ເຊັນສັນຍາໂຄງການກໍ່ສ້າງເສັ້ນທາງປູຢາງແຕ່ເມືອງຫລວງນໍ້າທາ-ເທສະບານເມືອງນາແລ

ຂປລ. ແຫລ່ງຂ່າວຈາກ ແຂວງຫລວງນໍ້າທາ ໃຫ້ຮູ້ວ່າ: ພິທີເຊັນສັນຍາໂຄງການກໍ່ ສ້າງເສັ້ນທາງປູຢາງ 2 ຊັ້ນແຕ່ 3 ແຍກບ້ານໃໝ່ ເມືອງຫລວງນໍ້າທາ-ເທສະບານເມືອງນາແລ ຈັດຂຶ້ນໃນວັນທີ 29 ກໍລະກົດ ໂດຍການຮ່ວມລົງາມລະຫວ່າງ ທ່ານ ຄຳລາ ຂານສະຫງ່າ ຫົວໜ້າພະແນກ ຍທຂ ແຂວງ ກັບ ທ່ານ ຄຳເພັດ ພົມມະວີ ຫົວໜ້າບໍລິສັດ ແສງມີໄຊຄົບວົງຈອນ ຈຳກັດຜູ້ດຽວ ໂດຍມີ ທ່ານ ຄຳໄຫລ ສີປະເສີດ ເຈົ້າແຂວງຫລວງນໍ້າທາ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ພູສີງ ຄຸນສີລິເຮືອງ ຫົວໜ້າຂະແໜງຂົວທາງພະແນກໂຍທາທິການ ແລະຂົນສົ່ງແຂວງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການຮັບຮອງເອົາບໍລິສັດຊະນະການປະມູນໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ທາງເລກທີ 1501 ແຕ່ 3 ແຍກບ້ານໃໝ່ ເມືອງຫລວງນໍ້າທາ-ເທສະບານເມືອງນາແລ ໂດຍແມ່ນບໍລິສັດ ແສງມີໄຊຄົບວົງຈອນ ຈຳກັດຜູ້ດຽວ ເປັນຜູ້ຊະນະການປະມູນ ແລະ ເປັນຜູ້ຮັບເໝົາກໍ່ສ້າງໂຄງການດັ່ງກ່າວໂດຍການນຳແຂວງໄດ້ຖືເອົາໂຄງການກໍ່ສ້າງທາງດັ່ງກ່າວເປັນບູລິມະສິດໃນການພັດທະນາເສດຖະກິດ 5 ປີ ຄັ້ງທີ 8 ຈົນຮອດທີ 9 (ປີ 2021-2025).

ສຳລັບມາດຕະຖານການອອກແບບແມ່ນອີງຕາມຄູ່ມືການອອກແບບຂອງກະຊວງ ຍທຂ ເປັນທາງ 4 ຊັ້ນເຂດພູດອຍ ເຊີ່ມໜ້າວຽກຫລັກແມ່ນກໍ່ສ້າງຊັ້ນເສື້ອທາງເຊັ່ນ: ຊັ້ນຮອງພື້ນທາງດ້ວຍຫີນຂົບ ປູຢາງ 2 ຊັ້ນ ກວ້າງ 6 ແມັດ, ຍາວ 66 ກິໂລແມັດ 653 ແມັດ, ກໍ່ສ້າງຂົວເບຕົງເສີມເຫລັກ 10 ແຫ່ງ ຍາວ 434,4 ແມັດ, ກໍ່ສ້າງທໍ່ລອດທາງ, ຮ່ອງລະບາຍນໍ້າຂ້າງທາງໃນບາງຈຸດ, ຕິດຕັ້ງຫລັກກິໂລແມັດ, ຫລັກປະກັນໄພ, ຕິດຕັ້ງ ປ້າຍ ແລະ ແຕ້ມເສັ້ນຈໍລະຈອນ ລວມມູນຄ່າການກໍ່ສ້າງທັງໝົດເກືອບ 200 ຕື້ກີບ ໂດຍແມ່ນງົບປະມານລັດຖະບານ (ທຶນໂຄງການເປົ້າໝາຍສະເພາະ 100%), ໄລຍະການຊຳລະແມ່ນ 6 ປີ(2022-2027), ການຊໍາລະໃນແຕ່ລະປີ ແມ່ນອີງຕາມແຜນການລົງທຶນຂອງລັດທີ່ໄດ້ອະນຸມັດໂດຍໄລຍະເວລາໃນການຈັດຕັ້ງປະຕິບັດໂຄງການ 34 ເດືອນ (ປີ2022-2025).
ຂ່າວ: ກິ່ນນາລົມ