ຖວທ ສ້າງຄວາມເຂັ້ມແຂງໃຊ້ບັນຊີຄູ່ຂອງອົງການຈັດຕັ້ງລັດ

ວັນທີ 2 ສິງຫາ 2022 ທີ່ຫໍວັດທະນະທຳແຫ່ງຊາດກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ (ຖວທ) ໄດ້ຈັດຊຸດຝຶກອົບຮົມວິທີການນໍາໃຊ້ບັນຊີຄູ່ຂອງອົງການຈັດຕັ້ງລັດດ້ວຍລະບົບໂປແກຣມທີ່ທັນສະໄໝໃຫ້ພະແນກ ຖວທ ແຂວງ ແລະນະຄອນຫຼວງວຽງຈັນ ທົ່ວປະເທດ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ບົວໄລ ພານຸວົງ ຫົວໜ້າຫ້ອງການກະຊວງ ຖວທ ພ້ອມດ້ວຍວິທະຍາກອນ ແລະສຳມະນາກອນຈາກຂະແໜງບັນຊີພະແນກ ຖວທ ທົ່ວປະເທດເຂົ້າຮ່ວມ.

ທ່ານ ບົວໄລ ພານຸວົງ ກ່າວວ່າ: ວຽກງານບັນຊີເປັນເຄື່ອງມືສຳຄັນໃນການສະໜອງຂໍ້ມູນຕ່າງໆໃຫ້ພາກສ່ວນທີ່ກ່ຽວຂ້ອງເປັນເຄື່ອງມືຕົ້ນຕໍໃນການວິເຄາະຖານະການເງິນຂອງລັດໃນການບໍລິຫານ ເປັນບ່ອນອີງໃຫ້ແກ່ການກໍານົດນະໂຍບາຍ ການປັບປຸງ ແລະ ພັດທະນາໃຫ້ສອດຄ່ອງກັບຄວາມເປັນຈິງ ແລະໂປ່ງໃສການຈັດຕັ້ງປະຕິບັດລະບົບບັນຊີຄູ່, ບັນຊີຂອງອົງການຈັດຕັ້ງລັດໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2017 ໂດຍອີງໃສ່ກົດໝາຍບັນຊີສະບັບປັບປຸງປີ 2014 ໄດ້ມີນະໂຍບາຍກ່ຽວກັບວຽກງານບັນຊີ ລັດໄດ້ສົ່ງເສີມການພັດທະນາລະບົບບັນຊີໃຫ້ຫັນເປັນທັນສະໄໝສາມາດເຊື່ອມໂຍງກັນໄດ້ນອກຈາກນີ້ເພື່ອເປັນການປະຢັດເວລາ, ປະຢັດທັງບຸກຄະລາກອນການບັນທຶກບັນຊີຕົວຈິງມີສອງລະບົບຄື: ຂັ້ນສູນກາງແມ່ນນໍາໃຊ້ລະບົບໂປແກຣມບັນຊີເຂົ້າຊ່ວຍ ສໍາລັບທ້ອງຖິ່ນໃຊ້ລະບົບການຂຽນດ້ວຍມືບັນທຶກເຂົ້າປຶ້ມຊຶ່ງການບັນທຶກເຂົ້າປຶ້ມກໍອາດຈະພົບບັນຫາຫຍຸ້ງຍາກເພາະໃຊ້ປຶ້ມຫຼາຍຫົວໃນການບັນທຶກດັ່ງນັ້ນຈຶ່ງຫັນມາເປັນລະບົບທີ່ທັນສະໄໝ. ໃນໂອກາດດັ່ງກ່າວນີ້ຮຽກຮ້ອງມາຍັງບັນດາທ່ານຈົ່ງເອົາໃຈໃສ່ໃນການຖອດຖອນບົດຮຽນຮ່ວມກັນລະຫວ່າງແຂວງຕໍ່ແຂວງ, ລະຫວ່າງຂັ້ນສູນກາງ ແລະທ້ອງຖິ່ນ.

ຊຸດຝຶກອົບຮົມຄັ້ງນີ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ວິທີການລົງບັນຊີ ແລະ ແນະນຳກ່ຽວກັບວຽກງານບັນຊີຄູ່, ການນຳໃຊ້ລະບົບໂປແກຣມ, ຂັ້ນຕອນການລົງແຜນງົບປະມານ, ວິຊາການປະຈຳປີ ແລະ ອະນຸມັດປະຈຳງວດເຂົ້າລະບົບໂປແກຣມ, ຂັ້ນຕອນການລົງຍອດຍົກມາປີກ່ອນ, ຂັ້ນຕອນການລົງບັດຜ່ານ E ແລະ ປຶ້ມບັນຊີປະຈຳວັນຮັບຮູ້ລາຍຈ່າຍງົບປະມານ ແລະວິຊາການ, ການລົງບັດຜ່ານ R ແລະ ປຶ້ມບັນຊີປະຈຳວັນລາຍຮັບງົບປະມານ, ການລົງບັດຜ່ານ ADJ ແລະປຶ້ມບັນຊີປະຈຳວັນການໂອນເງິນໂດຍກົງຂອງຄັງເງິນແຫ່ງຊາດ,ການລົງບັດຜ່ານ PR ແລະປຶ້ມບັນຊີປະຈຳວັນລາຍຮັບງົບປະມານບ້ວງເກົ່າ,ການລົງບັດຜ່ານ P3 ແລະປຶ້ມບັນຊີປະຈຳວັນລາຍຈ່າຍມອບເຂົ້າບັນຊີເງິນຝາກຄັງເງິນຂອງແຂວງ ແລະ ອື່ນໆ.