ສຳມະນາ ການຮ່ວມມືພັດທະນາລັດຖະບານດີຈີຕອນ ຂອງ ສປປ ລາວ

ໃນວັນທີ 02 ກັນຍາ 2022 ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ກະຊວງພາຍໃນ ແລະ ຄວາມປອດໄພ ແຫ່ງ ສ ເກົາຫລີ ຈັດສຳມະນາໃນຫົວຂໍ້ “ການຮ່ວມມືດ້ານການພັດທະນາລັດຖະບານ ດີຈີຕອນ” ທີ່ ໂຮງແຮມ ຄລາວພລາຊາ, ນະຄອນຫລວງວຽງຈັນ ໂດຍໃຫ້ກຽດເປັນປະທານຮ່ວມຂອງທ່ານ ປອ. ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກຕສ ແລະ ທ່ານ ປອ. ຮັນ ຊາງຊອບ (Dr HAN Chang-seob) ຮອງລັດຖະມົນຕີ ກະຊວງພາຍໃນ ແລະ ຄວາມປອດໄພ ສ ເກົາຫລີ, ມີຜູ້ເຂົ້າຮ່ວມຈາກບັນດາກະຊວງ, ອົງການທຽບເທົ່າ, ບັນດາກົມພາຍໃນ ກຕສ ເຂົ້າຮ່ວມຫລາຍກວ່າ 60 ທ່ານ.

ໂອກາດດັ່ງກ່າວ, ທ່ານ ປອ. ສັນຕິສຸກ ສິມມາລາວົງ ໄດ້ກ່າວວ່າ: ການຫັນລັດຖະບານເປັນດີຈີຕອນ ເປັນສິ່ງສຳຄັນເຮັດໃຫ້ລັດຖະບານຂອງຫລາຍປະເທດທີ່ຈະເລີນ ປະສົບຜົນສຳເລັດໃນການພັດທະ ນາເສດຖະກິດ ແລະ ສັງຄົມ, ສ່ວນປະເທດກຳລັງພັດທະນາ ແມ່ນກຳລັງສ້າງຂໍ້ລິເລີ່ມໃນການພັດທະນາລັດຖະບານຂອງຕົນໄປສູ່ດີຈີຕອນ. ສປປ ລາວ ເປັນໜຶ່ງໃນປະເທດກຳລັງພັດທະນາ ທີ່ມີບາດກ້າວການພັດທະນາເສດຖະກິດເຕີບໂຕໄວ ໃນຊຸມປີຜ່ານມາ (ກ່ອນການແຜ່ລະບາດຂອງພະຍາດໂຄວິດ-19) ) ແຕ່ເຖິງຢ່າງໃດກໍຕາມ ປະເທດ ສປປ ລາວ ພວກເຮົາຍັງມີຄວາມແຕກໂຕນ ຖ້າທຽບໃສ່ບັນດາປະເທດໃນພາກພື້ນ ແລະ ສາກົນ ດ້ານການພັດທະນາ ແລະ ນຳໃຊ້ ເຕັກໂນໂລຊີດີຈີຕອນ ຫລື ການພັດທະນາລັດຖະບານດີຈິຕອນ; ພ້ອມນັ້ນ, ພາຍໃນປະເທດເອງ ກໍຍັງມີຄວາມແຕກໂຕນກັນຫລາຍ ລະຫວ່າງການພັດທະນາ ແລະ ນຳໃຊ້ຢູ່ຂັ້ນສູນກາງ ແລະ ທ້ອງຖີ່ນ.

ດ້ວຍເຫດຜົນດັ່ງກ່າວລັດຖະບານແຫ່ງ ສປປ ລາວ ຈຶ່ງສຸມໃສ່ການສ້າງຂໍ້ລິເລີ່ມໃນການພັດທະນາ ຫັນສູ່ດີຈີຕອນໂດຍຖືເອົາວຽກງານເຕັກໂນໂລຊີ ແລະການສື່ສານ ເປັນວຽກງານປາຍແຫລມສຳຄັນເພື່ອປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຊຶ່ງໄດ້ສ້າງວິໄສທັດການພັດທະນາເສດຖະກິດດີຈີຕອນແຫ່ງຊາດ ໄລຍະ 20 ປີ(2021-2040), ຍຸດທະສາດການພັດທະນາເສດຖະ ກິດດີຈີຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດີຈີຕອນ ແຫ່ງຊາດ ໄລຍະ 5 ປີ (2021-2025) ເພື່ອເປັນບ່ອນອີງໃຫ້ແກ່ທຸກຂະແໜງການຈັດຕັ້ງຜັນຂະຫຍາຍໂດຍການນຳໃຊ້ເຕັກໂນໂລຊີດີຈີຕອນເປັນເຄື່ອງມືສຳຄັນໃນການຂັບເຄື່ອນທຸກຂະແໜງການເພື່ອສ້າງເສດຖະກິດດີຈີຕອນ. ປັດຈຸບັນນີ້, ກະຊວງ ເຕັກໂນໂລຊີ ແລະການສື່ສານກຳລັງຄົ້ນຄ້ວາສ້າງແຜນແມ່ບົດການພັດທະນາລັດຖະບານດີຈີຕອນ ຫລືເອີ້ນວ່າ Digital Government Master Plan ເພື່ອເປັນແຜນຊຸກຍູ້ສະເພາະໃຫ້ແກ່ວຽກງານການຫັນລັດຖະບານເປັນດີຈີຕອນ”.

ໃນການສຳມະນາຄັ້ງນີ້, ຍັງໄດ້ນຳສະເໜີພາບລວມຂອງການພັດທະນາລັດຖະບານດີຈີຕອນ ໃນ ສປປ ລາວ ຊຶ່ງລວມມີແຜນຍຸດທະສາດ, ນະໂຍບາຍ ແລະນິຕິກຳ ເພື່ອເປັນຂໍ້ມູນພື້ນຖານອັນສຳຄັນໃນການພັດທະນາລັດຖະບານດີຈີຕອນຂອງ ສປປ ລາວ ລວມເຖິງການສຶກສາແນວທາງ ແລະ ສ້າງແຜນແມ່ບົດ, ການສ້າງມາດຕະຖານການພັດທະນາ ແລະ ສົ່ງເສີມການຫັນເປັນລັດຖະບານດິຈິຕອນ ຂອງ ສປປ ລາວ ໃຫ້ສົມບູນຍິ່ງຂຶ້ນເພື່ອໃຫ້ທຸກພາກສ່ວນ ພັດທະນາໄປໃນທາງດຽວກັນ ທັງສູນກາງ ແລະທ້ອງຖິ່ນ.

ດ້ານກະຊວງພາຍໃນ ແລະຄວາມປອດໄພ ແຫ່ງ ສາທາລະນະລັດ ເກົາຫລີ ກໍໄດ້ນຳສະເໜີ ຫລາຍຫົວຂໍ້ເປັນຕົ້ນແມ່ນການບໍລິການຂອງພາກລັດປະຕູດຽວ, ລະບົບຢັ້ງຢືນຕົວຕົນໃນຮູບແບບເອເລັກໂຕຣນິກຂອງ ສ ເກົາຫລີ, ແພລັດຟອມ ແລະລະບົບຂໍ້ມູນການຈ້າງງານທີ່ໄດ້ນຳໃຊ້ ແລະບໍລິການຢູ່ປະເທດ ສ ເກົາຫລີ ເພື່ອແລກປ່ຽນບົດຮຽນ ເຊິ່ງກັນ ແລະກັນໂດຍສະເພາະແມ່ນການຄົ້ນຄວ້າແຜນການຫັນເປັນລັດຖະບານດິຈິຕອນໃນຕໍ່ໜ້າ.