ມຽນມາ ໃຊ້ມາດຕະຖານສະກັດກັ້ນບໍ່ໃຫ້ເງິນຈາດ ອ່ອນຄ່າລົງຕື່ມອີກ

ຕາມຂ່າວຈາກ CRI: ຕອນຄໍ່າວັນທີ 31 ສິງຫານີ້, ທະນາຄານກາງ ມຽນມາ ຈະປ່ອຍເງິນ 200 ລ້ານໂດລາສະຫະລັດ ເຂົ້າສູ່ຕະຫຼາດເພື່ອສະກັດກັ້ນບໍ່ໃຫ້ເງິນຈາດ ມຽນມາ ອ່ອນຄ່າລົງ ແລະສະກັດກັ້ນບໍ່ໃຫ້ລາຄານໍ້າມັນເຊື້ອໄຟ ແລະລາຄາ ສິນຄ້າ ພື້ນຖານ ເພີ່ມສູງຂຶ້ນ ຢ່າງວ່ອງໄວ. ສະເພາະອັດຕາແລກປ່ຽນລະຫວ່າງເງິນຈາດ ມຽນມາ ຕໍ່ເງິນໂດລາສະຫະລັດ ໃນວັນທີ 31 ສິງຫານີ້ໄດ້ຕົກຕໍ່າລົງ ເປັນ 4.300 ຈາດຕໍ່ 1 ໂດລາ ຊຶ່ງໄດ້ສ້າງສະຖິຕິຕໍ່າສຸດໃນປະຫວັດສາດ. ສ່ວນອັດຕາແລກປ່ຽນ ທາງການຂອງມຽນມາ ຍັງຮັກສາໄວ້ຢູ່ໃນ ລະດັບ 2.100 ຈາດຕໍ່ 1 ໂດລາ.
ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ