ທົ່ວແຂວງຄໍາມ່ວນ ປັກດໍາເຂົ້ານາປີໄດ້ 92,56%

 ຕາມການລາຍງານຈາກທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນລະດູການຜະລິດເຂົ້ານາປີ 2022 ນີ້ທົ່ວແຂວງມີເນື້ອທີ່ນາລວມຕາມແຜນການ 90.236 ເຮັກຕາ, ໝົດແນວເຂົ້າປູກ 5.414 ໂຕນ, ຄາດຄະເນຜົນຜະລິດ 333.127 ໂຕນ, ໃນນີ້ເນື້ອທີ່ແຜນການຜະລິດເຂົ້າເພື່ອເປັນສະບຽງອາຫານ 63.495 ເຮັກຕາ, ຄາດຄະເນຜົນຜະລິດ 231.860 ໂຕນ, ເນື້ອທີ່ແຜນການຜະລິດເຂົ້າເປັນສິນຄ້າ 26.741 ເຮັກຕາ, ຄາດຄະເນຜົນຜະລິດ 101.267 ໂຕນ.

ຜ່ານການຈັດຕັ້ງປະຕິບັດຕົວຈິງເນື້ອທີ່ປະຕິບັດໄດ້ 83.523 ເຮັກຕາ, ເທົ່າກັບ 92,56% ຂອງເນື້ອທີ່ແຜນການທັງໝົດໃນທົ່ວແຂວງ. ໃນນີ້, ນາຫວ່ານປະຕິບັດໄດ້ 16.282 ເຮັກຕາ ແລະ ນາປັກດໍາປະຕິບັດໄດ້ 65.621 ເຮັກຕາ. ສະເພາະເນື້ອທີ່ແຜນການຜະລິດເຂົ້າເປັນສະບຽງອາຫານ ປະຕິບັດໄດ້ 59.850 ເຮັກຕາ ເທົ່າກັບ 92,68% ຂອງເນື້ອທີ່ແຜນການ, ເນື້ອທີ່ແຜນການຜະລິດເຂົ້າເປັນສິນຄ້າປະຕິບັດໄດ້ 24.673 ເຮັກຕາ ເທົ່າກັບ 92,27% ຂອງເນື້ອທີ່ແຜນການ.

ທ່ານ ບຸນຈັນ ໄຊປັນຍາ ຍັງໃຫ້ຮູ້ອີກວ່າ: ສໍາລັບເນື້ອທີ່ແຜນການຜະລິດພືດລະດູ ຝົນປີ 2022 ທົ່ວແຂວງມີ 6.320 ເຮັກຕາ, ຄາດຄະເນສະມັດຕະພາບ 13,59 ໂຕນ/ເຮັກຕາ, ຄາດຄະເນຜົນຜະລິດ 85.880 ໂຕນ, ໃນນີ້ ເນື້ອທີ່ແຜນການຜະລິດພືດເພື່ອເປັນສະບຽງອາຫານ 2.618 ເຮັກຕາ, ຄາດຄະເນສະມັດຕະພາບ 9,80 ໂຕນ/ເຮັກຕາ, ຄາດຄະເນຜົນຜະລິດ 25.659 ໂຕນ, ເນື້ອທີ່ແຜນການຜະລິດພືດເພື່ອເປັນສິນຄ້າ 3.702 ເຮັກຕາ, ຄາດຄະເນສະມັດຕະພາບ 16,27 ໂຕນ/ເຮັກຕາ,ຄາດຄະເນຜົນຜະລິດ 60.221 ໂຕນ. ຜ່ານການຈັດຕັ້ງປະຕິບັດເນື້ອທີ່ການປູກພືດລວມບັນລຸໄດ້ 11.476 ເຮັກຕາເທົ່າກັບ 181,58% ເຮັກຕາ, ທຽບໃສ່ແຜນການປີເຫັນວ່າລື່ນຄາດໝາຍ 5.156 ສໍາລັບວຽກງານຕ້ານແລ້ງ-ຕ້ານຖ້ວມ ຫລື ມາດຕະການແກ້ໄຂພາຍຫລັງແລ້ງ ແລະ ຖ້ວມ, ພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ມີການຫ້າງຫາກະກຽມດ້ານແນວພັນ ເຊິ່ງໄດ້ມີການສະສົມແນວພັນໄວ້ 5 ໂຕນ ສະສົມໄວ້ ເພື່ອແກ້ໄຂໃນກໍລະນີເກີດມີສະພາບແລ້ງ ຫລືຖ້ວມ. ສ່ວນລະບົບຊົນລະປະທານກໍໄດ້ແຈ້ງໃຫ້ສະຖານທີ່ໆມີຈັກສູບນໍ້າໃຫ້ກຽມພ້ອມຮັບມືຕໍ່ສະຖານະການແລ້ງ, ກໍລະນີຖ້ວມແມ່ນຈະໄດ້ມີການປະສານສົມທົບກັບພະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແລະສູນໄຟຟ້າແຕ່ລະບ່ອນເພື່ອຍົກຍ້າຍໝໍແບ່ງໄຟ ແລະສັດລ້ຽງຂອງປະຊາຊົນໄປໄວ້ບ່ອນທີ່ສູງ.