ກິດຈະກໍາ “ສັບປະດາການທ່ອງທ່ຽວ ແລະວັດທະນະທໍາຈີນ

ເມື່ອບໍ່ດົນມານີ້ ທີ່ສູນວັດທະນະທໍາຈີນ ປະຈໍາລາວ ໄດ້ຈັດກິດຈະກໍາ “ສັບປະດາການທ່ອງທ່ຽວ ແລະວັດທະນະທໍາຈີນ ປະຈໍາ ປີ 2022 ໃນຮູບແບບ Live ສົດ ຜ່ານເຟສບຸກຂອງສູນວັດທະນະທໍາຈີນ ປະຈໍາ ລາວ. ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ມະນີພັນ ຫຼວງສີສົງຄາມ ຮອງຫົວໜ້າກົມແຜນການ ແລະການຮ່ວມມືສາກົນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ), ທ່ານ ນາງ ຫຼີຢີ່ຜິງ ຫົວໜ້າ ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ມີທ່ານຜູ້ອໍານວຍການ ຫໍພິພິທະພັນແຫ່ງຊາດລາວ; ຜູ້ອໍານວຍການໂຮງຮຽນສິລະປະແຫ່ງຊາດລາວ, ແລະຫົວໜ້າພາກວິຊາພາສາຈີນຄະນະອັກສອນສາດມະຫາວິທະຍາໄລແຫ່ງຊາດລາວ ພ້ອມດ້ວຍແຂກຖືກເຊີນ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສູນວັດທະນະທໍາຈີນ, ຫ້ອງການການທ່ອງທ່ຽວຈີນທົ່ວໂລກ ແລະການຮ່ວມມືສາກົນຂອງກະຊວງວັດທະນະທໍາ ແລະທ່ອງທ່ຽວຈີນຮ່ວມກັບກົມມໍລະດົກວັດທະນະທໍານາມມະທໍາ ແລະ People's Daily Online, ກິດຈະກໍາ “ສັບປະດາການທ່ອງທ່ຽວ ແລະ ວັດທະນະທໍາຈີນ” ປະຈໍາປີ 2022 ເປັນໜຶ່ງໃນກິດຈະກຳສຳຄັນໃນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ 20 ຂອງພັກກອມມູນິດຈີນ ຂອງກະຊວງວັດທະນະທໍາ ແລະທ່ອງທ່ຽວຈີນ. ກິດຈະກໍາໃນຄັ້ງນີ້, ໄດ້ນໍາສະເໜີວິດີໂອ “ຈີນເໜືອຈີນຕະນາການ” ໃຫ້ແກ່ຜູ້ຊົມຄົນລາວ, ວິດີໂອມີຄວາມຍາວ 8 ນາທີ ຊຶ່ງໃນວິດີໂອໄດ້ສະແດງໃຫ້ເຫັນພາບລວມຂອງອະລິຍາທໍາຈີນ, ທີ່ມີປະຫວັດຍາວນານເຖິງ 5.000 ປີ, ປະເທດຈີນເປັນປະເທດກວ້າງໃຫຍ່ໄພສານທີ່ເໜືອຈີນຕະນາການ. ວິດີໂອ “ປະເທດຈີນໃນສາຍຕາຂອງຄົນລາວ” ທີ່ຜະລິດໂດຍທີມງານຂອງສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ໂດຍການໄດ້ໄປສໍາພາດປະຊາຊົນລາວອາຊີບຕ່າງໆ ກ່ຽວກັບຄວາມປະທັບໃຈແນວໃດຕໍ່ການທ່ອງທ່ຽວຈີນ ແລະ ປະເທດຈີນ. ວິດີໂອ “ວັດທະນະທໍາແຂວງສານຊີ” ໜຶ່ງໃນວິດີໂອຊຸດ “ວັດທະນະທໍາແມ່ນໍ້າຫວງເຫີ”, ໃຫ້ຜູ້ຊົມຄົນລາວໄດ້ຊົມຄວາມຕື່ນຕາຕື່ນໃຈຂອງແມ່ນໍ້າຫວງເຫີທີ່ໄຫຼລົງມາຫຼາຍພັນລີ້ ແລະແຫຼ່ງທີ່ມາຂອງປ່າໄມ້ ແລະ ແມ່ນໍ້າລໍາທານ, ທັງໃຫ້ຄວາມຮູ້ສຶກຢ່າງເລິກເຊິ່ງຕໍ່ກັບມໍລະດົກວັດທະນະທໍາອັນອຸດົມສົມບຸນຂອງນະຄອນຊີອ່ານທີ່ເຄີຍເປັນນະຄອນຫຼວງສິບສາມລາຊະວົງໃນສະໄໝບູຮານ. “ພົບພໍ້ບ້ານຢູຊຸນ” ຂອງສາລາຄະດີຊຸດ “ການພັດທະນາຟື້ນຟູຊົນນະບົດ” ສະແດງໃຫ້ເຫັນໂສມໜ້າໃໝ່ຂອງບ້ານຢູຊຸນ ຊຶ່ງຕັ້ງຢູ່ທິດເໜືອຂອງຕີນພູທ່ຽນມູ້ ແຂວງເຈິຈ່ຽງ ແລະ ໄດ້ນໍາສະເໜີໃຫ້ແກ່ຜູ້ຊົມຄົນລາວໄດ້ຮູ້ຈັກພາລະກິດອັນຍິ່ງໃຫຍ່ແຫ່ງການພັດທະນາຟື້ນຟູຊົນນະບົດຂອງຈີນໃນຍຸກປັດຈຸບັນທີ່ກໍາລັງດໍາເນີນການຢູ່. “ຊີວິດໃນຕົວເມືອງ” ຫຼັງຈາກໄດ້ນໍາສະເໜີວິດີໂອໂຄສະນາ “ຈັບໃຈຊຽງໄຮ້” ແລ້ວ, ຕໍ່ກັບຜູ້ຊົມຄົນລາວມີຄວາມສົນໃຈກັບຕົວເມືອງທີ່ທັນສະໄໝຂອງຈີນ ແລະ ເສັ້ນທາງລົດໄຟລາວ-ຈີນ, ກໍໄດ້ສາຍວິດີໂອ “ຂ້ອຍສັ່ງອາຫານ ດີລິເວີຣີ (delivery) ທີ່ລົດໄຟຄວາມໄວສູງລະຫວ່າງນະຄອນເສີງຕູ່ຫານະຄອນສົງຊິ້ງ” ຊຶ່ງເປັນວິດີໂອທີ່ສະແດງໃຫ້ເຫັນເຖິງການກໍ່ສ້າງຕົວເມືອງຂອງປະເທດຈີນ. ຕົວເມືອງໃຫຍ່ທີ່ມີລັກສະນະສາກົນ ແລະງົດງາມ, ລົດໄຟຄວາມໄວສູງທີ່ທັນສະໄໝ, ປະສົບການທ່ອງທ່ຽວແບບໃໝ່ໄດ້ສ້າງຄວາມປະທັບໃຈໃຫ້ກັບຜູ້ຊົມຄົນລາວ. ນອກຈາກນັ້ນໃນການ live ສົດ ຍັງສາຍວິດີໂອທີ່ເປັນການແນະນໍາອາຫານທີ່ແຊບຂອງຈີນຄື: “ເປັດປັກກິ່ງ” ແລະ “ລົດຊາດທີ່ແຊບໃນມົງໂກນໃນ”, ໄດ້ເຊີນຊວນຜູ້ຊົມຄົນລາວຮ່ວມກັນຊົມວັດທະນະທໍາອາຫານຈີນທາງອອນລາຍ. ​ເພື່ອ​ຕ້ອນຮັບ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 20 ຂອງ​ພັກ​ກອມ​ມູນິດ​ຈີນ​ຢ່າງ​ສຳ​ເລັດ​ຜົນ.

ສູນ​ວັດ​ທະ​ນະ​ທຳ​ລາວ​ຈີນ​ ປະຈໍາ ສປປ ລາວ ແລະ ພະ​ແນກ​ວັດ​ທະ​ນະ​ທຳ ​ແລະທ່ອງ​ທ່ຽວ​ແຂວງ​ຫຼຽວ​ໜິງໄດ້ຮ່ວມມືກັນຈັດການສະແດງສິລະປະສະເຫຼີມສະຫຼອງບຸນໄຫວ້ພະຈັນຫົວຂໍ້ “ລາວ-ຫຼຽວໜິງ ຊົມດວງຈັນໃນເວລາດຽວກັນ” ປີ 2022 ທີ່ປະເທດລາວ ​ ຊຶ່ງຈະຖ່າຍທອດຜ່ານ​ທາງ​ໂທລະພາບ​ແຫ່ງ​ຊາດ​ລາວເປັນ​ຄັ້ງ​ທຳ​ອິດໃນ​ວັນ​ທີ 10 ກັນຍາທີ່ຈະມາເຖິງ​ນີ້​ໃນ​ບຸນໄຫວ້ພະຈັນ​ນີ້​.ເພື່ອ​ເປັນການຂອບໃຈ​ຜູ້​ຊົມຄົນ​ລາວ​ທີ່​ໄດ້​ເຂົ້າ​ຮ່ວມການ​ live ​ສົດ,​ລາຍການສຸດທ້າຍຂອງ Live ຈຶ່ງໄດ້ຄັດເລືອກລາຍການ “ສະແຫວງຈັນ” ຊຶ່ງເປັນລາຍການໜຶ່ງໃນການສະແດງຂອງງານ “ລາວ-ຫຼຽວໜິງ ຊົມດວງຈັນໃນເວລາດຽວກັນ”, ຜ່ານການສະແດງກາຍຍະສິນ, ການຟ້ອນ ແລະສຽງເພງໂດຍຜ່ານຫຼາຍມິຕິ, ສະແດງໃຫ້ຜູ້ຊົມຄົນລາວໄດ້ຊົມໄດ້ເຫັນເຖິງຄວາມງົດງາມດ້ານສິລະປະຂອງປະເທດຈີນຢ່າງເຕັມທີ່ ແລະ ຖື​ເອົາ​ລາຍການ​ນີ້ ​ເພື່ອ​ສະ​ແດງ​ຄວາມ​ຍິນດີ​ຕໍ່​ກອງ​ປະຊຸມ​ຂອງ​ພັກ​ກອມ​ມູນິດ​ຈີນ​ທີ່​ຈະ​ມາ​ເຖິງ. ໃນໂອກາດນີ້ກໍໄດ້ມີການຈັບສະຫຼາກເພື່ອແຈກລາງວັນໃຫ້ແກ່ຜູ້ຊົມ ແລະ ຍັງໄດ້ສົ່ງຄໍາອວຍພອນອັນປະເສີດໃຫ້ແກ່ “ສັບປະດາການທ່ອງທ່ຽວ ແລະວັດທະນະທໍາຈີນ ປີ 2022 ອີກດ້ວຍ.