ກັກຕົວຜູ້ຄ້າ-ຂາຍຢາເສບຕິດຢຶດຂອງກາງຢາບ້າ 45 ມັດ

  ເຈົ້າໜ້າທີ່ຕຳຫຼວດ, ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງສະຫວັນນະເຂດກັກຕົວຜູ້ຄ້າ-ຂາຍ ຢາເສບຕິດ 1 ຄົນ ພ້ອມຢຶດຂອງກາງຢາບ້າໄດ້ 45 ມັດ, ເທົ່າກັບ 90 ພັນເມັດ ໄດ້ໃນວັນທີ 19 ມີນາ 2019.

 ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະຕ້ານຢາເສບຕິດ ປກສ ແຂວງໃຫ້ຮູ້ວ່າ: ໃນວັນທີ 19 ມີນາຜ່ານມານີ້, ໄດ້ສືບຮູ້ວ່າ: ມີກຸ່ມຄົນບໍ່ດີຈຳນວນໜຶ່ງມີການເຄື່ອນໄຫວຄ້າຂາຍສິ່ງຜິດກົດໝາຍຕາມສາຍທາງເລກ 9 ຂອບເຂດບ້ານນາທາດ ເມືອງອຸທຸມພອນ ແຂວງສະຫວັນນະເຂດດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ຈັດຕັ້ງກຳລັງລົງຕິດຕາມ ເພື່ອມ້າງລາຍຄະດີດັ່ງກ່າວຕົກມາຮອດເວລາປະມານ 15 ໂມງ ຂອງວັນດຽວກັນຈຶ່ງພົບເຫັນກຸ່ມຄົນບໍ່ດີກຸ່ມໜຶ່ງມີການເຄື່ອນໄຫວແລກປ່ຽນຊື້-ຂາຍສິ່ງຜິດກົດໝາຍໂດຍນຳໃຊ້ລົດກະບະຣິໂວ້ສີຂາວຂັບຂີ່ມາຕາມສາຍທາງເລກ 9 ສະຫວັນນະເຂດ-ເຊໂນ, ຈາກນັ້ນເຈົ້າໜ້າທີ່ໄດ້ສະແດງຕົວເຂົ້າຈັບກຸມສາມາດກັກຕົວຜູ້ຂາຍຢາເສບຕິດໄດ້ 1 ຄົນ ຊື່ ທ້າວ ພຸດເທວັນ ກຸລະວົງສາ ຫຼື ຈິມມີ້ ອາຍຸ 19 ປີ ບ້ານໂພນສະຫວ່າງໃຕ້ນະຄອນໄກສອນພົມ ວິຫານກັກຕົວໄດ້ໃນຄະນະທີ່ຜູ້ກ່ຽວກຳລັງລົງຈາກລົດເພື່ອສົ່ງມອບຢາພ້ອມຢຶດຂອງກາງຢາບ້າ 45 ມັດ, ເທົ່າກັບ 90 ພັນເມັດໃນກະເປົ໋າເປ້ຂອງຜູ້ກ່ຽວ ພ້ອມດ້ວຍໂທລະສັບຈຳນວນ 2 ໜ່ວຍ.

   ຜ່ານການສືບສວນ-ສອບສວນໃນເບື້ອງຕົ້ນ ທ້າວ ພຸດເທວັນ ກຸລະວົງສາ ຜູ້ຖືກຫາໄດ້ໃຫ້ການສາລະພາບວ່າຢາບ້າຈຳນວນດັ່ງກ່າວແມ່ນຂອງຜູ້ກ່ຽວແທ້ຊຶ່ງໄດ້ຊື້ມາຈາກຜູ້ຮ່ວມຂະບວນການຊື່ ທ້າວ ອ໋ອດ ບໍ່ຮູ້ບ້ານ ເພື່ອນຳມາຂາຍຕໍ່ໃຫ້ລູກຄ້າແຕ່ຖືກເຈົ້າໜ້າທີ່ກັກຕົວກ່ອນ ສ່ວນຜູ້ຮ່ວມຂະບວນການແມ່ນໄດ້ເອົາໂຕຫຼົບໜີປະຈຸບັນເຈົ້າໜ້າທີ່ຍັງສືບຕໍ່ນຳຈັບຕົວຜູ້ກ່ຽວມາດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.

ນສພ ເສດຖະກິດ-ສັງຄົມ