ກະຊວງການຕ່າງປະເທດ ແລກປ່ຽນບົດຮຽນກ່ຽວກັບວຽກງານການຄົ້ນຄວ້າພາຍໃນກະຊວງ

ໃນລະຫວ່າງວັນທີ 2-4 ສິງຫາ 2022 ຢູ່ສະຖາບັນການຕ່າງປະເທດສຳມະນາວິຊາການໃນຫົວຂໍ້ “ແລກປ່ຽນບົດຮຽນກ່ຽວກັບວຽກງານການຄົ້ນຄວ້າພາຍໃນກະຊວງການຕ່າງປະເທດ” ໂດຍມີ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາທູດອາວຸໂສ ຈາກສະໂມສອນນັກການທູດລາວ ແລະສໍາມະນາກອນຈາກກະຊວງການຕ່າງປະເທດເຂົ້າຮ່ວມ.

ຊຸດສຳມະນາໃນຄັ້ງນີ້, ບັນດາທູດອາວຸໂສ ທີ່ມາຈາກສະໂມສອນນັກການທູດລາວ, ຄະນະກົມພາຍໃນກະຊວງການຕ່າງປະເທດ, ສະຖາບັນຄົ້ນຄວ້າ ແລະສະຖາບັນການສຶກສາຂອງລາວ ໄດ້ຜັດປ່ຽນກັນບັນຍາຍ ໃນຫລາຍຫົວຂໍ້ທີ່ສຳຄັນ ເປັນຕົ້ນ ບົດຮຽນກ່ຽວກັບ ການຄົ້ນຄວ້າສະພາບການພົ້ນເດັ່ນພາກພື້ນ ແລະສາກົນ; ການຄົ້ນຄວ້າເນື້ອໃນຮັບໃຊ້ໃຫ້ແກ່ ການເຄື່ອນໄຫວຕ່າງປະເທດຂອງການນໍາຂັ້ນສູງ ແລະການສ້າງຕັ້ງສາຍພົວພັນການທູດກັບຕ່າງປະເທດ; ການຄົ້ນຄວ້າ ແລະວາງທັດສະນະຕໍ່ບັນຫາພົ້ນເດັ່ນພາກພື້ນ ແລະສາກົນ, ການຄົ້ນຄວ້າສະເໜີໂຄງການໃນຂອບກອງທຶນ LMC; ການປັບປຸງວຽກງານຄົ້ນຄວ້າພາຍໃນກະຊວງການຕ່າງປະເທດ ແລະ ການສົ່ງເສີມວຽກງານຄົ້ນຄວ້າໃນຂະແໜງການກ່ຽວຂ້ອງຕ່າງໆ ແນໃສ່ປັບປຸງ ແລະ ສົ່ງເສີມວຽກງານຄົ້ນຄວ້າພາຍໃນກະຊວງການຕ່າງປະເທດ ແລະ ສ້າງເຄືອຂ່າຍນັກຄົ້ນຄວ້າໃນລາວເພື່ອການປະສານສົມທົບ, ແລກປ່ຽນຂໍ້ມູນຮ່ວມກັນໃນຕໍ່ໜ້າ, ທັງເປັນການສືບຕໍ່ຜັນຂະຫຍາຍຜົນກອງການສຳມະນາກ່ຽວກັບວຽກງານຄົ້ນຄວ້າ ທີ່ສະຖາບັນການຕ່າງປະເທດໄດ້ຈັດຂຶ້ນເປັນປົກກະຕິໃນໄລຍະຜ່ານມາເພື່ອໃຫ້ຕໍ່ເນື່ອງ ແລະ ມີປະສິດທິຜົນສູງຂຶ້ນເລື້ອຍໆ.

ທ່ານ ໂພໄຊ ໄຂຄໍາພິທູນ ໄດ້ຍົກໃຫ້ເຫັນເຖິງ ຄວາມໝາຍຄວາມສໍາຄັນຂອງວຽກງານຄົ້ນຄວ້າ ທີ່ໄດ້ຕິດພັນກັບທຸກຂະແໜງການ ເຊິ່ງໄລຍະຜ່ານມາລັດຖະບານ ແຫ່ງ ສປປ ລາວ ກໍໄດ້ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງ, ວຽກງານຄົ້ນຄວ້າ ສຳລັບຂະແໜງການຕ່າງປະເທດ ແມ່ນມີຄວາມຮຽກຮ້ອງຕ້ອງການສູງ ໂດຍສະເພາະໃນສະ ພາບການພົວພັນສາກົນ ທີ່ມີການປ່ຽນແປງຢ່າງໄວວາ, ເຊິ່ງມີຄວາມຈໍາເປັນທີ່ຈະຕ້ອງໄດ້ຕິດຕາມ ແລະ ຕີລາຄາສະພາບຂອງພາກພື້ນ ແລະ ສາກົນເປັນປະຈຳ ເພື່ອລາຍງານໃຫ້ແກ່ຂັ້ນເທິງ ກໍຄື ຄະນະນໍາກະຊວງການຕ່າງປະເທດ. ສະນັ້ນ, ການແລກປ່ຽນບົດຮຽນ ໃນຄັ້ງນີ້, ຈຶ່ງມີຄວາມຈໍາເປັນ ແນໃສ່ເຮັດໃຫ້ການຄົ້ນຄວ້າ-ວິໄຈ ແລະ ວາງທັດສະນະຕໍ່ບັນຫາຕ່າງໆ ໃຫ້ມີຄວາມສອດຄ່ອງກັບນະໂຍບາຍຂອງ ພັກ-ລັດຖະບານ ວາງອອກ, ພ້ອມທັງຮັບປະກັນໄດ້ທັງຄຸນນະພາບ ແລະ ປະສິດທິພາບຂອງການຄົ້ນ ຄວ້າ ເພື່ອຍາດແຍ່ງເອົາຜົນປະໂຫຍດມາສູ່ປະເທດຊາດ.

ໂອກາດນີ້, ທ່ານ ໄມ ໄຊຍະວົງສ໌ ຫົວໜ້າສະຖາບັນການຕ່າງປະເທດກໍໄດ້ສະແດງຄວາມຊົມເຊີຍຕໍ່ຜູ້ຕາງໜ້າຈາກພາກສ່ວນຕ່າງໆ ທັງພາຍໃນກະຊວງການຕ່າງປະເທດ ແລະ ຈາກສະຖາບັນຕ່າງໆໃນລາວ ທີ່ໄດ້ມາຮ່ວມແລກປ່ຽນບົດຮຽນ ແລະ ປະສົບການຫລາຍຮູບແບບທີ່ເປັນປະໂຫຍດ ໃຫ້ແກ່ສໍາມະນາກອນພາຍໃນກະຊວງການຕ່າງປະເທດ ກໍຄື ສະຖາບັນການຕ່າງປະເທດ ເພື່ອເປັນບົດຮຽນໃນການສືບຕໍ່ປັບປຸງວຽກງານຄົ້ນຄວ້າ ໃນຂະແໜງການທີ່ຕົນຮັບຜິດຊອບ ໃຫ້ຮັບປະກັນໄດ້ທັງຄຸນນະພາບ ແລະປະລິມານ, ມີການປະສານກັນຢ່າງກົມກຽວກັບພາກສ່ວນກ່ຽວຂ້ອງເພື່ອເປັນພື້ນຖານໃນການສ້າງເຄືອຂ່າຍນັກຄົ້ນຄວ້າ ຢູ່ ສປປ ລາວ ແນໃສ່ຍົກສູງຂີດຄວາມສາມາດໃນການເຮັດໜ້າທີ່ເປັນເສນາທິການຮັບໃຊ້ໃຫ້ແກ່ຂັ້ນເທິງໃນອະນາຄົດ.

ຂ່າວ-ພາບ: ທະນູທອງ