ທ່ອງທ່ຽວ ໄຊມຸງຄຸນ ເນັ້ນຄວາມຊື່ສັດ ສັງຄົມເຊື່ອໝັ້ນ

ເລື່ອງການບໍລິການທ່ອງທ່ຽວບໍ່ວ່າຢູ່ພາຍໃນຫຼືຕ່າງປະເທດຄິດຫາບໍລິສັດ ທ່ອງທ່ຽວ ໄຊມຸງຄຸນ ຈຳກັດຜູ້ດຽວ ເພິ່ນມີປະສົບການເລື່ອງບໍລິການມາຫຼາຍ 10 ປີ ທີ່ເພິ່ນເອົາໃຈໃສ່ເນັ້ນຄວາມສຳຄັນຊື່ສັດເຮັດໃຫ້ການບໍລິການຜ່ານມາຮອດປະຈຸບັນສັງຄົມໃຫ້ຄວາມເຊື່ອໝັ່ນ.

ທ່ານ ນາລິນ ຄຳສຸຣິນ ຜູ້ອຳນວຍການບໍລິສັດ ທ່ອງທ່ຽວໄຊມຸງຄຸນ ຈຳກັດຜູ້ດຽວ ໃຫ້ສຳພາດນັກຂ່າວເສດຖະກິດ-ສັງຄົມພວກເຮົາ ໃຫ້ຮູ້ວ່າ: ບົນພື້ນຖານແນວທາງນະໂຍບາຍອັນຖືກຕ້ອງຂອງພັກ-ລັດເຮົາໃນການພັດທະນາເສດຖະກິດ-ສັງຄົມ ຄວນຊຸກຍູ້ໃຫ້ບັນດາຂະແໜງການເສດຖະກິດໃຫ້ມີບາດກ້າວຂະຫຍາຍຕົວທີ່ແຂງແຮງຫຼາຍລະດັບແນ່ໃສ່ປະກອບສ່ວນອັນສຳຄັນເຂົ້າໃນການລົບລ້າງຄວາມທຸກຍາກເປັນຕົ້ນແມ່ນຂະແໜງການບໍລິການຄວນເຫັນໄດ້ທ່າແຮງ ແລະບົດຮຽນປະສົບການຕົວຈິງຂອງຕົນເອງ, ເຮັດໃຫ້ການດຳເນີນທຸລະກິດຖືກຕ້ອງຕາມກົດໝາຍລະບຽບການກຳນົດໄວ້. ບໍລິສັດເລີ່ມໃຫ້ບໍລິການໃນປີ 2012 ໂດຍມີຊື້ວ່າ ບໍລິສັດ ທ່ອງທ່ຽວໄຊມຸງຄຸນ ຈຳກັດ ຕັ້ງຢູ່ບ້ານ ຮ່ອງໄກ່ແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

ບໍລິສັດຂອງຂ້າພະເຈົ້າໄດ້ເຮັດພາລະບົດບາດຕົ້ນຕໍ 2 ອັນຄື: 1 ບໍລິການດ້ານການທ່ອງທ່ຽວຢູ່ພາຍໃນ ແລະຕ່າງປະເທດຕາມການສັ່ງຈອງຂອງລູກຄ້າ ແລະ2 ບໍລິການໃຫ້ເຊົ່າລົດຊຶ່ງມີລົດຫຼາຍປະເພດໃຫ້ເຊົ່າຕາມຄວາມຕ້ອງການຂອງລູກຄ້າເຊັ່ນ: ບໍລິການໃຫ້ເຊົ່າລົດແກ່ນັກທ່ອງທ່ຽວເປັນກຣຸບ ຫຼືເປັນຄອບຄົວໄປທ່ອງທ່ຽວຢູ່ພາຍໃນ ແລະຕ່າງປະເທດ ຫຼືເຊົ່າລົດເພື່ອຂົນສົ່ງພະນັກງານໂຮງງານຕ່າງໆພາຍໃນນະຄອນຫຼວງວຽງຈັນ ເຊົ່າເປັນເດືອນເປັນປີ ແລະອື່ນໆ ແຕ່ເຖິງຢ່າງໃດກໍ່ຕາມໃນໄລຍະ 2 ປີຜ່ານມານີ້ທົ່ວໂລກກໍ່ຄືປະເທດລາວ ເຮົາໄດ້ປະເຊີນກັບການແພ່ລະບາດຂອງພະຍາດໂຄວິດ-19 ທີ່ຮ້າຍແຮງ. ລັດຖະບານໄດ້ມີມາດຕະການເຂັ້ມງວດໃນການສະກັດກັ່ນ ແລະຕ້ານການແພ່ລະບາດຂອງພະຍາດດັ່ງກ່າວຊຶ່ງໄດ້ປິດປະເທດເປັນເວລາດົນສົມຄວນຊຶ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ການດຳລົງຊີວີດ, ການດຳເນີນທຸລະກິດປະເພດຕ່າງໆບໍ່ເໜັງເຕັງໃນນີ້ບໍລິສັດຂອງພວກຂ້າພະເຈົ້າກໍ່ໄດ້ຮັບຜົນກະທົບເຊັ່ນດຽວກັນກິດຈະການທ່ອງທ່ຽວແມ່ນຢຸດສະງັດສົ່ງຜົນໃຫ້ຂາດລາຍຮັບທີ່ຈຳເປັນໂດຍສະເພາະແມ່ນເງິນເດືອນຂອງພະນັກງານກໍ່ຄືການໃຊ້ຈ່າຍຈຳເປັນຕ່າງໆໃນບໍລິສັດ.

ແຕ່ພາຍຫຼັງສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ລຸດຜ່ອນລົງແລ້ວມາຮອດປັດຈຸບັນລັດຖະບານກໍ່ໄດ້ມີນະໂຍບາຍເປີດປະເທດຄືນນັບແຕ່ເດືອນພຶດສະພາເປັນຕົ້ນມາ. ເຊິ່ງຖືວ່າເປັນໂອກາດດີແກ່ການດຳລົງຊີວີດ, ການພັດທະນາເສດຖະກິດສັງຄົມເຂົ້າສູ່ສະພາບປົກກະຕິເທືອລະກ້າວ. ສະນັ້ນນັບແຕ່ນີ້ໄປບໍລິສັດຂອງ ຂ້າພະເຈົ້າ ກໍ່ພະຍາຍາມສ້າງຄວາມພ້ອມ ໃນການບໍລິການລູກຄ້າໃຫ້ດີທີ່ສຸດ ເປັນຕົ້ນແມ່ນການບໍລິການທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດບໍ່ວ່າຄົນລາວຈະອອກໄປທ່ຽວຕ່າງປະເທດ ຫລື ນັກທ່ອງທ່ຽວຕ່າງປະເທດຈະເຂົ້າມາທ່ອງທ່ຽວໃນປະເທດລາວ ແລະການບໍລິການໃຫ້ເຊົ່າລົດແກ່ລູກຄ້າຕາມຄວາມຕ້ອງການຕົວຈິງໃນແຕ່ລະໄລຍະ. ເວົ້າລວມແລ້ວການເປີດປະເທດແມ່ນເປັນການເປີດໂອກາດໃຫ້ທຸກຄົນໃນສັງຄົມກໍ່ຄືບັນດາຫົວໜ່ວຍທຸລະກິດໄດ້ເຂົ້າສູ່ການປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນຢ່າງເຕັມທີ່ເພື່ອເຮັດໃຫ້ການດຳເນີນທຸລະກິດມີປະສິດທິຜົນ ແລະ ໄດ້ປະກອບພັນທະຕ່າງໆໃຫ້ລັດທັງໝົດນັ້ນກໍ່ແມ່ນການພັດທະນາສ້າງສາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງຢ່າງບໍ່ຢຸດຢັ້ງ.

ທ້າຍນີ້ໃນນາມບໍລິສັດ ທ່ອງທ່ຽວໄຊມຸງຄຸນ ຂໍເຊີນບັນດາທ່ານເຂົ້າມາໃຊ້ບໍລິການບໍລິສັດຂອງພວກເຮົາໃຫ້ຫຼາຍຂຶ້ນພວກເຮົາພ້ອມແລ້ວທີ່ຈະບໍລິການຮັບໃຊ້ທ່ານດວ້ຍບົດຮຽນປະສົບການທີ່ດີ ແລະເປັນທີ່ເພິງພໍໃຈຂອງບັນດາທ່ານ. ການບໍລິການດ້ານຕ່າງໆສາມາດປຶກສາປຶກສາຫາລືກັນໄດ້. ຫວັງຢ່າງຍິ່ງວ່າບໍລິສັດຂອງພວກຂ້າພະເຈົ້າຈະໄດ້ຮັບໃຊ້ທ່ານໃນເວລາອັນໃກ້ໆນີ້ສົນໃຈຕິດຕໍ່ 021 452 828 ວອດແອັບ 020 5987 1819 , 020 5592 0888