ເຊກອງ-ກວາງນາມ ເສີມຂະຫຍາຍການຮ່ວມມື

ກອງປະຊຸມພົບປະສອງຝ່າຍ ແລະແລກປ່ຽນບົດຮຽນທາງດ້ານວຽກງານວິຊາການລະຫວ່າງພະແນກການເງິນແຂວງເຊກອງ ສປປ ລາວ ກັບ ພະແນກການເງິນແຂວງກວາງນາມ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 27 ກໍລະກົດ 2022 ທີ່ພະແນກການເງິນແຂວງເຊກອງ ນໍາໂດຍ ທ່ານ ຄໍາຮູ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງເຊກອງ ແລະທ່ານ ດັ້ງ ຟອງ ຫົວໜ້າພະແນກການເງິນແຂວງກວາງນາມ.

ໃນໂອກາດນີ້, ສອງຝ່າຍໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ; ການເຄື່ອນໄຫວປະຕິບັດແຜນງົບປະມານແຫ່ງລັດຂອງສອງແຂວງ ແລະ ໄດ້ສະແດງຄວາມຊົມເຊີຍ, ຕີລາຄາສູງຕໍ່ຜົນສໍາເລັດການພົວພັນຮ່ວມມືຂອງສອງແຂວງກໍຄືສອງພະແນກການເງິນໃນໄລຍະຜ່ານມາເຊິ່ງໄດ້ມີການປະສານງານແລກປ່ຽນບົດຮຽນ ແລະໃຫ້ການຊ່ວຍເຫລືອກັນ ບົນພື້ນຖານລະບຽບກົດໝາຍ ແລະຕ່າງຝ່າຍໄດ້ຮັບຜົນປະໂຫຍດເພື່ອຍົກສູງຄວາມສາມາດໃຫ້ພະນັກງານພະແນກການເງິນແຂວງເຊກອງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ. ໃນປີ 2022 ພະແນກການເງິນແຂວງກໍໄດ້ມີການປະກອບສ່ວນເຂົ້າໃນສໍາຄັນເຂົ້າໃນການສະເຫລີມສະຫລອງ 2 ວັນປະຫວັດສາດ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຮອບດ້ານຄົບຮອບ 45 ປີ(18/7/1977-18/7/2022) ແລະວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962-5/9/2022).

ການພົບປະຄັ້ງນີ້,ສອງຝ່າຍໄດ້ເຊັນບົດບັນທຶກການພົວພັນຮ່ວມມືໂດຍສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການພົບປະແລະແລກປ່ຽນບົດຮຽນໃນວຽກງານຕ່າງໆເປັນຕົ້ນວຽກງານບໍລິຫານ-ຈັດຕັ້ງ, ບັນຊີການເງິນ, ງົບປະມານ, ສ່ວຍສາອາກອນ, ຄຸ້ມຄອງຊັບສິນຂອງລັດ, ກວດກາການເງິນ, ພາສີ-ດ່ານພາສີ ແລະອື່ນໆ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານການເງິນມີຜົນສໍາເລັດ ແລະມີຄຸນນະພາບດີຂຶ້ນກວ່າເກົ່າທັງເປັນການຮັດແໜ້ນຄວາມສາມັກຄີລະຫວ່າງແຂວງເຊກອງ-ແຂວງກວາງນາມກໍຄືພະແນກການເງິນໃຫ້ນັບມື້ໜ້ນແຟ້ນຍິ່ງຂຶ້ນ.

ຂ່າວ-ພາບ: ສັນຍາ