນປະທານຄະນະກຳມະການການທະຫານສູນກາງຈີນໄດ້ໃຫ້ຄວາມສຳຄັນຢ່າງສູງ ແລະໃຫ້ຄຳຊີ້ແຈງອັນສຳຄັນ ໂດຍກ່າວວ່າ, ຕ້ອງຖືການກອບກູ້ຊີວິດເປັນໜ້າທີ່ອັນດັບໜຶ່ງ, ອອກແຮງສຸດຂີດເພື່ອຊ່ວຍເຫຼືອປະຊາຊົນຜູ້ປະສົບໄພ, ຫຼຸດຜ່ອນການເສຍຊີວິດ ແລະການບາດເຈັບຂອງປະຊາຊົນຢ່າງສຸດຄວາມສາມາດ. ຕ້ອງເພີ່ມທະວີການຕິດຕາມວັດແທກໄພແຜ່ນດິນໄຫວ, ປ້ອງກັນໄພທີ່ເກີດຂຶ້ນຕາມຫັງ, ປະຕິບັດວຽກງານຈັດສັນປະຊາຊົນປາສະຈາກບ່ອນອັດຕະລາຍຢ່າງເໝາະສົມ ແລະອື່ນໆ.

ຕາມຂ່າວແຈ້ງວ່າ, ຢູ່ແຂວງເສສວນກຳລັງອອກແຮງສຸດຂີດເພື່ອຊອກຫາ ແລະ ຊ່ວຍເຫຼືອຜູ້ບາດເຈັບ, ຈັດສັນປະຊາຊົນຜູ້ປະສົບໄພຢ່າງເໝາສົມ, ເລັ່ງລັດບຸກເບີກເສັ້ນທາງຊ່ວຍເຫຼືອໂດຍດ່ວນ, ປ້ອງກັນໄພແຜ່ນດິນໄຫວ ແລະໄພພິບັດທີ່ເກີດຂຶ້ນຕາມຫຼັງ, ເລັ່ງລັດສ້ອມແປງພື້ນຖານໂຄງລ່າງຢູ່ເຂດປະສົບໄພ, ຫຼຸດຜ່ອນຜົນເສຍຫາຍດ້ານຊີວິດ ແລະຊັບສິນຍ້ອນໄພພິບັດຢ່າງສຸດຄວາມສາມາດ.