ເຂດບຶງທາດຫຼວງຈະຈັດງານສວນອຸທະຍານໂຄມໄຟຕ້ອນຮັບປີທ່ອງທ່ຽວລາວ-ຈີນ

   ເພື່ອເປັນການກຽມຕ້ອນຮັບປີທ່ອງທ່ຽວລາວ-ຈີນ 2019 ທີ່ຈະມາເຖິງນີ້, ໃນວັນທີ 20 ທັນວາຜ່ານມາ, ທີ່ເຂດເສດຖະກິດສະເພາະບຶງທາດຫຼວງໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືການວາງສະແດງໂຄມໄຟແຫ່ງປີທ່ອທ່ຽວ ລາວ-ຈີນ 2019, ພາຍໃຕ້ໂຄງການສວນວາງສະແດງວັດທະນະທຳໂຄມ ໄຟສີສັນ ສປປລາວ, ທີ່ເຂດບຶງທາດຫຼວງ, ລະຫ່ວາງບໍລິສັດ ລາວທາດຫຼວງພັດທະນາ ຈຳກັດ ບໍລິສັດຜູ້ພັດ ທະນາເຂດເສດຖະກິດສະເພາະບຶງທາດຫຼວງກັບບັນດາບໍລິສັດຈາກເມືອງຈືກຸງ, ແຂວງເສສວນ ສປ ຈີນ.

   ສໍາລັບການຮ່ວມລົງນາມໃນຄັ້ງນີ້ແມ່ນທ່ານ ຫວງກົວຜິງ, ຜູ້ພັດທະນາ ຂສພ ບຶງທາດຫຼວງສ່ວນຝ່າຍຈີນມີທ່ານ ຊາວເທ່ຍຈຸນ ຮອງຫົວໜ້າຫ້ອງການວັດທະນະທໍາ, ຂ່າວ, ສິ່ງພິມ, ວິທະຍຸ, ຮູບເງົາ ແລະໂທລະພາບເມືອງຈືກຸງ ແຂວງເສສວນ ສປ ຈີນ, ທ່ານ ຫວາງ ເຊິງລີ້ ຫົວໜ້າຂະແໜງຂອງຫ້ອງການວັດທະນະທໍາ, ຂ່າວ, ສິ່ງພິມ, ວິທະຍຸ, ຮູບເງົາ ແລະໂທລະພາບເມືອງຈືກຸງ, ທ່ານ ຊຸງຊິງຊານ ປະທານບໍລິສັດລົງທຶນດ້ານ ການທ່ອງທ່ຽວວັດທະນະທໍາເມືອງຈືກຸງ ຈໍາກັດ, ທ່ານ ຢູ້ຈິ້ນ ຮອງຜູ້ຈັດການທົ່ວ ໄປຂອງບໍລິສັດ ເຊິ້ງຊື້ຊືລູ້ ບໍລິສັດລູກ ຂອງບໍລິສັດລົງທຶນດ້ານການທ່ອງທ່ຽວວັດທະນະທໍາເມືອງຈືກຸງຈໍາກັດ, ທ່ານ ຈາງສຽງ ປະທານບໍລິສັດ ເສສວນ ຫົວເຢ້ ຈື້ຊ້ວງ ເຕັກໂນໂລຊີ ຈໍາກັດ, ທ່ານ ຫຼີ ຫູ ຜູ້ຈັດການທົ່ວໄປຂອງບໍລິສັດເສ ສວນຫົວເຢ້ຈື້ຊ້ວງເຕັກໂນໂລຊີຈໍາກັດ ແລະການນໍາຜູ້ອື່ນໆ, ໂດຍເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຄໍາລຽນ ພົນເສນາ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ, ທ່ານຫົວໜ້າຫ້ອງການສົ່ງເສີມ ແລະຄຸ້ມຄອງເຂດເສດຖະກິດພິເສດ, ມີຫົວໜ້າກົມຮ່ວມມືສາກົນ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເຂົ້າຮ່ວມ.

  ການເຊັນ MOU ໃນຄັ້ງນີ້ແມ່ນເພື່ອເພີ່ມທະວີສາຍພົວພັນມິດຕະພາບຂອງສອງປະເທດກໍຄືສົ່ງເສີມການແລກປ່ຽນທາງດ້ານວັດທະນະທໍາຂອງລາວ ແລະ ຈີນ, ທັງເປັນການກະກຽມຕ້ອນຮັບປີທ່ອງທ່ຽວລາວ-ຈີນ 2019, ສະນັ້ນບໍລິສັດ ອະສັງຫາລິມະຊັບ ຫວານເຟີງ ຊຽງໄຮ ສປ ຈີນ ຊຶ່ງເປັນຜູ້ພັດທະນາເຂດເສດຖະກິດສະເພາະບຶງທາດຫຼວງ ກໍໄດ້ມີຄວາມຫ້າວຫັນໃນການປະກອບ ສ່ວນຕ້ອນຮັບປີທ່ອງທ່ຽວດັ່ງກ່າວ, ໂດຍໄດ້ມີການພົວພັນແລກປ່ຽນກັບຫ້ອງການວັດທະນະທໍາ, ຂ່າວ, ສິ່ງພິມ, ວິທະຍຸ, ຮູບເງົາ ແລະໂທລະພາບເມືອງ ຈືກຸງ ແຂວງເສສວນ ສປ ຈີນ ຫຼາຍໆຄັ້ງ, ນທີ່ສຸດກໍບັນລຸການຮ່ວມມືເຊິ່ງ ກັນ ແລະກັນໂດຍຈະໄດ້ມີການຈັດບັນດາ ກິດຈະກຳໃນໂອກາດປີທ່ອງທ່ຽວລາວ-ຈີນ 2019 ໂດຍສະເພາະແມ່ນເທສະການວາງສະແດງໂຄມໄຟທີ່ຈະແນລະມິດໃຫ້ເຂດເສດຖະກິດສະເພາະບຶງທາດຫຼວງກາຍເປັນສວນອຸທະຍານທີ່ສວຍງາມ ແລະປະດັບປະດາໄປດ້ວຍດອກໄມ້ ແລະຕຶກອາຄານຮູບຊົງຕ່າງໆທີ່ເຮັດດ້ວຍດອກໄຟ.

   ການຈັດງານເທສະການ “ສວນອຸທະຍານໂຄມໄຟ” ໃນຄັ້ງນີ້ຜູ້ພັດທະນາເຂດເສດຖະກິດສະເພາະບຶງທາດຫຼວງໄດ້ແຈ້ງໃຫ້ຊາບວ່າຈະບໍ່ໄດ້ກັບຄ່າຜ່ານປະຕູເຂົ້າຊົມແຕ່ຢ່າງໃດເພື່ອເປັນຂອງຂວັນໃຫ້ແກ່ຊາວນະຄອນຫຼວງວຽງຈັນກໍຄືຜູ້ທີ່ສົນໃຈເຂົ້າມາທ່ຽວຊົມໄດ້ມີໂອກາດເຂົ້າມາແລກປ່ຽນທາງດ້ານວັດທະນະທໍາຂອງລາວ ແລະຈີນຝ່າຍໂຄມໄຟທີ່ປະດິດສ້າງເປັນຮູບຕ່າງໆ, ສ່ວນວັນເວລາໃນການຈັດງານແມ່ນຢູ່ໃນຂັ້ນຕອນຂອງການກະກຽມ ແລະປະເມີນຄວາມພ້ອມຂອງສະຖານທີ່.