ເຈົ້າແຂວງບໍລິຄຳໄຊຕ້ອນຮັບເຂົ້າຢ້ຽມຂໍ່ານັບຂອງການນຳເມືອງດຶກຖໍ້

ໃນວັນທີ 4 ສິງຫາ 2022 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ສປປ ລາວ ພ້ອມດ້ວຍຄະນະໄດ້ຕ້ອນຮັບການມາຢ້ຽມຢາມຂໍ່ານັບ ທ່ານ ເຈີ່ນກວາງຕວັນ ກໍາມະການພັກແຂວງ ເລຂາພັກເມືອງ ປະທານຄະນະກຳມະການປະຊາຊົນເມືອງດຶກຖໍ້ ແຂວງຮ່າຕິ້ງ ສສ ຫວຽດນາມ ພ້ອມຄະນະໃນໂອກາດທີ່ມາຢ້ຽມຢາມເຮັດວຽກຢູ່ແຂວງບໍ່ລິຄຳໄຊ.
 
ທ່ານ ເຈີ່ນກວາງຕວັນ ໄດ້ລາຍງານຈຸດປະສົງໃນຄັ້ງນີ້ວ່າ ເພື່ອການມາຢ້ຽມຢາມ ແລະຮ່ວມກອງປະຊຸມແຮກສ່ຽວລະຫວ່າງ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ແລະ ເມືອງດຶກຖໍ້ ແຂວງຮ່າຕິ້ງ ທີ່ຈະໄດ້ຈັດຂຶນ້ຢູ່ທີ່ເມືອງທ່າພະບາດ.
 
ໂອກາດນີ້ ທ່ານ ປອ ກອງແກ້ວ ໄຊສົງຄາມ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະຕີລາຄາສູງຕໍ່ການມາຢ້ຽມຢາມເຮັດວຽກຢູ່ແຂວງບໍລິຄຳໄຊໃນຄັ້ງນີ້ ແລະ ໄດ້ລາຍງານຫຍໍ້ກ່ຽວບັນດາວຽກງານທີ່ພົ້ນເດັ່ນຂອງແຂວງເປັນຕົ້ນແມ່ນສະພາບລວມ, ການພັດທະນາເສດຖະກິດ - ສັງຄົມ, ທ່າແຮງບົ່ມຊ້ອນ, ວິໄສທັດໃນການພັດທະນາໃນຕໍ່ໜ້າ ແລະວຽກງານອື່ນໆ.
 
ພ້ອມນັ້ນທ່ານເຈົ້າແຂວງໄດ້ອວຍພອນໃຫ້ກອງປະຊຸມແຮກສ່ຽວລະຫວ່າງ ເມືອງທ່າພະບາດ ແລະເມືອງດຶກຖໍ້ ຈົ່ງຍາດໄດ້ຜົນສໍາເລັດອັນຈົບງາມ ແລະໄດ້ອວຍພອນໃຫ້ຄວາມສາມັກຄີມິດຕະພາບ ແລະການພົວພັນຮ່ວມມືພິເສດຮ້ອບດ້ານລະຫວ່າງສອງປະເທດ ລາວ - ຫວຽດນາມ ອ້າຍນ້ອງເວົ້າລວມ, ເວົ້າສະເພາະກໍ່ຄື ແຂວງບໍລິຄຳໄຊ - ແຂວງຮ່າຕິ້ງ ແລະເມືອງທ່າພະບາດ - ເມືອງດຶກຖໍ້ ນັບມື້ນັບມີຄວາມໝັ້ນຄົງທະນົງແກ່ນ ແລະແໜ້ນແຟ້ນກົມກຽວຊົ່ວກາລະນານ.