ຫວຽດນາມ ມອບອຸປະກອນດົນຕີ ໃຫ້ໂຮງຮຽນສິລະປະແຫ່ງຊາດລາວ

 ໃນວັນທີ 21 ກໍລະກົດ ລັດຖະບານຫວຽດນາມ ພ້ອມກັບ ກະຊວງວັດທະນະທຳ, ກີລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ໄດ້ນຳເອົາເຄື່ອງດົນຕີຫຼາຍປະເພດ ມາມອບໃຫ້ໂຮງຮຽນສິລະປະແຫ່ງຊາດ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຫ່ງ ສປປ ລາວ, ຕາງໜ້າມອບໂດຍ ທ່ານ ຕະ ກວາງ ດົ່ງ ຮອງລັດຖະມົນຕີກະຊວງວັດທະນະທຳ, ກີລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ແລະ ຮັບໂດຍ ທ່ານ ວຽງພອນ ສຸກຂະວົງ ຜູ້ອຳນວຍການໂຮງຮຽນສິລະປະແຫ່ງຊາດ,  ໂດຍມີ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມ.

ເຄື່ອງດົນຕີ ທີ່ນຳມາມອບໃນຄັ້ງນີ້, ມີ ເປຍໂນ ໄຟຟ້າ ຈຳນວນ 5 ໜ່ວຍ, ກິຕ້າ 4 ໜ່ວຍ, ໄວໂອລິນ 3 ໜ່ວຍ ແລະ ປຶ້ມການຮຽນ-ການສອນ ສິລະປະດົນຕີ ຈຳນວນໜຶ່ງ, ພ້ອມດຽວກັນນັ້ນ, ສອງກະຊວງ ຖວທ ລາວ-ຫວຽດນາມ ຍັງໄດ້ແລກປ່ຽນ ການສະແດງສິລະປະ ຊຶ່ງກັນ ແລະ ກັນ ຈາກບັນດານັກສິລະປະ ຂອງ ລາວ ແລະ ຫວຽດນາມ ຕື່ມອີກ ຊຶ່ງການສະແດງດັ່ງກ່າວ, ສ່ອງແສງໃຫ້ເຫັນເຖິງວັດທະນະທຳ, ຮີດຄອງປະເພນີອັນດີງາມ, ລວມເຖິງວິຖີການດຳລົງຊີວິດ, ການຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ລະຫວ່າງ ປະຊາຊົນ ສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ.

ໃນໂອກາດດັ່ງກ່າວ, ທ່ານ ວຽງພອນ ສຸກຂະວົງ ກໍໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ ລັດຖະບານ ສສ ຫວຽດນາມ ກໍຄື ຮອງລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ທີ່ໄດ້້ນຳເອົາອຸປະກອນດົນຕີ ຈຳນວນດັ່ງກ່າວ, ມາມອບໃຫ້ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຮັດໃຫ້ການຮຽນ-ການສອນ ດົນຕີ ຢູ່ ສປປ ລາວ ກໍຄື ຢູ່ໂຮງຮຽນສິລະປະແຫ່ງຊາດ ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ, ທັງເປັນການປະກອບສ່ວນ ຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ສອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຂອງສອງປະເທດ ໃຫ້ໄດ້ຮັບການເສີມຂະຫຍາຍຂຶ້ນໄປເລື້ອຍໆ ແລະ ສືບຕໍ່ໃຫ້ການສະໜັບສະໜູນ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຕະຫຼອດໄປ, ທັງເປັນການປະກອບສ່ວນເຮັດໃຫ້ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ເຕັມໄປດ້ວຍບັນຍາກາດອັນຟົດຟື້ນ, ມ່ວນຊື່ນ, ຮັກສາໄດ້ຄວາມສາມັກຄີປອງດອງ ຖານສະຫາຍອ້າຍນ້ອງ, ພ້ອມດຽວກັນນັ້ນ ທ່ານ ວຽງພອນ ສຸກຂະວົງ ຍັງໄດ້ຢືນຢັນວ່າ, ຈະນຳເອົາເຄື່ອງດົນຕີ ທີ່ໄດ້ຮັບໃນຄັ້ງນີ້, ໄປໝູນໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ ກໍຄືນຳໃຊ້ເຂົ້າໃນຫຼັກສູດການຮຽນ-ການສອນດົນຕີ ຢູ່ພາຍໃນໂຮງຮຽນສິລະປະແຫ່ງຊາດ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ໄດ້ຮັບການ ພັດທະນາ ຂຶ້ນໄປເລື້ອຍໆ ໃນອະນາຄົດ ແລະ ຍາວນານ.