ຍົກລະດັບນັກພາກຮູບເງົາ

  ວັນທີ 29 ມີນາ 2019 ທີ່ນະຄອນຫຼວງວຽງຈັນ ກົມຮູບເງົາ, ກະຊວງຖະແຫຼງຂ່າວວັດທະນະທໍາ ແລະທ່ອງທ່ຽວໄດ້ຈັດພິທີເປີດຊຸດຝຶກອົບຮົມນັກພາກຮູບ ເງົາໄລຍະສັ້ນພາຍໃຕ້ການເປັນປະທານຂອງທ່ານ ວິທູນ ສູນດາຣາ ຫົວໜ້າກົມຮູບເງົາ, ມີບັນດາຫົວໜ້າກົມ, ຫົວໜ້າສະຖາບັນການສຶກສາ, ຫົວໜ້າອໍາ ນວຍການຫົວໜ່ວຍຜະລິດຮູບເງົາ, ນັກຝຶກອົບຮົມ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ສະຫຼຽງ ຊຽງວົງ ຫົວໜ້າພະແນກສໍາເນົາຮູບເງົາຄະນະຮັບຜິດຊອບໂຄງການຈັດຝຶກອົບຮົມນັກພາກຮູບເງົາໄລຍະສັ້ນ, ທັງເປັນນັກພາກຮູບເງົາທີ່ມີຊື່ສຽງ ແລະມີປະສົບການເກືອບ 40 ປີ ໄດ້ຂຶ້ນກ່າວລາຍງານເຖິງຄວາມເປັນມາຂອງໂຄງການພ້ອມທັງຍົກໃຫ້ເຫັນຄວາມສໍາຄັນ ແລະຄວາມຈໍາເປັນໃນການຈັດຝຶກອົບຮົມໃນຄັ້ງນີ້.

 ທ່ານ ວິທູນ ສູນດາຣາ ກ່າວວ່າ: ການຝຶກອົບຮົມຄັ້ງນີ້ແມ່ນເພື່ອສິດສອນຄວາມຮູ້ ແລະເພີ່ມທັກສະໃນການພາກຮູບເງົາໃຫ້ແກ່ຊາວໜຸ່ມ, ນັກສຶກສາ, ພະ ນັກງານ, ລັດຖະກອນ,ທະຫານ,ຕໍາຫຼວດ ແລະມວນຊົນທົ່ວໄປຜູ້ມີໃຈມັກໃນອາຊີບນັກພາກ ແລະໂຄສົກ-ພິທີກອນ,ເພື່ອເຮັດໃຫ້ນັກພາກຮູບເງົາ ແລະໂຄສົ ກ-ພິທີກອນໃຫ້ມີຈໍານວນເພີ່ມຂຶ້ນທັງປະວີມານ ແລະ ຄຸນນະພາບ ແລະ ເພື່ອພັດທະນາວຽກງານຮູບເງົາດ້ານບຸກຄະລາກອນໂດຍສະເພາະນັກພາກຮູບເງົາໃຫ້ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

  ການຝຶກອົບຮົມນັກພາກຮູບເງົາໄລຍະສັ້ນຈະດໍາເນີນໄປເປັນເວລາ 50 ວັນ ຕັ້ງແຕ່ວັນທີ 29 ມີນາ-19 ພຶດສະພາ 2019 ທີ່ກົມຮູບເງົາ, ໂດຍມີການສິດ ສອນພາກທິດສະດີ ແລະ ພາກປະຕິບັດຕົວຈິງຫຼາຍວິຊາຈາກອາຈານຜູ້ຊໍານານ ແລະ ມີປະສົບການສູງເປັນຕົ້ນແມ່ນສິຊາພາກຮູບເງົາເລື່ອງພ້ອມດ້ວຍເຕັກ ນິກ ແລະຈັນຍາບັນຕ່າງໆຂອງການພາກຮູບເງົາ, ວິຊາອ່ານບົດຮູບເງົາເອກະສານ ແລະສາລະຄະດີ, ວິຊາການອ່ານຂ່າວການເມືອງ, ເສດຖະກິດ-ສັງຄົມ, ກີລາ, ໂຄສະນາ ແລະຂ່າວມໍລະນະກໍາ, ວິຊາການອ່ານບົດເລື່ອງ, ບົດລະຄອນ ແລະອື່ນໆ.

ຂ່າວ: ວົງມະນີ