ຮອງປະທານປະເທດ ຢ້ຽມຢາມ ແລະຊຸກຍູ້ກາເຟດາວ

ບໍລິສັດ ລັດວິສາຫະກິດ ກາເຟດາວ ທີ່ແຂວງຈຳປາສັກ ໄດ້ ໃຫ້ການຕ້ອນຮັບທ່ານ ບຸນທອງ ຈິດມະນີ ຜູ້ປະຈຳການເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມ ດ້ວຍຄະນະ, ຢ້ຽມຢາມຢ່າງສົມກຽດໂດຍມີ ທ່ານ ວິໄລວົງ ບຸດດາ ຄຳ ເຈົ້າແຂວງໆຈຳປາສັກ, ມີທ່ານຫົວໜ້າຄະນະຈັດຕັ້ງແຂວງຮ່ວມນຳພາແລະໃຫ້ການຕ້ອນຮັບຂອງທ່ານ ວັນນະດາ ພົມມະສະຖິດ ຜຸ້ອຳນວຍການໃຫຍ່ບໍລິສັດລັດວິສາຫະກິດກາເຟດາວ, ມີບັນດາຮອງ ຜູ້ອຳນວຍການ, ທີ່ປຶກສາ ແລະ ບັນດາທ່ານແຂກຜູ້ໃຫຍ່ທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີດັ່ງກ່າວ ທ່ານ ວັນນະດາ ພົມມະສະຖິດ ໄດ້ກ່າວລາຍງານວ່າ ບໍລິສັດກາເຟດາວຈຳກັດ ແມ່ນບໍລິສັດຮ່ວມທຶນລະຫວ່າງ ລັດຖະບານຕ່າງໜ້າໂດຍກະຊວງການເງິນ; ຊຶ່ງໄດ້ປ່ຽນຜູ້ອຳ ນວຍການໃຫຍ່ຜູ້ ໃໝ່ທີ່ເປັນມືອາ ຊີບຈາກພາຍນອກເຂົ້າມາບໍລິ ຫານນັບແຕ່ກາງເດືອນມັງກອນ 2022 ຊຶ່ງໄດ້ມີການມອບຮັບ ການໂອນຖ່າຍໜ້າທີ່ລະຫວ່າງຜູ້ ບໍລິຫານຜູ້ເກົ່າ ແລະ ຜູ້ໃໝ່ໃນ ເດືອນດຽວກັນ, ມູນຄ່າການລົງ ທຶນຂອງບໍລິສັດກາເຟດາວຈຳ ກັດ ຈຳນວນ 278 ລ້ານໂດລາສະ ຫະລັດ ໃນນັ້ນ ລັດຖະບານຖືຮຸ້ນ 56% (ມູນຄ່າ 154,9 ລ້ານໂດລາສະຫະລັດ ດ້ວຍການຫັນໜີ້ເປັນທຶນ) ກຸ່ມບໍລິສັດດາວເຮືອງຖືຮຸ້ນ 44% (ມູນຄ່າ 123,1 ລ້ານໂດລາສະຫະລັດ).

ໂຮງງານກາເຟດາວມີເນື້ອທີ່ທັງໝົດປະມານ 15 ເຮັກຕາ ມີພະນັກງານກຳມະກອນທັງໝົດ 500 ກວ່າຄົນ,ເປັນໂຮງງານທີ່ມີການກໍ່ສ້າງ ແລະ ຕິດຕັ້ງລະບົບ ເຄື່ອງຈັກທຳການຜະລິດທີ່ມີເຕັກ ໂນໂລຊີສູງ ໄດ້ມາດຕະຖານສາ ກົນ ທີ່ນຳເຂົ້າຈາກປະເທດເຢຍລະ ມັນ, ມີກຳລັງການຜະລິດສູງ, ປະ ຈຸບັນໂຮງານຜະລິດກາເຟແມ່ນ ໃຊ້ຄວາມອາດສາມາດພຽງແຕ່ 30% ເທົ່ານັ້ນ ຍ້ອນວ່າຂາດທຶນ ໝູນວຽນໃນການເກັບຊື້ກາເຟ ຊຶ່ງ ໂຮງສີກາເຟມີກຳລັງການຜະລິດ ເຖິງ 2.000 ໂຕນຕໍ່ມື້.
ທ່ານຜູ້ອຳນວຍການໃຫຍ່ໃຫ້ຮູ້ຕື່ມວ່າບໍລິສັດມີຄູ່ຄ້າທີ່ສຳຄັນທີ່ໄດ້ສືບຕໍ່ຈາກກຸ່ມບໍລິສັດດາວ ເຮືອງຈຳກັດ ໃນການສົ່ງອອກສິນຄ້າເປັນຕົ້ນແມ່ນປະເທດໄທ, ຫວຽດນາມ, ເກົາຫຼີ, ຝຣັ່ງ, ເຢຍລະມັນ ແລະປະເທດອື່ນໆສະມາ ຊິກຂອງປະເທດ EU , ໃນສົກປີ 2022 ມີແຫຼ່ງລາຍຮັບຄື: ຂາຍ ໃນປະເທດ80,31 ຕື້ກີບ ຫຼື 5,35 ລ້ານໂດລາສະຫະລັດ, ສົ່ງອອກ ຕ່າງປະເທດ 73,27 ຕື້ກີບ ຫຼື 4,88 ລ້ານໂດລາ ລວມລາຍຮັບ ທັງໝົດ 153,58 ຕື້ກີບ ຫຼື 10,23 ລ້ານໂດລາ ແລະແຜນການ 5 ເດືອນປີ 2022 ທີ່ຍັງເຫຼືອຈະສູ້ຊົນໃຫ້ມີລາຍຮັບປະມານ 350 ຕື້ກີບ.

ຂ່າວ: ໂພທິລາດ