6 ເດືອນ ກອງບັນຊາການທະຫານແຂວງຫຼວງພະບາງ ມີຄວາມເຂັ້ມແຂງຫຼາຍດ້ານ

ກອງປະຊຸມສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະວາງທິດທາງແຜນການ 6 ເດືອນທ້າຍປີ 2022 ຂອງກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້, ໂດຍການເປັນປະທານຂອງທ່ານ ພັນເອກ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີຄະນະກອງບັນຊາການ, ຄະນະບັນຊາອົງການ 5 ຫ້ອງ ແລະພະນັກງານຫຼັກແຫຼ່ງທົ່ວກອງບັນຊາການທະຫານແຂວງເຂົ້າຮ່ວມ.

ທ່ານ ພັນໂທ ສິງທອງ ອິນທະວອງ ຫົວໜ້າຫ້ອງການບໍລິຫານກອງບັນຊາການທະຫານແຂວງໄດ້ຂຶ້ນຜ່ານບົດສະຫຼຸບທັງສອງພາກວ່າ: 6 ເດືອນຕົ້ນປີນີ້ໄດ້ສໍາເລັດການປະເມີນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງທົ່ວແຂວງ ມີ 15 ກຸ່ມບ້ານ, 71 ບ້ານ, 9.614 ຄອບຄົວ, ສືບຕໍ່ການປ້ອງກັນເວນຍາມທັງສໍາເລັດການອົບຮົມບໍາລຸງການທະຫານໄລຍະສັ້ນ, ອົບຮົມທະຫານໃໝ່, ສະຖາບັນການສຶກສາ,ມັດທະຍົມຕອນປາຍໃນທົ່ວແຂວງ ແລະອົບຮົມພະນັກງານການນໍາເປົ້າໝາຍ 3 ຊຸດທີ V, ໄດ້ເລື່ອນຊັ້ນໃຫ້ນາຍທະຫານ 236 ທ່ານ, ອອກໃບຢັ້ງຢືນ ແລະ ບັດປະຈໍາຕົວໃຫ້ນາຍທະຫານ 256 ບັດ, ລຸລ່ວງພະນັກງານພັກຜ່ອນຮັບບໍານານ 14 ທ່ານ, ສົ່ງພະນັກງານໄປຮຽນຕ່າງປະເທດ 4 ທ່ານ, ແຕ່ງຕັ້ງໜ້າທີ່ໃໝ່ 39 ທ່ານ, ໄດ້ຊຸກຍູ້ວຽກງານຮັບປະກັນດ້ານອຸປະໂພກ - ບໍລິໂພກ, ການເງິນ, ຜ່ານມາສາມາດຮັບປະກັນດ້ານເຂົ້າກິນ 50%, ດ້ານຊີ້ນປາ 50%, ດ້ານຜັກກິນ 85%, ທົ່ວກົມກອງມີລົດ 128 ຄັນ, ໃນນີ້ກະຊວງປະກອບໃຫ້ 45 ຄັນ, ແຂວງປະກອບໃຫ້ 10 ຄັນ, ກົມກອງຊື້ເອງ 62 ຄັນ, ແບ່ງອອກເປັນ 2 ປະເພດຄື: ລົດສູ້ຮົບ ແລະ ລົດຮັບປະກັນ, ໂດຍລວມຍັງຮັບປະກັນດ້ານອາວຸດ-ລູກກະສູນ, ລວມທັງການສ້ອມແປງ ແລະເຕັກນິກ-ເຫຼົ່າຮົບ, ທັງໄດ້ເຄື່ອນໄຫວວຽກງານບໍລິຫານປິ່ນອ້ອມ ຢ່າງເປັນເຈົ້າການ ແລະເຮັດວຽກງານພົວພັນຕ່າງປະເທດໄດ້ຕາມແຜນການທີ່ວາງໄວ້. ໃນບົດສະຫຼຸບໄດ້ຍົກໃຫ້ເຫັນຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະບົດຮຽນທີ່ຖອດຖອນໄດ້, ພ້ອມນີ້ຜູເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄໍາເຫັນເພື່ອເຮັດໃຫ້ບົດສະຫຼຸບມີເນື້ອໃນຄົບຖ້ວນສົມບູນ ແລະເອກະພາບນໍາໄປຈັດຕັ້ງປະຕິບັດໃນທິດທາງແຜນການທ້າຍປີ 2022 ໃຫ້ມີປະສິດທິ ພາບສູງ.