ລາວ-ຈີນ ເພີ່ມທະວີການຮ່ວມມືສອງຝ່າຍ

  ວັນທີ 24 ມີນາ 2019, ທີ່ນະຄອນຫຼວງພະບາງ, ທ່ານ ນາງ ຄໍາເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະພົບປະສອງຝ່າຍກັບ ທ່ານ ຄົ້ງ ສວນໂຢ, ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປ ຈີນ ພ້ອມດ້ວຍຄະນະ, ທີ່ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 23-25 ມີນາ 2019, ເພື່ອຜັນຂະຫຍາຍຜົນການພົບປະລະຫວ່າງທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະທ່ານ ຫວັງອີ ທີ່ປຶກສາແຫ່ງລັດ ແລະລັດຖະມົນຕີກະຊວງການ ຕ່າງປະເທດແຫ່ງ ສປ ຈີນ, ທີ່ນະຄອນຫຼວງວຽງຈັນໃນເດືອນທັນວາ 2018 ທີ່ຜ່ານມາ. 

  ການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນແບບຄູ່ຮ່ວມ ມືຍຸດທະສາດຮອບດ້ານໝັ້ນຄົງຍາວນານລະຫວ່າງ ລາວ-ຈີນທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງດ້ວຍຄຸນນະພາບອັນໃໝ່ທັງທາງກວ້າງ ແລະທາງເລິກ, ກໍຄືການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະສອງກະຊວງການຕ່າງປະເທດໃນໄລຍະເວລາຜ່ານມາ, ຊຶ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນຂອງຄະນະຜູ້ແທນຂັ້ນສູງສອງປະເທດຢ່າງເປັນປົກກະຕິ,ການຮ່ວມມືຂອບພາກພື້ນ ແລະອະນຸພາກພື້ນ; ເປັນຕົ້ນແມ່ນການຮ່ວມມືຂອບອາຊຽນ-ຈີນ ແລະການຮ່ວມມືຂອບແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງທີ່ຝ່າຍຈີນໃຫ້ບູລິມະສິດ 17 ໂຄງການແກ່ ສປປ ລາວ ໃນປີ 2017 ຈໍານວນ 13 ໂຄງການລວມມູນຄ່າຫຼາຍກວ່າ 3,4 ລ້ານໂດລາສະຫະລັດ ແລະ ປີ 20 18 ຈໍານວນ 21 ໂຄງການລວມມູນຄ່າ 5 ລ້ານກວ່າໂດລາສະຫະລັດ. ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການກະກຽມເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື ລະດັບສູງໜຶ່ງແລວ ໜຶ່ງເສັ້ນທາງ ຄັ້ງທີ 2 ຕາມການເຊື້ອເຊີນ ແລະສືບຕໍ່ການຢ້ຽມຢາມພາຍໃນຂອງສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຊຶ່ງຈະມີຂຶ້ນໃນທ້າຍເດືອນເມສາ 2019, ທີ່ ນະຄອນຫຼວງ ປັກກິ່ງ, ການກະກຽມເຂົ້າຮ່ວມກອງປະຊຸມໂປອາວຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນທ້າຍເດືອນມີນານີ້.

 ສອງຝ່າຍຍັງໄດ້ປືກສາຫາລື ແລະແຈ້ງໃຫ້ກັນຊາບໃນການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງສອງສະຫາຍການນຳສອງປະເທດຢ່າງຕັ້ງໜ້າ ແລະ ເຫັນວ່າມີຫຼາຍອັນມີຄວາມຄືບໜ້າ; ເປັນຕົ້ນ: ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ໂຄງການກໍ່ສ້າງໂຮງຮຽນເຕັກນິກທາງລົດໄຟ,ການຈັດຕັ້ງຜັນຂະຫຍາຍທຶນຊ່ວຍເຫຼືອມູນຄ່າ 4 ຕື້ຢວນ, ການຈັດລຽງໂຄງການບູລິມະສິດ 8 ໂຄງການໃຫຍ່ໃນໄລຍະ 3 ປີຕໍ່ໜ້າ (2018-2020). ສອງຝ່າຍຍັງໄດ້ຕີລາຄາສູງຕໍ່ການຮ່ວມມື, ການປະສານສົມທົບ ແລະ ການສະໜັບສະໜູນຊຶ່ງກັນ ແລະກັນລະຫວ່າງສອງກະຊວງການຕ່າງປະເທດລາວ-ຈີນ; ໂດຍສະເພາະການຈັດຕັ້ງ ຜັນຂະຫຍາຍສັນຍາ ວ່າດ້ວຍການເພີ່ມທະວີການຮ່ວມມືໃນສະພາບການ ໃໝ່ລະຫວ່າງ ສອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ທີ່ໄດ້ລົງນາມໃນປີ 2017, ການແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາພາກພື້ນ ແລະສາກົນທີ່ມີຄວາມສົນໃຈຮ່ວມກັນ.