72 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງໜັງສືພິມປະຊາຊົນ

ໃນວັນທີ 13 ສິງຫາ 2022 ທີ່ຈະມາເຖິງນີ້, ແມ່ນວັນສື່ມວນຊົນ ແລະການພິມຈໍາໜ່າຍ ຄົບຮອບ 72 ປີ, ທັງເປັນວັນສ້າງຕັ້ງໜັງສືພິມປະຕິວັດສະບັບທໍາອິດທີມີຊື່ວ່າ: ລາວອິດສະລະ ກໍຄື ໜັງສືພິມປະຊາຊົນໃນປັດຈຸບັນ. ຊຶ່ງຕະຫຼອດໄລຍະ 72 ປີຜ່ານມາໜັງສືພິມປະຊາຊົນໄດ້ມີບົດບາດສໍາຄັນໃນການປະກອບສ່ວນຢ່າງຕັ້ງໜ້າ ໂຄສະນາໝາກຜົນຂອງການປະຕິວັດ, ປຸກລະດົມປະຊາຊົນທຸກຊັ້ນຄົນເຂົ້າຮ່ວມຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ທັງຕອບໂຕ້ຖ້ອຍທໍານອງຂອງພວກປະຕິການຂາຍຊາດ ແລະພວກຄົນບໍ່ດີຢູ່ພາຍໃນ ແລະພາຍນອກ, ທັງປຸກລະດົມປະຊາຊົນທຸກຊັ້ນຄົນທໍາການຜະລິດ, ສ້າງເສດຖະກິດຄອບຄົວ ເພື່ອໃຫ້ມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ.

ທ່ານ ວັນໄຊ ຕະວິນຍານ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 4 ສິງຫາ 2022 ຜ່ານມານີ້ວ່າ: ຕະຫຼອດໄລຍະ 72 ປີຜ່ານມາ, ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍໜັງສືພິມປະຊາຊົນໄດ້ຕັ້ງໜ້າປະກອບສ່ວນໂຄສະນາໃນພາລະກິດການປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ເສີມສ້າງຄວາມສາມັກຄີປອງດອງປວງຊົນທັງຊາດ, ໂຄສະນາ, ປຸກລະດົມ, ຊຸກຍູ້ການພັດທະນາສ້າງສາເສດຖະກິດຂອງປະເທດເຮົາ, ຫັນປ່ຽນເສດຖະກິດທຳມະຊາດ ເປັນເສດຖະກິດສິນຄ້າ, ໃນການສຶກສາອົບຮົມການເມືອງ-ແນວຄິດ, ສ້າງທັດສະ ນະຫລັກໝັ້ນ ແລະ ຄວາມເຊື່ອໝັ້ນຕໍ່ອຸດົມຄະຕິ ແລະການນຳພາຂອງພັກ, ໃນການຊຸກຍູ້, ປຸກລະດົມທົ່ວປວງຊົນເຮັດໜ້າທີ່ປ້ອງກັນຊາດປ້ອງກັນຄວາມສະຫງົບ, ໃນການໂຄສະນາດຶງດູດເອົາການຮ່ວມມື, ການຊ່ວຍເຫຼືອ ແລະການລົງທຶນຈາກຕ່າງປະເທດຕະຫລອດເຖິງການເສີມຂະຫຍາຍປະຊາທິປະໄຕ ແລະຕໍ່ສູ້ຕ້ານກັບປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ.

ມາຮອດປັດຈຸບັນ, ໜັງສືພິມປະຊາຊົນ ສາມາດຜະລິດໜັງສືພິມອອກຈໍາໜ່າຍມື້ໜຶ່ງ 2.000 ສະບັບ, ເຟສບຸກມີຄົນຕິດຕາມ 16.550 ຄົນ ແລະ ເວັບໄຊໃນໜຶ່ງປີຜ່ານມານີ້ ມີຜູ້ເຂົ້າເບິ່ງເຖິງ 4.300.000 ຄົນ, ສຳລັບ ແຜນການໃນຕໍ່ໜ້າໜັງສືພິມປະຊາຊົນ ຈະສູ້ຊົນເຮັດໃຫ້ ໜັງສືພິມປະຊາຊົນ ລົງຮອດຮາກຖານ, ຈະສືບຕໍ່ປັບປຸງເນື້ອໃນຂ່າວ ແລະ ບົດໃຫ້ມີເນື້ອໃນອຸດົມສົມບູນເລິກຊຶ່ງ ແລະ ຫລາກຫລາຍຂຶ້ນກວ່າເກົ່າ ແນໃສ່ບົດນໍາ, ບົດຄວາມ, ບົດວຽກດີຄົນເດັ່ນ ແລະ ບົດປະເພດອື່ນໆໃຫ້ຫຼາຍຂຶ້ນ.

ທ່ານ ວັນໄຊ ຕະວິນຍານ ຍັງໃຫ້ຮູ້ອີກວ່າ: ຄ່ຽງຄູ່ກັບຜົນງານທີ່ສ້າງມາໄດ້ນັ້ນ, ໜັງສືພິມປະຊາຊົນ ຍັງມີຂໍ້ບົກຜ່ອງ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການເປັນຕົ້ນ: ນັກຂ່າວ, ຜູ້ຂຽນບົດມີໜ້ອຍ, ການສົ່ງເສີມວິຊາການຍັງຈໍາກັດ, ການຕອບສະໜອງດ້ານງົບປະມານຂອງລັດມີໜ້ອຍ ແລະ ບໍ່ທັນກັບຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ, ການສ້າງລາຍຮັບວິຊາການຫລຸດລົງເລື້ອຍໆ, ບໍ່ມີງົບປະມານລົງເກັບກໍາຂ່າວວຽກດີຄົນເດັ່ນຢູ່ທ້ອງຖິ່ນ, ເນື້ອໃນບາງຄັ້ງຍັງບໍ່ທັນເລິກຊຶ່ງ, ແຫຼມຄົມ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມໄດ້ເທົ່າທີ່ຄວນ ບາງຄັ້ງຍັງຜິດພາດໃນການນໍາໃຊ້ຄໍາສັບພາສາ, ການຕອບໂຕ້ຖ້ອຍທໍານອງໂຈມຕີ ແລະ ຂ່າວປອມໃນບາງຄັ້ງຄາວຍັງບໍ່ທັນສະພາບການ; ການນໍາພາຫາງສຽງສັງຄົມ ແລະ ຕອບຂໍ້ຂ້ອງໃຈຂອງປະຊາຊົນ ບາງຄັ້ງຍັງບໍ່ທັນສະພາບການເນື່ອງຈາກຂະແໜງການກ່ຽວຂ້ອງບໍ່ທັນໃຫ້ການຮ່ວມມືເທົ່າທີ່ຄວນໃນການຊີ້ແຈງບັນຫາທີ່ເກີດຂຶ້ນ. ພ້ອມນັ້ນ, ໂຄງລ່າງພື້ນຖານ, ວັດຖຸ-ເຕັກນິກເກົ່າແກ່ບໍ່ທັນເປັນລະບົບຄົບຊຸດ ແລະ ທັນສະໄໝ, ບໍ່ສາມາດເຊື່ອມຕໍ່ກັບລະບົບໃໝ່ຂະນະດຽວກັນ ສື່ແບບໃໝ່ກໍນັບມື້ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ອ່ານຫລາຍຂຶ້ນ.
ຂໍ້ມູນ: ໜັງສືພິມປະຊາຊົນ