ກອງປະຊຸມ ຜູ້ອຳນວຍການໃຫຍ່ ທາງລົດໄຟ ອາຊຽນ ຄັ້ງທີ 42

ຕາມຂ່າວຈາກ VOVWORLD, ກອງປະຊຸມຜູ້ອໍານວຍການໃຫຍ່ທາງລົດໄຟສະມາຄົມປະຊາຊາດອາຊີ ຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 42 ໄດ້ຈັດຂຶ້ນ ໃນລະຫວ່າງ ວັນທີ23 - 25 ສິງຫານີ້ຢູ່ນະຄອນດານັ້ງ ໂດຍມີຜູ້ແທນຈາກຂະແໜງການ ທາງລົດໄຟ 170 ຄົນ ມາຈາກ 8 ປະເທດ ໃນກຸ່ມອາຊຽນ ລວມມີ: ກໍາປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ໄທ ແລະຫວຽດນາມ ເຂົ້າຮ່ວມເພື່ອປຶກສາຫາລື, ແລກປ່ຽນບົດຮຽນໃນການພັດທະນາ ແລະຂຸດຄົ້ນທາງລົດໄຟ ໃນພາກພື້ນ ຢ່າງມີປະສິດທິຜົນ, ຍຸດທະສາດ ພັດທະນາທາງລົດໄຟຢູ່ບັນດາປະເທດສະມາຊິກ; ບົດຮຽນໃນການເຄື່ອນໄຫວ, ຄຸ້ມຄອງລະບົບທາງລົດໄຟ.

ໃນໂອກາດນີ້ ທ່ານ ດັ່ງສີແມ້ງ, ຜູ້ອຳນວຍການໃຫຍ່ ບໍລິສັດ ທາງລົດໄຟ ຫວຽດນາມ, ໃຫ້ຮູ້ວ່າ: ປະຈຸບັນ, ກະຊວງຄົມມະນາຄົມຂົນສົ່ງ ຫວຽດນາມ ພວມເປັນ ເຈົ້າການສ້າງຂັ້ນຕອນ, ມາດຕະການ, ກົນໄກນະໂຍບາຍປະຕິບັດ ການວາງແຜນຜັງ ເລກທີ 1769 ຂອງນາຍົກ ລັດຖະມົນຕີ. ຄາດວ່າຈະມີຂັ້ນຕອນລະອຽດເພື່ອພັດທະນາ ແລະສ້າງສຳເລັດເຄືອຂ່າຍທາງລົດໄຟ ຫວຽດນາມ, ເຊື່ອມຕໍ່ກັບພາກພື້ນ ແລະບັນດາປະເທດອາຊຽນ. ຜ່ານກອງປະຊຸມຄັ້ງນີ້, ໄດ້ຖອດຖອນເອົາບົດຮຽນ, ການກຳນົດທິດ, ມາດຕະການເພື່ອສ້າງ, ພັດທະນາເຄືອຂ່າຍທາງລົດໄຟຂອງແຕ່ລະປະເທດ ແລະພາກພື້ນ.

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ