ປາຖະກະຖາ ວັນສະຖາປະນາ ສປປ ເກົາຫຼີ ຄົບຮອບ 74 ປີ

ໃນວັນທີ 6 ກັນຍາ 2022 ສະມາຄົມມິດຕະພາບລາວ-ສປປ ເກົາຫຼີ ຮ່ວມກັບສູນກາງສະຫະພັນກໍາມະບານລາວ ແລະສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້ຈັດພິທີປາຖະກະຖາເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິ ປະໄຕ ເກົາຫຼີ ຄົບຮອບ 74 ປີ (9/9/1948–9/9/2022). ໃຫ້ກຽດເປັນປະທານຂອງທ່ານ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ, ປະທານສູນກາງສະຫະພັນກໍາມະບານລາວ; ທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ, ເຈົ້າຄອງນະຄອນຫລວງວຽງຈັນ, ປະທານສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ; ທ່ານ ລີ ຢົງ ຊົນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ພ້ອມດ້ວຍພະນັກງານທີ່ມາຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ລີ ຢົງ ຊົນ ໄດ້ຍົກໃຫ້ເຫັນເຖິງຜົນງານຂອງພັກແຮງງານເກົາຫລີ, ລັດຖະບານ ແລະ ປະຊາຊົນ ສປປ ເກົາຫຼີ ພາຍໃຕ້ການຊີ້ນໍາໆພາຂອງທ່ານ ກິມ ອິນ ຊຸງ, ຜູ້ນໍາທີ່ຍິ່ງໃຫຍ່, ປະທານປະເທດຕະຫລອດການ ແຫ່ງ ສປປ ເກົາຫຼີ ແລະຜູ້ນຳພາແສງສະຫວ່າງແນວຄິດຈຸດເຊໃນພາລະກິດປະຕິວັດຂອງພັກ, ກໍາລັງປະກອບອາວຸດ ແລະປະຊາຊົນ ສປປ ເກົາຫຼີ ໃນຂະບວນວິ ວັດແຫ່ງການຕໍ່ສູ້ປົດປ່ອຍຊາດກໍຄືປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ສປປ ເກົາຫຼີ ແລະ ທ່ານ ກິມ ເຈິງ ອິນ ຜູ້ນໍາທີ່ຍິ່ງໃຫຍ່, ເລຂາທິການໃຫຍ່ພັກແຮງງານເກົາຫຼີຕະຫຼອດການ, ປະທານຄະນະກໍາມະທິການປ້ອງກັນຊາດແຫ່ງ ສປປ ເກົາຫຼີ ຕະຫຼອດການ.

ໃນປັດຈຸບັນ, ພາຍໃຕ້ການນໍາພາຂອງ ທ່ານ ກິມ ເຈິງ ອຸນ ຜູ້ນໍາທີ່ເຄົາລົບຮັກ, ເລຂາທິການໃຫຍ່ພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດແຫ່ງ ສປປ ເກົາຫຼີ, ຜູ້ບັນຊາການສູງສຸດກໍາລັງປະກອບອາວຸດແຫ່ງ ສປປ ເກົາຫຼີ ອັນໄດ້ເຮັດໃຫ້ ສປປ ເກົາຫຼີ ມີການພັດທະນາຮອບດ້ານ, ການເມືອງມີສະຖຽນລະພາບໜັກແໜ້ນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບມີຄວາມເຂັ້ມແຂງທັນສະໄໝ, ເສດຖະກິດມີການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນ ສປປ ເກົາຫຼີ ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ, ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຖິງສະພາບການຕົວຈິງໃນການພັດທະນາກໍ່ຄືຜົນສໍາເລັດອັນໃຫຍ່ຫລວງທີ່ປະຊາຊົນ ສປປ ເກົາຫຼີ ຍາດມາໄດ້. ພ້ອມດຽວກັນນີ້ທ່ານເອກອັກຄະລັດຖະທູດ ຍັງໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ສປປ ເກົາຫຼີ ໃນໄລຍະຜ່ານມາ.

ໃນໂອກາດນີ້, ທ່ານ ວິໄລ ວົງຂະເສີມ ຮອງປະທານສູນກາງສະຫະພັນກໍາມະບານລາວ, ໃນນາມຄະນະຈັດຕັ້ງພິທີກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ການໃຫ້ກຽດປາຖາກະຖາ ທີ່ມີເນື້ອໃນສໍາຄັນ ແລະມີຄວາມໝາຍເລິກເຊິ່ງຂອງ ທ່ານທູດ ແລະເຊື່ອໝັ້ນວ່າພາຍໃຕ້ການນຳພາອັນຖືກຕ້ອງ, ເດັດດ່ຽວ, ເຂັ້ມແຂງ ຂອງພັກແຮງງານເກົາຫຼີ, ອັນມີ ທ່ານ ກິມ ເຈິງ ອຸນ ຜູ້ນໍາທີ່ເຄົາລົບຮັກ, ເລຂາທິການໃຫຍ່ພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດແຫ່ງ ສປປ ເກົາຫຼີ, ຜູ້ບັນຊາການສູງສຸດກໍາລັງປະກອບອາວຸດແຫ່ງ ສປປ ເກົາຫຼີນັ້ນ, ປະຊາຊົນ ສປປ ເກົາຫຼີ ອ້າຍນ້ອງຈະສືບຕໍ່ຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດສ້າງສາປະເທດສັງຄົມນິຍົມ ໃຫ້ມີຄວາມມັ່ງຄັ່ງ ແລະເຂັ້ມແຂງ.
ພາບ: ໄອຄຳ