ອັງກິດ ໄດ້ນາຍົກລັດຖະມົນຕີຄົນໃໝ່

ຕາມຂ່າວຈາກ mcot, ວັນທີ 5 ກັນຍານີ້, ທ່ານ ນາງ ລີຊ ທຣັດສ (Liz Truss), ລັດຖະມົນຕີ ກະຊວງການຕ່າງປະເທດອັງກິດ ໄດ້ຮັບການເລືອກເປັນຫົວໜ້າພັກ ອະນຸລັກນິຍົມຄົນໃໝ່ຊຶ່ງເປັນພັກລັດຖະບານອັງກິດກາຍເປັນບາດກ້າວສຳຄັນໃນການຂຶ້ນດຳລົງຕໍາແໜ່ງເປັນນາຍົກລັດຖະມົນຕີຄົນໃໝ່ຂອງອັງກິດຄົນທີ 4 ຂອງພັກອະນຸລັກ ນິຍົມດ້ວຍຄະແນນສຽງ ສະໜັບສະໜູນ 81.326 ຄະແນນ ເອົາຊະນະທ່ານ ຣີ ຊີ ຊູຮານັກ (Richie Suhanak), ລັດຖະມົນຕີກະຊວງການເງິນອັງກິດ ຫຼັງຈາກຫາສຽງຕໍ່ເນື່ອງຫຼາຍກວ່າ 2 ເດືອນຜ່ານມາເພື່ອດຳລົງຕໍາແໜ່ງແທນທີ່ທ່ານ ບໍຣີສ ຈອນສັນ (Boris Johnson) ໄດ້ປະກາດລາອອກຈາກຕຳແໜ່ງຫົວໜ້າພັກອະນຸລັກນິຍົມທີ່ເປັນພັກແກນນຳຂອງລັດຖະບານອັງກິດ.

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ