ຣັດເຊຍ ຈະສົ່ງອອກສະບຽງອາຫານ 30 ລ້ານໂຕນ ໃນ 6 ເດືອນທ້າຍປີນີ້

ຕາມຂ່າວຈາກ CRI, ເມື່ອບໍ່ດົນມານີ້, ກະຊວງກະສິກຳຂອງຣັດເຊຍ ໄດ້ແຈ້ງໃຫ້ຮູ້ວ່າ: ຣັດເຊຍ ຈະສົ່ງອອກສະບຽງອາຫານ 30 ລ້ານໂຕນ ໄປຕະຫຼາດຕ່າງປະເທດໃນ 6 ເດືອນ ທ້າຍປີນີ້ຫຼັງຈາກ, ທ່ານ ເຊີເກ ຣິຢາບກົຟ ຮອງລັດຖະມົນຕີການຕ່າງປະເທດ ຣັດເຊຍ ກ່າວວ່າ: ຣັດເຊຍ ຫວັງວ່າ ອົງການສະຫະປະຊາຊາດ (ສປຊ) ຈະໃຫ້ “ການຮັບປະກັນອັນແທ້ຈິງແຕ່ບໍ່ແມ່ນຖະແຫຼງການຊື່ໆ” ເພື່ອຊ່ວຍສະບຽງອາຫານຂອງຣັດເຊຍເຂົ້າສູ່ຕະຫຼາດໂລກ.

ເດືອນກໍລະກົດຜ່ານມາ, ຣັດເຊຍ ແລະອູແກຣນ ຕ່າງກໍໄດ້ເຊັນສັນຍາກັບຕູຣາເຄຍ ແລະອົງການສະຫະປະຊາຊາດກ່ຽວກັບການຂົນສົ່ງຜະລິດຕະພັນກະສິກຳຢູ່ທ່າກຳປັ່ນທະເລດຳ. ພ້ອມກັນນັ້ນ, ຣັດເຊຍກັບອົງການສະຫະປະຊາຊາດໄດ້ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການສົ່ງອອກຜະລິດຕະພັນກະສິກຳຂອງຣັດເຊຍ.
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ