ລາວ ເລັ່ງສົ່ງເສີມຫົວໜ່ວຍທຸລະກິດຫັດຖະກຳຊົນເຜົ່າ ສູ່ຕະຫຼາດສາກົນ

ສະມາຄົມຫັດຖະກຳລາວຮ່ວມກັບບໍລິສັດມິສທິນກ້າວໜ້າລາວ ຈຳກັດ ຈະຈັດງານສັບປະດາຫັດຖະກຳຊົນເຜົ່າ(Lao Ethnical Crafts Week), ໃນລະຫວ່າງວັນທີ 8-18 ກັນຍາ 2022 ນີ້, ຢູ່ສູນການຄ້າພາກຊັນ ນະຄອນຫລວງວຽງຈັນ ເພື່ອຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດຫັດຖະກຳຊົນເຜົ່າໃນ ສປປ ລາວ ໃຫ້ສາມາດຂະຫຍາຍການຕະຫລາດນັບມື້ກວ້າງຂວາງ ແລະ ໃຫ້ມີໂອກາດນໍາເອົາຜະລິດ ຕະພັນຂອງຕົນອອກໄປສູ່ຕະຫລາດສາກົນກໍຄືໃຫ້ສາມາດນໍາເອົາສິນຄ້າໄປວາງສະແດງ ແລະຂາຍຢູ່ໃນສູນການຄ້າພາກຊັນທັງຢູ່ພາຍໃນ ແລະຕ່າງປະເທດ. ເນື່ອງຈາກວ່າສູນການຄ້າພາກຊັນ ເປັນສູນການຄ້າທີ່ມີເຄືອຂ່າຍກວ້າງຂວາງ ແລະມີເຖິງ 100 ກວ່າສາຂາໃນທົ່ວໂລກ, ທັງມີສາຂາຍ່ອຍຢູ່ໃນຫລາຍປະເທດອີກດ້ວຍ.

ໂອກາດນີ້, ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກຳລາວ ໄດ້ຖະແຫຼງຂ່າວ ໃນວັນທີ 4 ກັນຍາ 2022 ຜ່ານມານີ້ວ່າ: ການຈັດງານສັບປະດາຫັດຖະກໍາຊົນເຜົ່າໃນຄັ້ງນີ້, ແນໃສ່ສ້າງຂະບວນການສະເຫລີມສະຫລອງ “ວັນຫັດຖະກຳລາວ 1 ພະຈິກ”, ພ້ອມທັງສະເຫລີມສະຫລອງການສ້າງຕັ້ງສະມາຄົມຫັດຖະກຳລາວ ຄົບຮອບ 25 ປີ, ທັງເປັນການກະກຽມໃຫ້ແກ່ການຈັດງານ “ມະຫາກຳສີມືຫັດຖະ ກຳລາວ ຄັ້ງທີ 21” ທີ່ຈະໄດ້ຈັດຂຶ້ນໃນທ້າຍເດືອນຕຸລາ 2022 ທີ່ຈະມາເຖິງນີ້, ທັງເປັນການປະກອບ ສ່ວນອະນຸລັກ ແລະ ສົ່ງເສີມວຽກງານຫັດຖະກຳໃນຂອບເຂດທົ່ວປະເທດ, ຕໍ່ຍອດມູນເຊື້ອຫັດຖະກຳຂອງຮຸ່ນປູ່ຍ່າຕາຍາຍໃຫ້ມີຄວາມຍືນຍົງຢູ່ຄູ່ກັບຊາວລາວເຮົາຕະຫລອດໄປ. ພ້ອມນັ້ນ, ຍັງເປັນການຍົກລະດັບປະສົບການດ້ານການວາງສະແດງ ແລະການຂາຍໃຫ້ແກ່ບັນດາຊາວຊ່າງ ແລະ ຫົວໜ່ວຍທຸລະກິດດ້ານຫັດຖະກຳ ໃຫ້ໄດ້ຮັບບົດຮຽນ ແລະ ປະສົບການ ໃນການປັບປຸງການຂາຍໃຫ້ເປັນລະບົບແບບມືອາຊີບ, ທັງເປັນການເປີດໂອກາດໃຫ້ຊຸມຊົນ ແລະ ລູກຄ້າ ຜູ້ມາທ່ຽວຊົມ, ທ່ຽວຊື້ໄດ້ພົບໄດ້ເຫັນຄວາມຫລາກຫລາຍຂອງເຄື່ອງຫັດຖະກຳຊົນເຜົ່າໃນ ສປປ ລາວ, ສ້າງຄວາມປະທັບໃຈ ແລະຫລົງໄຫລໃນຄວາມມະຫັດສະຈັນຂອງສີໄມ້ລາຍມືຂອງນາຍຊ່າງຫັດຖະກຳລາວ.

ບັນດາຜະລິດຕະພັນຫັດຖະກໍາຊົນເຜົ່າທີ່ຈະນໍາມາວາງສະແດງ ແລະຂາຍ ໃນງານສັບປະດາຫັດຖະກຳຊົນເຜົ່າໃນຄັ້ງນີ້, ປະກອບດ້ວຍ 8 ພວກສ່ວນຍ່ອຍເປັນຕົ້ນ ແຜ່ນແພ ແລະເຄື່ອງນຸ່ງຊົນເຜົ່າ; ເຄື່ອງປະດັບ; ເຄື່ອງຈັກສານ; ເຄື່ອງປັ້ນດິນເຜົາ; ຮູບແຕ້ມ, ໄມ້ແກະສະຫລັກ; ອາຫານສໍາເລັດຮູບພື້ນເມືອງ; ເສື້ອຜ້າ-ລາຄາໂຮງງານ, ສິນຄ້າໂອດັອບລາວ(ODOP) ເເລະອື່ນໆ ທີ່ກ່ຽວກັບຫັດຖະກຳຊົນເຜົ່າ.

ສຳລັບ ຜູ້ທີ່ເຂົ້າຮ່ວມງານຍັງສາມາດເຂົ້າຮ່ວມກິດຈະກຳຕ່າງໆ ເປັນຕົ້ນລົງທະບຽນເພື່ອຮັບຂອງລາງວັນໃນແຕ່ລະວັນ, ພ້ອມນັ້ນ, ແຕ່ລະຮ້ານວາງສະແດງຍັງສາມາດຮັບລາງວັນຍອດນິຍົມໄດ້ ໂດຍຜ່ານການນັບຄະແນນຍອດຂາຍ, ພ້ອມທັງຈະຈັດລາງວັນຮ້ານດີເດັ່ນໃນການຂາຍດີອັນດັບ 1, ມີການສະແດງຈາກອາສາສະໝັກຫລາຍພາກສ່ວນ ແລະ ໃນວັນທີ 11 ກັນຍາ 2022 ເປັນມື້ປະກວດການແຕ່ງກາຍພື້ນເມືອງລາວ (ອາພອນຊົນເຜົ່າ) ເພື່ອຊີງເອົາລາງວັນ ແລະອື່ນໆ.

ໂອກາດດຽວກັນ, ທ່ານນາງ ອານິດ ສີວິໄຊ ປະທານບໍລິສັດທະແວວ ພັດທະນາກະສິກຳຄົບວົງຈອນ ແລະຜະລິດຕະພັນລາວ, ທັງເປັນຮອງປະທານບໍລິສັດ ມິສທີນກ້າວໜ້າລາວ ຈຳກັດ ກ່າວວ່າ: ຈຸດປະສົງຂອງການຈັດງານສັບປະດາຫັດຖະກຳຊົນຊົນເຜົ່າໃນຄັ້ງນີ້, ເພື່ອສົ່ງເສີມສິນຄ້າລາວຂອງທຸກຊົນຊາດ, ຊົນເຜົ່າເຂົ້າສູ່ຕະຫລາດໂລກ ແລະເພີ່ມມູນຄ່າໃຫ້ກັບສິນຄ້າທີ່ດີມີຄຸນນະພາບອີກດ້ວຍ, ທັງເປັນການນຳສິນຄ້າຂອງເຜົ່າລາວທຸກເຜົ່າມາລວມກັນໃຫ້ເປັນບ່ອນໂຊຂາຍ, ສ້າງຄວາມໝັ້ນໃຈໃຫ້ກັບລູກຄ້າ, ຍົກສູງລາຄາສິນຄ້າທີ່ເຮັດດ້ວຍມື ແລະ ເປັນຈຸດເດັ່ນຂອງວັດຖຸດິບທຳມະຊາດທີ່ບ້ານເຮົາຍັງມີຫລາກຫລາຍທີ່ນຳມາຜະລິດເປັນສິນຄ້າເພື່ອຈຳໜ່າຍໃຫ້ແຂກທັງພາຍໃນ ແລະຕ່າງປະເທດ. ພ້ອມນັ້ນ, ພວກເຮົາຍັງໄດ້ເປີດໂອກາດໃຫ້ຜູ້ປະກອບການ ທັງພາຍໃນ ແລະຕ່າງປະເທດເຂົ້າມາຮ່ວມໃນງານເພື່ອຕໍ່ຍອດໃຫ້ແກ່ປະຊາຊົນບັນດາເຜົ່າ ໄດ້ພົບຄູ່ຄ້າຈາກຕ່າງປະເທດ.
ຂ່າວ: ກິດຕາ, ພາບ: ຂັນໄຊ