ໄຊຍະບູລີ ດໍາເນີນກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 7 ສະໄໝທີ VII

ກອງປະຊຸມ ຄົບຄະນະບໍລິ ຫານງານພັກແຂວງ ໄຊຍະບູລີ ຄັ້ງທີ 7 ສະໄໝທີ VII ໄດ້ໄຂຂຶ້ນໃນວັນທີ 1 ສິງຫາ 2022 ໂດຍການເປັນປະທານຂອງ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊຍະບູລີ, ມີຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກການ, ກົມກອງ, ລັດວິສາຫະກິດອ້ອມຂ້າງແຂວງ, ມີເລຂາພັກເມືອງ, ເຈົ້າເມືອງ 11 ເມືອງເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ພົງສະຫວັນ ສິດທະວົງ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ດໍາເນີນເປັນເວລາ 2 ວັນ ແລະ ຈະໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ແລະ ຕີລາຄາຄວາມຮັບຜິດຊອບການເມືອງຂອງຄະນະພັກຂັ້ນຕ່າງໆໃນການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງ, ລະບຽບກົດໝາຍຂັ້ນເທິງວາງອອກ ແລະ ບັນດາວຽກງານທີ່ສໍາຄັນ ເປັນຕົ້ນ ການລາຍງານການນໍາພາ-ຊີ້ນໍາ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ-ການເງິນ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2022, ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຂອງຄະນະພັກຂັ້ນຕ່າງໆຜ່ານມາ ເພື່ອໃຫ້ເຫັນໄດ້ດ້ານດີ, ຜົນໄດ້ຮັບ, ດ້ານອ່ອນ, ຄົງຄ້າງ, ຂໍ້ຂາດຕົກບົກຜ່ອງ ແລະ ພ້ອມກັນຄົ້ນຄວ້າເອກະພາບກ່ຽວກັບທິດທາງຈຸດສຸມ, ມາດຕະການສູ້ຊົນຈັດຕັ້ງປະຕິບັດໃນ 6 ເດືອນທ້າຍປີ 2022 ແລະ ເພື່ອໃຫ້ບັນດາຄາດໝາຍຕ່າງໆ ບັນລຸຕາມແຜນການປີວາງໄວ້, ການເສີມຂະຫຍາຍທ່າແຮງຄວາມສາມາດບົ່ມຊ້ອນໃຫ້ກາຍເປັນຂະແໜງເສດຖະກິດປາຍແຫລມ, ການຕີລາຄາການຊຸກຍູ້, ສົ່ງເສີມຜູ້ປະກອບການທຸລະກິດຂະໜາດນ້ອຍ, ຂະໜາດກາງໃຫ້ມີຄວາມເຂັ້ມແຂງ, ການເພີ່ມທະວີສ້າງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງຢູ່ພາຍໃນແຂວງ, ແຜນການປັບປຸງກົງຈັກການຈັດຕັ້ງ ແລະ ການກໍານົດຕໍາແໜ່ງງານຂອງບັນດາພະແນກການ, ອົງການ ຂັ້ນແຂວງ ແລະ ຂັ້ນເມືອງ, ການກະກຽມເຂົ້າຮ່ວມກອງປະຊຸມ ສະຫລຸບຕີລາຄາການຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງຂອງສູນກາງພັກກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ, ແຂ່ງຂັນຍ້ອງຍໍຮັກຊາດ ແລະພັດທະນາ ແລະການຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI.

ໃນວາລະກອງປະຊຸມ, ຍັງຈະໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນຈາກບັນດາຜູ້ແທນແຕ່ລະສະຫາຍຕື່ມອີກ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ