ຫ້ອງການສາທາລະນະສຸກ ນະຄອນຫຼວງພະບາງ ສະຫຼຸບວຽກ 6 ເດືອນຕົ້ນປີ ປະຈຳປີ 2022

ໃນວັນທີ 2 ສິງຫາ 2022 ຫ້ອງການສາທາລະນະສຸກນະຄອນຫຼວງພະບາງໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ໃນ 6 ເດືອນຕົ້ນປີ ແລະທິດທາງແຜນການ 6 ເດືອນທ້າຍປີ ປະຈຳປີ 2022 ກອງປະຊຸມໄດ້ໄຂຂຶ້ນທີ່ສະໂມສອນໃຫຍ່ຫ້ອງວ່າການນະຄອນຫຼວງພະບາງໂດຍພາຍໃຕ້ການເປັນປະທານຂອງ ທ່ານ ວິໄລທອງ ມະນີວອນ ຮອງເຈົ້ານະຄອນຫຼວງພະບາງ, ມີທ່ານ ດຣ ນາງ ຄຳພູ ຈັນທະວົງ ຮອງຫົວໜ້າພະແນກສາທາລະນະສຸກແຂວງ,ມີບັນດາຂະແໜງການສາທາລະນະສຸກຂັ້ນແຂວງ, ຂັ້ນນະຄອນ, ຫົວໜ້າ-ຮອງຫົວໜ້າຫ້ອງການອອ້ມຂ້າງນະຄອນພ້ອມດ້ວຍພະນັກງານຫຼັກແຫຼ່ງຕະຫຼອດຮອດພະນັກງານໂຮງໝໍຊຸມຊົນ, ໂຮງໝໍນ້ອຍເຂົ້າຮ່ວມ.

ໃນພິທີ ທ່ານ ດຣ ອຳພອນ ອິນທະປັນໂຍ ຮອງຫົວໜ້າຫ້ອງການສາທາລະນະສຸກນະຄອນ-ຫຼວງພະບາງ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກປະຈຳ 6 ເດືອນຕົ້ນປີ ແລະທິດທາງແຜນການ 6 ເດືອນທ້າຍປີ 2022 ເຊິ່ງເນື້ອໃນດັ່ງກ່າວທ່ານໄດ້ໃຫ້ຮູ້ວ່າ: ຫ້ອງການສາທາລະນະສຸກນະຄອນ-ຫຼວງພະບາງ ໄດ້ປະຕິບັດຕາມຍຸດທະສາດ ປະຕິຮູບວຽກງານໃຫ້ປະຈົດຜົນເປັນຈິງໂດຍສຸມໃສ່ 5 ວຽກບູລິມະສິດຄື: ວຽກງານພັດທະນາຊັບພະຍາກອນມະນຸດ, ການເງິນສາທາລະນະສຸກ,ການຈັດຕັ້ງ,ການຄຸ້ມຄອງບໍລິຫານ ແລະແບບແຜນວິທີເຮັດວຽກ, ວຽກງານການໃຫ້ບໍລິການສຸຂະພາບ, ວຽກງານຂໍ້ມູນຂ່າວສານ, ການຕິດຕາມ ແລະການປະເມີນຜົນ, ເຊິ່ງໃນນີ້ຜົນຂອງການຈັດຕັ້ງປະຕິບັດບັນດາຕົວຊີ້ວັດຕ່າງໆ ແມ່ນເຫັນໄດ້ວ່າສ່ວນໃຫຍ່ແມ່ນມີຄວາມຄືບໜ້າບັນລຸຫຼາຍດ້ານເປັນຕົ້ນແມ່ນ ອັດຕາການສ້າງບ້ານສາທາລະນະສຸກແບບຢ່າງບັນລຸແລ້ວ 100%, ອັດຕາການປົກຄຸມປະກັນສຸຂະພາບທຸກທົ່ວໜ້າ ບັນລຸ 100%, ອັດຕາສ່ວນການຕາຍຂອງແມ່ ແລະ ເດັກລຸ່ມ 1 ປີ, 5 ປີ ແລະ ອື່ນໆ.

ຕໍ່ໃນພິທີບັນດາຄະນະພະແນກສາທາລະນະສຸກແຂວງ ແລະບັນດາຜູ້ແທນກອງປະຊຸມໄດ້ພັດປ່ຽນກັນຂຶ້ນປະກອບສ່ວນມີຄຳຄິດຄຳເຫັນຕໍ່ວຽກງານທີ່ຍັງບໍ່ທັນບັນລຸເຊິ່ງໃນນັ້ນສິ່ງທີ່ທ້າຍທາຍໃຫ້ແກ່ການປະຕິບັດໜ້າທີ່ແມ່ນມີຄວາມຫຍຸ້ງຫຍາກເປັນຕົ້ນແມ່ນອຸປະກອນ-ເຄື່ອງມືຮັບໃຊ້ຕ່າງໆຊຸດຊົມ,ງົບປະມານການຈັດຕັ້ງປະຕິບັດມີການຄາດ ເຄື່ອນຍ້ອນສະພາບການລະບາດຂອງພະຍາດໂຄວິດ-19, ພະຍາດໄຂ້ເລືອດອອກ ເຮັດໃຫ້ວຽກງານດັ່ງກ່າວບໍ່ໄດ້ຮັບການພັດທະນາຕາມລະດັບຄາດໝາຍຈາກນັ້ນຕອນທ້າຍພິທີ ຄະນະປະທານພິທີ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ເນັ້ນໃຫ້ມີການຍົກລະດັບໂຮງໝໍຊຸມຊົນມີຄວາມທັນສະໄໝ, ຍົກລະດັບພະນັກງານວິຊາການແພດທຸກສາຂາ ໃຫ້ມີຄຸນນະພາບ ພຽບພ້ອມດ້ວຍຈັນຍາບັນ-ຈັນຍາທຳໃຫ້ທົ່ວເຖິງ. ເພີ້ມທະວີການສົ່ງເສີມ ແລະຄຸ້ມຄອງການລົງທຶນ, ການບໍລິການຮັກສາສຸຂະພາບພາກເອກະຊົນໃຫ້ແຂງແຮງຕາມລະບຽບກົດໝາຍ ແລະແນວທາງຂອງສາທາລະນະສຸກພ້ອມນີ້ຕ້ອງໄດ້ສືບຕໍ່ເຝົ້າລະວັງຄວບຄຸມກັນພະຍາດລະບາດຕາມລະດູການໃຫ້ທັນເວລາ, ສຸມໃສ່ປະຕິບັດນະໂຍບາຍປະກັນສຸຂະພາບໃຫ້ທົ່ວເຖິງທົ່ວປວງຊົນ,ປັບປຸງລະບົບຂໍ້ມູນຂ່າວສານສາທາລະນະສຸກ ແລະໂຄສະນາສຸຂະສຶກສາໃຫ້ຫຼາກຫຼາຍຮູບແບບ ແລະທັນສະພາບການ, ປັບປຸງການຮັກສາສຸຂະພາບແມ່ ແລະເດັກ, ໂພສະນາການເດັກ ແລະແມ່ຍິງໄວຈະເລີນພັນໃຫ້ແຂງແຮງ.

ຂ່າວ: ສົມພອນ ວິໄລຜົນ ນະຄອນຫຼວງພະບາງ