ສະພາປະຊາຊົນແຂວງຫລວງພະບາງຊຸດທີ II ໄຂກອງປະຊຸມສະໄໝສາມັນ ເທື່ອທີ 3

ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນແຂວງຫລວງພະບາງ ຊຸດທີ II ໄຂຂຶ້ນໃນວັນທີ 10 ສິງຫາ 2022 ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີ ທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຫລວງພະບາງ, ມີສະມາຊິກສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ, ຜູ້ຕາງໜ້າພະແນກການ-ກົມກອງອ້ອມຂ້າງແຂວງ ແລະພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ຈະດຳເນີນໄປເປັນເວລາ 3 ວັນ, ໃນນັ້ນ ຈະໄດ້ຮັບຟັງການລາຍງານ ແລະການພິຈາລະນາ-ຮັບຮອງເອົາ ບັນຫາສຳຄັນພື້ນຖານຂອງແຂວງເປັນຕົ້ນ ບົດລາຍງານຕ່າງໆຂອງອົງການປົກຄອງແຂວງໄລຍະ 6 ເດືອນຕົ້ນປີ ແລະທິດທາງແຜນການ 6 ເດືອນທ້າຍປີ 2022 ປະກອບມີ: ລາຍງານກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ; ລາຍງານກ່ຽວກັບຄວາມຄືບໜ້າ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງການລົງທຶນຂອງພາກລັດ ແລະ ເອກະຊົນທັງພາຍໃນ ແລະຕ່າງປະເທດ, ການແກ້ໄຂບັນຫາໜີ້ສິນຂອງລັດ (ໂຄງການໃນແຜນ ແລະ ນອກແຜນ); ລາຍງານກ່ຽວກັບການຈັດຕັ້ງປະຕິບັດ ແຜນງົບປະມານຂອງແຂວງ; ລາຍງານກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນໄລຍະຜ່ານມາ ແລະ ແຜນຈຸດສຸມໃນຕໍ່ໜ້າ; ລາຍງານກ່ຽວກັບການຄຸ້ມຄອງລາຄາສິນຄ້າປະເພດຕ່າງໆ ຢູ່ແຂວງຫລວງພະບາງ; ລາຍງານກ່ຽວກັບການຜະລິດສະບຽງອາຫານ ຕິດພັນກັບການຜະລິດສິນຄ້າເພື່ອຊົມໃຊ້ພາຍໃນ ແລະສົ່ງອອກໃນ.

ພ້ອມນີ້, ຍັງຈະໄດ້ຮັບຟັງລາຍງາຍຂອງທະນາຄານແຫ່ງ ສປປ ລາວ ປະຈຳພາກເໜືອ ທີ່ແຂວງຫລວງພະບາງກ່ຽວກັບການຄຸ້ມຄອງຮ້ານແລກປ່ຽນເງິນຕາ; ບົດລາຍງານ ຂອງອົງການປົກ ຄອງແຂວງກ່ຽວກັບການກໍານົດລາຄາປີ້ເຂົ້າຊົມສະຖານທີ່ທ່ອງທ່ຽວ ແລະ ການຄຸ້ມຄອງສະຖານທີ່ບັນເທີງ; ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນໄລຍະຜ່ານມາ ແລະແຜນຈຸດສຸມໃນຕໍ່ໜ້າ; ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງອົງການໄອຍະການ ແລະ ສານປະຊາຊົນແຂວງ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022; ບົດລາຍງານ ຂອງຄະນະປະຈຳສະພາປະຊາຊົນແຂວງກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງສະພາປະຊາຊົນແຂວງ ປະຈຳ 6 ເດືອນຕົ້ນປີ ແລະທິດທາງແຜນການ ປະຈຳ 6 ເດືອນທ້າຍປີ 2022.

ໂອກາດນີ້, ທ່ານ ວົງສະຫວັນ ເທບພະຈັນ ໄດ້ຮຽກຮ້ອງມາຍັງຜູ້ເຂົ້າຮ່ວມກອງປະຊຸມພ້ອມກັນຄົ້ນຄວ້າ,ປະກອບຄຳເຫັນໃສ່ແຕ່ລະວຽກງານໃຫ້ເລິກເຊິ່ງ,ທັງຮັບປະກັນ ໃຫ້ຖືກຕ້ອງຕາມລັດຖະທຳມະນູນ, ກົດໝາຍ, ນິຕິກຳໃຕ້ກົດໝາຍ ແລະຄວາມເປັນຈິງຂອງສັງຄົມໃນປະຈຸບັນເພື່ອຄວາມເປັນເອກະພາບກັນກ້າວໄປເຖິງການຮັບຮອງ ເອົາແຕ່ລະບັນຫາດ້ວຍຄຸນນະພາບ ແລະຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມຈົ່ງພ້ອມກັນຕິດຕາມຮັບຟັງການດຳເນີນກອງປະຊຸມຄັ້ງນີ້ພ້ອມທັງໃຫ້ຄຳເຫັນຕຳນິຕິຊົມ ແລະສະເໜີບັນຫາຕ່າງໆຜ່ານໂທລະສັບສາຍດ່ວນໝາຍເລກ 071 156 (ໂທແບບບໍ່ເສຍຄ່າ) ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ມີເນື້ອໃນຄົບຖ້ວນ,ສົມບູນ ແລະບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້.