ເຊັນສັນຍາໂຄງການກໍ່ສ້າງຄອງລະບາຍນໍ້າ ຕົວເມືອງທ່າແຂກ

ໃນວັນທີ 1 ກັນຍາ 2022 ທີ່ໂຮງແຮມທ່າແຂກໃໝ່ເມືອງທ່າແຂກລະຫວ່າງພະແນກໂຍທາທິການ ແລະຂົນສົ່ງແຂວງຄຳມ່ວນໃນນາມເຈົ້າຂອງໂຄງການໃຫ້ກຽດລົງນາມໂດຍ ທ່ານ ພິດສະໄໝ ກອງຊາເດດ ຫົວໜ້າພະແນກໂຍທາທິການ ແລະຂົນສົ່ງແຂວງກັບບໍລິສັດ ແສງມີໄຊຄົບວົງຈອນ ຈຳກັດຜູ້ດຽວໃນນາມຜູ້ຮັບເໜົາກໍ່ສ້າງ. ຊຶ່ງຕາງໜ້າລົງນາມໂດຍ ທ່ານ ຄຳເພັດ ພົມມະວີ ອຳນວຍການບໍລິສັດມີໄຊຄົບວົງຈອນ ຈຳກັດຜູ້ດຽວ ໂດຍຊ່ອງໜ້າ ທ່ານ ປອ. ວຽງນາມ ດວງພະຈັນ ຫົວໜ້າ ກົມເຄຫາ ແລະຜັງເມືອງກະຊວງໂຍທາທິການ ແລະຂົນສົ່ງ, ເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ, ມີທ່ານຮອງເຈົ້າແຂວງ, ເຈົ້າເມືອງທ່າແຂກພ້ອມດ້ວຍພາກສ່ວນຕາງໜ້າຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂຄງການພັດທະນາຕົວເມືອງຕາມແລວທາງອານຸພາກພື້ນແມ່ນໍ້າຂອງ 4 ຫຼື (GMS4) ແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີເຊິ່ງປະກອບມີ 2 ຕົວເມືອງຄື: ຕົວເມືອງປາກຊັນ ແຂວງບໍລິຄໍາໄຊ ແລະເມືອງທ່າແຂກ ແຂວງຄໍາມ່ວນ ເຊິ່ງມີມູນຄ່າທັງໝົດ 54 ລ້ານໂດລາສະຫະລັດ, ໃນນີ້ທະນາຄານພັດທະນາອາຊີ 48 ລ້ານໂດລາສະຫະລັດ ແລະລັດຖະບານ ສປປ ລາວ 6 ລ້ານໂດລາສະຫະລັດ.

ໃນເບື້ອງຕົ້ນໂຄງການດັ່ງກ່າວແມ່ນມີໄລຍະເວລາ 5 ປີ (2019-2023) ແຕ່ເນື່ອງຈາກມີການລະບາດຂອງເຊື້ອພະຍາດໂຄວິດ 19 ໃນໄລຍະຜ່ານມາຜູ້ໃຫ້ທຶນຈຶ່ງໄດ້ຕໍ່ອະນຸມັດສັນຍາໂຄງການເພີ່ມຕື່ມ ຮອດເດືອນ ມິຖຸນາ 2026 ສໍາລັບຕົວເມືອງທ່າແຂກ ມູນຄ່າຄາດຄະເນຈະໄດ້ຮັບແມ່ນ 26,82 ລ້ານໂດລາສະຫະລັດ ແລະ ທຶນດັ່ງກ່າວຈະໄດ້ນໍາໃຊ້ເຂົ້າໃນ 5 ກິດຈະກໍາຄື: ໂຄງການກໍ່ສ້າງຄອງລະບາຍນໍ້າໃນຕົວເມືອງ, ຕິດຕັ້ງປະຕູນໍ້າໃສ່ຫ້ວຍຊີມັງ ແລະຕິດຕັ້ງຈັກດູດນໍ້າ, ກໍ່ສ້າງອ່າງບໍາບັດນໍ້າເປື້ອນແບບບໍ່ລວມສູນ, ປັບປຸງສະໜາມກໍາຈັດຂີ້ເຫຍື້ອແບບສຸຂະອະນາໄມ, ກໍ່ສ້າງປ້ອງກັນຕະຝັ່ງເຈື່ອນຕາມແມ່ນໍ້າຂອງ, ກໍ່ສ້າງປັບປຸງຟື້ນຟູບູລະນະໃຈກາງຕົວເມືອງເກົ່າ ແລະອະນຸລັກມໍລະດົກຂອງຕົວເມືອງ.

ສຳລັບໂຄງການກໍ່ສ້າງຮ່ອງລະບາຍນໍ້າຕົວເມືອງທ່າແຂກ ແຂວງຄຳມ່ວນທີ່ໄດ້ລົງນາມສັນຍາໃນຄັ້ງນີ້ແມ່ນມີມູນຄ່າທັງໝົດ 4 ລ້ານກວ່າໂດລາສະຫະລັດ ເຊິ່ງບໍ່ລວມອາກອນມູນຄ່າເພີ່ມ 10%.