ກອງປະຊຸມແນະນໍາໂຄງການຕົວແບບໃນການນໍາໃຊ້ຍຸງລາຍ ເພື່ອຄວບຄຸມການສົ່ງເຊື້ອພະຍາດໄຂ້ຍຸງລາຍຢູ່ບ້ານເປົ້າໝາຍ

ກອງປະຊຸມແນະນໍາໂຄງການທົດລອງຈັດຕັ້ງປະຕິບັດວິທີການນໍາໃຊ້ຍຸງລາຍບ້ານທີ່ມີເຊື້ອແບັກທີເຣຍ ໂວສບັກເຄຍ (Wolbachia) ເພື່ອຄວບຄຸມການສົ່ງເຊື້ອພະຍາດໄຂ້ຍຸງລາຍ ຢູເມືອງຈັນທະບູລີ ແລະ ເມືອງໄຊເສດຖານະຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 2 ກັນຍາ 2022 ທີ່ໂຮງແຮມ ຄຣາວພລາຊາ ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຮ່ວມລະຫວ່າງດຣ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ທ່ານ ນາງ ດີບໍຣາບລີບເວີ ( Deborach Leaver ) ຜູ້ອໍານວຍການອົງການຊ່ວຍເຫລືອເດັກສາກົນປະຈໍາລາວ, ສາດສະດາຈານ ແຄມເມີຣອນ ຊີມມ່ອນ ຜູ້ອໍານວຍການໂຄງການຄວບຄຸມປະຊາກອນຍຸງໂລກ ຫລື WMP ແລະ ດຣ ບຼີນນາ ເອັມຊີລີນ ຫົວໜ້າໂຄງການຄວບຄຸມປະຊາກອນຍຸງໂລກຮັບຜິດຊອບໂຄງການຢູ່ລາວ, ມີພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.

ໂອກາດນີ້, ດຣ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກມີຄໍາເຫັນວ່າ:ໂຄງການທົດລອງຈັດຕັ້ງປະຕິບັດວິທີການນໍາໃຊ້ຍຸງລາຍບ້ານທີ່ມີເຊື້ອແບັກທີ ເຣຍໂວລບັກເຄຍ( Wolbachia) ເພື່ອຄວບຄຸມການສົ່ງເຊື້ອພະຍາດໄຂ້ຍຸງລາຍຢູ່ເມືອງຈັນທະບູລີ ແລະ ເມືອງໄຊເສດຖາ ໄດ້ຮັບການສະໜັບສະໜູນທຶນຈາກໂຄງການຄວບຄຸມປະຊາກອນຍຸງໂລກປະເທດອົດສະຕຣາລີ, ໂດຍແມ່ນກະຊວງສາທາລະນະສຸກເປັນຜູ້ຊີ້ນໍາລວມ, ກົມຄວບຄຸມພະຍາດຕິດຕໍ່ ແລະ ອົງການຊ່ວຍເຫລືອເດັກສາກົນເປັນຜູ້ຈັດຕັ້ງປະຕິບັດ. ຈຸດປະສົງຂອງໂຄງການເພື່ອຫລຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍຢູ່ລາວ ແລະ ສະໜັບສະໜູນເປົ້າໝາຍ ແຫ່ງຊາດທີ່ໄດ້ກໍານົດໄວ້ໃນແຜນປະຕິບັດງານກ່ຽວກັບການກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍໂດຍນໍາໃຊ້ມາດຕະການເຊື່ອມສານແບບຄົບຊຸດ. ກິດຈະກໍາຫລັກຂອງໂຄງການແມ່ນສື່ສານ ແລະການມີສ່ວນຮ່ວມຂອງຊຸມຊົນ. ສໍາລັບວິທີການປ່ອຍຍຸງລາຍບ້ານທີ່ມີເຊື້ອໂວລບັກເຄຍ, ການ ປ່ອຍຍຸງລາຍບ້ານທີ່ມີເຊື້ອໂວລບັກເຄຍ ແລະການເກັບກໍາຂໍ້ມູນ ເພື່ອຕິດຕາມອັດຕາຂອງເຊື້ອ ໂວລບັກເຄຍຢູ່ປະຊາກອນຍຸງຢູ່ພາກສະໜາມຫລັງຈາກໄລຍະການປ່ອຍຍຸງ. ຊຶ່ງຈະຈັດຕັ້ງປະຕິບັດຢູ່ 32 ບ້ານຂອງເມືອງຈັນທະບູລີ ແລະ ເມືອງໄຊເສດຖາ.

ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ມີຄໍາເຫັນຕື່ມວ່າ: ພາຍຫລັງຊຸມຊົນເຂດເປົ້າໝາຍເຫັນດີ ແລະຮັບຮອງແລ້ວໂຄງການຄວບຄຸມປະຊາກອນຍຸງໂລກຈະໄດ້ເລີ່ມຈັດຕັ້ງປະຕິບັດ ໃນການປ່ອຍ ຍຸງລາຍບ້ານທີ່ມີເຊື້ອໂວລບັກເຄຍ ໂດຍການຮ່ວມເຮັດວຽກຮ່ວມກັບອາສາສະໝັກສາທາລະນະສຸກຂັ້ນບ້ານພາຍໃນຕົ້ນປີ 2023 ຊຶ່ງເຂດທີ່ຈະປ່ອຍຍຸງຈະກວມເອົາເນື້ອທີ່ທັງໝົດປະມານ 12 ຕາຕະລາງ ກິໂລແມັດ ແລະຈະສາມາດຊ່ວຍປ້ອງກັນການຕິດເຊື້ອໄຂ້ຍຸງລາຍ ສູງເຖິງ 86.000 ຄົນ ຢູ່ໃນ 2 ເມືອງເປົ້າໝາຍຂອງນະຄອນຫລວງວຽງຈັນ.
ໂດຍ: ບຸນຍັງ ພຸດສະຫວັດ