ຣັດເຊຍ ສົ່ງອອກພະລັງງານເພີ່ມຂຶ້ນ 38% ໃນປີນີ້

ສຳນັກຂ່າວ ຣອຍເຕີ, ວັນທີ 18 ສິງຫານີ້, ກະຊວງເສດຖະກິດ ຂອງຣັດເຊຍ ເປີດເຜີຍວ່າ: ປະລິມານການສົ່ງອອກນໍ້າມັນເຊື້ອໄຟເພີ່ມສູງຂຶ້ນປະກອບກັບລາຄາອາຍແກ໊ສ ທີ່ເພີ່ມຂຶ້ນນັ້ນຈະຊ່ວຍຊຸກຍູ້ລາຍໄດ້ຈາກການສົ່ງອອກພະລັງງານຂອງຣັດເຊຍປັບເພີ່ມຂຶ້ນ 38% ຄິດເປັນມູນຄ່າ 3.375 ຕື້ໂດລາສະຫະລັດ ໃນນປີນີ້ເມື່ອທຽບໃສ່ປີກາຍ. ຂະນະດຽວກັນລາຄາສົ່ງອອກອາຍແກ໊ສ ສະເລ່ຍຈະປັບຂຶ້ນເປັນເທົ່າໂຕ ສູ່ລະດັບ730 ໂດລາ ສະຫະລັດ/1.000 ແມັດກ້ອນ ໃນປີນີ້ກ່ອນທີ່ຈະຊ້າລົງຈົນຮອດທ້າຍປີ 2025.

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ