ຄະນະບໍລິຫານງານພັກແຂວງຫຼວງນໍ້າທາເປີດກອງປະຊຸມຄົບຄະນະ ເປີດກວ້າງ ຄັ້ງທີ 9

ກອງປະຊຸມຄົບຄະນະເປີດກວ້າງ ຄັ້ງທີ 9 ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ 8 ຈັດຂຶ້ນໃນວັນທີ 28-29 ກໍລະກົດ 2022 ໂດຍການເປັນປະທານຂອງ ສະຫາຍ ຄໍາໄຫລ ສີປະເສີດ ກຳມະການ ສູນກາງພັກ, ເລຂາພັກແຂວງເຈົ້າແຂວງຫຼວງນໍ້າທາ, ມີຄະນະປະຈຳພັກແຂວງ, ກໍາມະການພັກແຂວງ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງແຂວງ 6 ເດືອນຕົ້ນປີ ແລະທິດທາງແຜນການ, ຄາດໝາຍສູ້ຊົນ 6 ເດືອນທ້າຍປີ 2022, ຜ່ານບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກແຂວງ ໃນ 6 ເດືອນຜ່ານມາໂດຍຍົກໃຫ້ເຫັນດ້ານດີ,ຜົນງານຂອງການຈັດຕັ້ງປະຕິບັດໜ້າທີ່ວຽກງານ ທີ່ໄດ້ມອບໝາຍໃຫ້ແຕ່ລະສະຫາຍຊີ້ນຳ-ນຳພາ ພ້ອມທັງຊອກຫາວິທີແກ້ໄຂດ້ານອ່ອນ ແລະ ຂໍ້ຄົງຄ້າງ, ເຊື່ອມຊຶມມະຕິກກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກສະໃໝທີ XI. ພ້ອມນີ້,ຜູ້ເຂົ້າຮ່ວມກອງປະຊຸມຍັງຈະໄດ້ຮັບຟັງການລາຍງານໂດຍສັງເຂບສະພາບການດໍາເນີນຊີວິດການເມືອງ ແລະ ຊີ້ແຈງບາງບັນຫາທີ່ສໍາຄັນ.

ໂອກາດດຽວກັນ, ຜູ້ແທນກອງປະຊຸມໄດ້ພ້ອມກັນຕິດຕາມ, ປະກອບຄຳເຫັນຢ່າງກົງໄປ-ກົງມາ ເພື່ອເຮັດໃຫ້ກອງປະຊຸມສຳເລັດຕາມຄາດໝາຍ, ທັງເປັນການຜັນຂະຫຍາຍມະ ຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງ, 2 ວາລະແຫ່ງຊາດ ແລະເອົາໃຈໃສ່ປົກປັກຮັກສາສ້າງສາພັດທະນາເສດຖະກິດ-ສັງຄົມ ໃຫ້ມີບາດກ້າວຂະຫຍາຍຕົວຂຶ້ນເລື້ອຍໆ.

ຂ່າວ: ມຸນຕີ