ສະມາຄົມມິດຕະພາບ ລາວ-ກູບາ ໄດ້ຮັບຫລຽນໄຊສາມັກຄີ ແລະຫລຽນກາລະນຶກ 60 ປີ ຈາກກູບາ

ພິທີມອບຫລຽນໄຊສາມັກຄີ ຈາກລັດຖະບານ ສ ກູບາ ແລະຫຼຽນກາລະນຶກ 60 ປີ ຈາກສະຖາບັນກູບາເພື່ອມິດຕະພາບກັບນາໆຊາດ (ICAP) ໃຫ້ແກ່ສະມາຄົມມິດຕະພາບ ລາວ-ກູບາ ຈັດຂຶ້ນໃນວັນທີ 4 ກັນຍາ 2022, ທີ່ຫໍສະພາແຫ່ງຊາດ, ຕາງໜ້າມອບໂດຍສະຫາຍ ເກີຣາໂດ ເປນາລເວ ປໍຕາລ (Gerardo penalver portal), ຮອງລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 1 ແຫ່ງ ສ ກູບາ ແລະ ຕາງໜ້າຄະນະບໍລິຫານສະມາຄົມມິດຕະພາບຕະພາບ ລາວ-ກູບາ ຮັບໂດຍ ສະຫາຍ ຈະເລີນ ເຍຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ-ກູບາ ໂດຍມີ ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ນາງ ເອັນນາ ເອເທີ ວຽງ ວາລເດສ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ກູບາ ປະຈຳ ສປປ ລາວ ແລະພາກສ່ວນກ່ຽວຂ້ອງຂອງລາວ ແລະກູບາ ເຂົ້າຮ່ວມ.

ພັກ, ລັດຖະບານ ແລະ ປະຊາຊົນ ກູບາ ແລະ ສະຖາບັນກູບາເພື່ອມິດຕະພາບກັບນາໆຊາດ ມອບຫລຽນໄຊສາມັກຄີ ແລະສະຖາບັນກູບາເພື່ອມິດຕະພາບກັບນາໆຊາດ ມອບ ຫລຽນກາລະນຶກ 60 ປີ ໃຫ້ສະມາຄົມມິດຕະພາບ ລາວ-ກູບາ ໃນຄັ້ງນີ້, ເພື່ອສະ ແດງຄວາມຂອບໃຈ, ຍ້ອງຍໍ ແລະ ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ເຄື່ອນໄຫວປະກອບສ່ວນຂອງສະມາຄົມມິດຕະພາບ ລາວ-ກູບາ ໃນການຕໍ່ສູ້ເພື່ອທວງເອົາຄວາມເປັນທຳໃຫ້ແກ່ປະຊາຊົນກູບາຢູ່ໃນເວທີພາກພື້ນ ແລະ ສາກົນໂດຍສະເພາະແມ່ນການປະກອບສ່ວນຕໍ່ສູ້ທວງເອົາຄວາມເປັນທຳໃຫ້ແກ່ 5 ວິລະຊົນກູບາ ຈົນໄດ້ຮັບອິດສະລະພາບ ແລະ ກັບຄືນມາສູ່ດິນແດນ ແລະອ້ອມກອດຂອງຄອບຄົວ, ສະໜັບສະໜູນການຕໍ່ສູ້ຕ້ານການປິດລ້ອມທຸກຮູບແບບ ຂອງອິດທິກໍາລັງປໍລະປັກທີ່ມີຕໍ່ກູບາ. ພ້ອມນັ້ນ, ກໍຍັງເຄື່ອນໄຫວປະກອບສ່ວນເຂົ້າໃນການປົກປັກຮັກສາ, ເສີມຂະຫຍາຍ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະການຮ່ວມມືຮອບດ້ານຂອງສອງພັກ, ສອງລັດ ແລະປະຊາຊົນສອງຊາດລາວ ແລະກູບາ ໃຫ້ນັບມື້ເກີດດອກອອກຜົນ, ສວຍສົດງົດງາມ ແລະໝັ້ນຄົງຖາວອນ.

ໂອກາດນີ້, ສະຫາຍ ຈະເລີນ ເຍຍປາວເຮີ ໄດ້ຕາງໜ້າໃຫ້ຄະນະບໍລິຫານງານສະມາຄົມມິດຕະພາບ ລາວ-ກູບາ ສະແດງຄວາມຂອບໃຈ ແລະ ຢືນຢັນວ່າຈະສືບຕໍ່ສະໜັບສະໜູນ ແລະຊ່ວຍເຫລືອຢ່າງສຸດຄວາມສາມາດຂອງຕົນຮ່ວມກັບສະຫາຍກູບາໃນການຕໍ່ສູ້ທວງເອົາຄວາມເປັນທຳ, ຄວາມຍຸຕິທໍາຈາກອິດທິກໍາລັງປໍລະປັກເພື່ອສິດທິໃນການສ້າງສາພັດທະນາດ້ວຍຕົນເອງ. ພ້ອມນີ້, ສະມາຄົມມິດຕະພາບ ລາວ-ກູບາ ມີຄວາມຍິນດີ ແລະພ້ອມທີ່ຈະຮ່ວມມືກັບບັນດາສະຫາຍກູບາ ໂດຍສະເພາະ ບັນດາສະຫາຍໃນສະຖາບັນກູບາເພື່ອມິດຕະພາບກັບນາໆຊາດ ແລະ ສະມາຄົມມິດຕະພາບ ກູບາ-ລາວ ໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະການຮ່ວມມືຮອບດ້ານຂອງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວ ແລະກູບາ ໃຫ້ແຕກດອກອອກຜົນ, ເສີມຂະຫຍາຍການທູດປະຊາຊົນເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ.

ຂ່າວ: ສຸກສະຫວັດ
ພາບ: ຂັນໄຊ