ດ່ານພາສີສາກົນວັງເຕົ່າ ຝຶກອົບຮົມນຳໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ

ແຫຼ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ຊຸດອົບຮົມການນຳໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດທີ່ດ່ານພາສີສາກົນວັງເຕົ່າ ເມືອງໂພນທອງ ຈັດຂຶ້ນໃນວັນທີ 5-6 ກັນຍາ 2022 ໂດຍການເປັນປະທານຂອງທ່ານ ວິເລືອງ ວໍລະບຸດ ຮອງຫົວໜ້າພາສີປະຈຳແຂວງຈຳປາສັກ, ມີທ່ານ ແກ້ວອຸດອນ ພາລີຈັນ ຫົວໜ້າດ່ານພາສີສາກົນວັງເຕົ່າ ແລະພະນັກງານພາສີພາຍໃນດ່ານເຂົ້າຮ່ວມ.

ໂອກາດນີ້, ທ່ານ ວິເລືອງ ວໍລະບຸດ ໄດ້ກ່າວວ່າ: ລະບົບແຈ້ງພາສີຜ່ານປະຕູດຽວໄດ້ຮັບການພັດທະນາມາໃນໄລຍະໜຶ່ງແລ້ວ, ມາຮອດປັດຈຸບັນໄດ້ສຳເລັດການສ້າງລະບົບໂດຍພື້ນຖານ ແລະພ້ອມສຳລັບການທົດລອງເຂົ້າໃນວຽກງານອອກອະນຸຍາດຜ່ານລະບົບເອເລັກໂຕຣນິກເຊິ່ງເປົ້າໝາຍການສ້າງລະບົບດັ່ງກ່າວເພື່ອຍົກລະດັບມາດຕະຖານການບໍລິການຂະແໜງການຂອງລັດ ແລະ ເພີ່ມທະວີອຳນວຍຄວາມສະດວກທາງດ້ານການຄ້າໃຫ້ນັບມື້ສູງຂຶ້ນ.

ປັດຈຸບັນ, ທົ່ວໂລກໄດ້ມີຫລາຍປະເທດ ນຳໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດຂອງຕົນແລ້ວ ແລະມີຄວາມພ້ອມນຳໃຊ້ລະບົບການແຈ້ງພາສີປະຕູດຽວອາຊຽນ. ສ່ວນ ສປປ ລາວ ເຮົາຈຶ່ງມີໜ້າທີ່ໃນການກຽມຄວາມພ້ອມດັ່ງກ່າວເຂົ້າໃນການແຈ້ງພາສີປະຕູດຽວອາຊຽນໃນຕໍ່ໜ້າໂດຍການນຳໃຊ້ລະບົບທີ່ທັນສະໄໝ, ສະດວກ, ວ່ອງໄວ ແລະຖືກຕ້ອງຊັດເຈນກວ່າເກົ່າ.

ຊຸດອົບຮົມໃນຄັ້ງນີ້, ຍັງໄດ້ລາຍງານຄວາມຄືບໜ້າໃນການປະຕິບັດລະບົບແຈ້ງພາສີປະຕູດຽວແຫ່ງຊາດໃນໄລຍະຜ່ານມາ, ພ້ອມທັງວາງແຜນການທົດລອງ ແລະຝຶກອົບຮົມນຳໃຊ້ລະບົບດັ່ງກ່າວຢູ່ດ່ານສາສີສາກົນວັງເຕົ່າເພື່ອຜົນສຳເລັດໃນວຽກງານ ແລະຮັບປະກັນປະສິດທິຜົນສູງໃນການແຈ້ງພາສີ.
ຂ່າວ: ເກດສະໜາ