ປະຊຸມຜູ້ບໍລິຫານການສຶກສາ ແລະກີລາ

ກອງປະຊຸມຜູ້ບໍລິຫານການສຶກສາ ແລະກີລາ ປະຈໍາສົກຮຽນ 2022-2023 ໄດ້ຈັດຂຶ້ນໃນວັນທີ 23 ສິງຫາ ນີ້ ທີ່ຫ້ອງປະຊຸມສູນໄອຊີທີ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ,ມີບັນດາຫົວໜ້າຫ້ອງການ,ຫົວໜ້າກົມ,ຫົວໜ້າພະແນກສຶກສາທິການ ແລະ ກິລາ, ຜູ້ອໍານວຍການສະຖານການສຶກສາ-ກິລາ ທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພຸດ ສິມມາລາວົງ ໄດ້ວ່າ: ສົກຮຽນປີ 2021-2022 ແມ່ນເປັນສົກຮຽນໜຶ່ງທີ່ໄດ້ດໍາເນີນໄປໃນສະພາບທີ່ບໍ່ປົກກະຕິ, ພ້ອມມີການລະບາດຂອງພະຍາດໂຄວິດ-19, ສໍາລັບຂະແໜງການສຶກສາ, ເຖິງຈະມີຄວາມຫຍຸ້ງຍາກກໍສາມາດຈັດການຮຽນ-ການສອນ, ການສອບເສັງແຕ່ການສຶກສາກ່ອນໄວຮຽນເຖິງການສຶກສາຊັ້ນສູງ, ຄູ-ອາຈານ ໄດ້ເອົາໃຈໃສ່ຝຶກອົບຮົມ ແລະສິດສອນດ້ວຍຫຼາກຫຼາຍວິທີ, ອັດຕາການສັກວັກຊິນໂຄວິດ-19 ຂອງຄູ-ອາຈານ ແລະນັກຮຽນ-ນັກສຶກສາ, ກວມເອົາເປີເຊັນສ່ວນຫຼາຍ, ສາມາດຈັດສົ່ງນັກຮຽນໄປຕ່າງປະເທດຈໍານວນໜຶ່ງໄດ້ສໍາເລັດ. ສໍາລັບວຽກງານກິລາແມ່ນໄດ້ສົ່ງຄະນະກິລາເຂົ້າຮ່ວມງານມະຫະກໍາກິລາຊີເກມ, ອາຊຽນພາລາເກມ, ກິລານັກຮຽນມະຫາວິທະຍາໄລ, ການແຂ່ງຂັນລີກພາຍໃນ ແລະຕ່າງປະເທດ, ການອອກກໍາລັງກາຍຂອງມວນຊົນໄດ້ເປັນຂະບວນຟົດຟື້ນ, ພິເສດນັກກິລາບານເຕະຮຸ່ນອາຍຸບໍ່ເກີນ-19 ປີ ໄດ້ສ້າງໜ້າປະຫວັດສາດໃໝ່ໃຫ້ແກ່ວົງການກິລາບານເຕະຊຶ່ງສາມາດຍາດໄດ້ຮອງແຊັມທີ່ປະເທດອິນໂດເນເຊຍ.

ກອງປະຊຸມຄັ້ງນີ້ຈະໄດ້ພ້ອມກັນຕີລາຄາບັນຫາ ແລະຂໍ້ຄົງຄ້າງໃນສົກຮຽນຜ່ານມາ, ພ້ອມກັນວິເຄາະວິໄຈໃຫ້ເຫັນສາເຫດຂອງແຕ່ລະບັນຫາຢ່າງແທ້ຈິງ ແລະຫາວິທີເພື່ອແກ້ໄຂຮ່ວມກັນ; ໃນກອງປະຊຸມຈະໄດ້ພ້ອມກັນແລກປ່ຽນບາງຫົວຂໍ້ດັ່ງນີ້: ພິຈາລະນາຜົນການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ປະຈໍາສົກຮຽນ 2021-2022 ແລະ ແຜນປະຈໍາສົກຮຽນ 2022-2023; ປະກອບຄໍາເຫັນໃສ່ຜົນການຕິດຕາມມະຕິກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາປະຈໍາສົກຮຽນ 2020-2021; ເຊື່ອມຊຶມມະຕິຂອງກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 60/ສພຊ, ລົງວັນທີ 8/7/2002 ແລະ ມາດຕະການໃນການຈັດຕັ້ງປະຕິບັດ; ຈາກນັ້ນ ຈະໄດ້ຮັບຟັງບາງບົດຮຽນການຈັດການຮຽນ-ການສອນ ຂອງແຂວງຈໍານວນໜຶ່ງ; ກອງປະຊຸມຍັງຈະໄດ້ຮັບຟັງຄໍາຄິດຄໍາເຫັນຂອງຜູ້ບໍລິຫານການສຶກສາຢູ່ທ້ອງຖິ່ນ ແລະຢູ່ສູນກາງ ແລະ ຈະໄດ້ຮັບຮອງມະຕິກອງປະຊຸມເພື່ອເປັນທິດທາງການຈັດຕັ້ງປະຕິບັດກິດຈະກໍາຂອງຂະແໜງການສຶກສາໃນສົກຮຽນ 2022-2023. ຈະພ້ອມກັນປະກອບຄໍາເຫັນ, ຕີລາຄາ ແລະເບິ່ງບັນຫາຢ່າງກົງໄປກົງມາ ແລະຊອກຫາທິດທາງແກ້ໄຂເພື່ອກ້າວໄປສູ່ການຈັດຕັ້ງປະຕິບັດທີ່ເຮັດໄດ້ແທ້ຈິງ.