ການເງິນນະຄອນຫຼວງວຽງຈັນຕີລາຄາການປະຕິບັດແຜນງົບປະມານ ແລະຜັນຂະຫຍາຍວາລະແຫ່ງຊາດ

ໃນວັນທີ 28 ກໍລະກົດ ທີ່ຜ່ານມາ, ພະແນກການເງິນ ນະຄອນຫລວງວຽງຈັນ (ນວ), ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ, ວາງທິດທາງແຜນການ 6 ເດືອນທ້າຍ ປີ 2022 ແລະ ຜັນຂະຫຍາຍວາລະແຫ່ງຊາດຂອງພະແນກການເງິນນະຄອນຫລວງວຽງຈັນນໍາອີກດ້ວຍ. ໂດຍການເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ແລະທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ມີພະນັກງານຫລັກແຫລ່ງຂະແໜງການເງິນ ນວ ເຂົ້າຮ່ວມ.

ໃນກອງປະຊຸມທ່ານ ສິລິລາດ ທົງສິນທອງເພັງ ຫົວໜ້າພະແນກການເງິນ ນະຄອນຫລວງວຽງຈັນ ຊີ້ໃຫ້ເຫັນວ່າ: ຕົວເລກແຜນງົບປະມານແຫ່ງລັດ ປີ 2022 ມີທັງໝົດ 5.576,34 ຕື້ກີບ, ແຕ່ຜ່ານການຈັດຕັ້ງປະຕິບັດໃນ 6 ເດືອນຕົ້ນປີ ສາມາດຈັດເກັບລາຍຮັບໄດ້ 2.611,95 ຕື້ກີບ, ເທົ່າກັບ46,84% ຂອງແຜນປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາລື່ນ 20,92%.ໃນນັ້ນ, ພູດສູນກາງ (ພາສີ) ໄດ້ຮັບແຜນການຈັດເກັບຈໍານວນ 4.100 ຕື້ກີບ, ປະຕິບັດໄດ້ 1.858,30 ຕື້ກີບເທົ່າກັບ 45,32% ຂອງແຜນການປີ; ລາຍຮັບທ້ອງຖິ່ນຢູ່ ນ/ວ ໄດ້ຮັບແຜນການຈັດເກັບລາຍຮັບຈໍານວນ 1.476,34 ຕື້ກີບ, ປະຕິບັດໄດ້ 753,65 ຕື້ກີບ ເທົ່າກັບ 51,05% ຂອງແຜນການປີ. ສ່ວນຂັ້ນເມືອງທົ່ວນະຄອນຫລວງວຽງຈັນ, ມີ 5 ເມືອງຍັງປະຕິບັດບໍ່ໄດ້ຕາມແຜນ 6 ເດືອນຕົ້ນປີ ແລະ 4 ເມືອງສາມາດປະຕິບັດລາຍຮັບໄດ້ລື່ນແຜນ 6 ເດືອນຕົ້ນປີ ຄື: ເມືອງສີໂຄດຕະບອງປະຕິບັດໄດ້ 53,89% ຂອງແຜນການປີ; ເມືອງໄຊທານີ ປະຕິບັດໄດ້ 56,48% ຂອງແຜນການປີ; ເມືອງຫາດຊາຍຟອງ ປະຕິບັດໄດ້ 54,74% ຂອງແຜນການປີ; ເມືອງປາກງື່ມປະຕິບັດໄດ້ 56,96% ຂອງແຜນການປີ.ດ້ານລາຍຈ່າຍປະຕິບັດໄດ້ 276,79 ຕື້ກີບ ເທົ່າກັບ44,26%ຂອງແຜນການປີ. ໃນນັ້ນ, ລາຍຈ່າຍບໍລິຫານປົກກະຕິປະຕິບັດໄດ້ 230,75 ຕື້ກີບ ເທົ່າກັບ 45,96% ຂອງແຜນການປີ; ລາຍຈ່າຍການລົງທຶນຂອງລັດປະຕິບັດໄດ້ 46,04 ຕື້ກີບ ເທົ່າກັບ37,32% ຂອງແຜນການປີ.

ໃນໂອກາດນີ້, ທ່ານ ພູທະນູເພັດ ໄຊສົມບັດ ແລະ ທ່ານ ອາດສະພັງທອງ ສີພັນດອນ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໂດຍເນັ້ນໃຫ້ຂະແໜງການເງິນ ນວ ສືບຕໍ່ບຸກທະລຸຕໍ່ການພັດທະນາເສດ ຖະກິດໃນປີ 2022, ບຸກທະລຸການເກັບລາຍຮັບລື່ນແຜນ, ຊຸກຍູ້ສົ່ງເສີມການພັດທະນາເຂດເສດຖະກິດພິເສດ, ເຂດພັດທະນາສະເພາະອື່ນໆ ເພື່ອຮັບປະກັນເຮັດໃຫ້ມີການລົງທຶນຢ່າງແຂງແຮງ; ພ້ອມທັງພັດທະນາໂຄງລ່າງພື້ນຖານໂລຈິສຕິກ, ການບໍລິການຜ່ານດ່ານ ແລະຂົນສົ່ງສິນຄ້າຂ້າມແດນຕາມແລວເສດຖະກິດ,ສົ່ງເສີມຢ່າງແຂງແຮງຕໍ່ຜູ້ປະກອບການພາຍໃນ, ສືບຕໍ່ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດໃຫ້ເປັນຮູບປະທຳ, ສູ້ຊົນໃຫ້ເສດຖະກິດ ນວ ສືບຕໍ່ຂະຫຍາຍຕົວຕາມລະດັບຄາດໝາຍທີ່ວາງໄວ້ ໂດຍນໍາໃຊ້ທຸກນະໂຍບາຍພາຍໃຕ້ເງື່ອນໄຂ ແລະ ທ່າແຮງໃນປັດຈຸບັນ, ເອົາໃຈໃສ່ຈັດຕັ້ງປະຕິ ບັດບັນດານິຕິກຳໂດຍສະເພາະມາດຕະການຂົງເຂດລາຍຮັບ ແລະ ມາດຕະການຂົງເຂດລາຍຈ່າຍ, ເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງລາຍຮັບງົບປະມານ, ແກ້ໄຂບັນດາຂັ້ນຂອດບໍລິການຕ່າງໆຢູ່ຈຸດບໍລິການຂອງເຈົ້າໜ້າທີ່ຂອງລັດໃນການອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກ, ຊຸກຍູ້ສ້າງກົນໄກເພື່ອອຳນວຍຄວາມສະດວກ ໃຫ້ຜູ້ປະກອບການເສຍພັນທະດ້ວຍຕົນເອງໃຫ້ຫລາຍຂຶ້ນ, ຂຸດຄົ້ນແຫລ່ງລາຍຮັບທີ່ຍັງບົ່ມຊ້ອນ, ເພີ່ມທະວີການຂະຫຍາຍຖານອາກອນມູນຄ່າເພີ່ມ, ຮີບຮ້ອນປັບປຸງບຸກຄະລາກອນໃຫ້ສອດຄ່ອງກັບໜ້າວຽກເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ເກີນແຜນການປີທີ່ກຳນົດໄວ້.

ໃນກອງປະຊຸມດັ່ງກ່າວຍັງໄດ້ມີການມອບ-ຮັບໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປີ 2020-2021 ໃຫ້ຈໍານວນ 14 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກການເງິນນະຄອນຫລວງວຽງຈັນ ແລະໄດ້ມອບໃບຍ້ອງຍໍ, ໃບຊົມເຊີຍທ່ານເຈົ້າຄອງນະຄອນຫລວງວຽງຈັນໃຫ້ກັບອົງການປົກຄອງເມືອງ, ພະແນກການ, ຫ້ອງການ-ການເງິນເມືອງ, ຂະແໜງການອ້ອມຂ້າງພະແນກການເງິນນະຄອນຫລວງວຽງຈັນ ແລະບັນດາບຸກຄົນທີ່ມີຜົນການດີເດັ່ນໃນກາານປະກອບສ່ວນເກັບລາຍຮັບເຂົ້າງົບປະມານໃນປີ 2021 ອີກດ້ວຍ.