ນ້ອງ ຮຸ່ງເຮືອງ ກອນສິນ ສະໜັບສະໜູນ 300 ລ້ານກີບ ໃຫ້ນັກກິລາບານເຕະ ທີມຊາດລາວ U19

ໃນວັນທີ 19 ກໍລະກົດຜ່ານມາ, ທີ່ນະຄອນຫຼວງວຽງຈັນ ຈັດພິທີ່ງານລ້ຽງຕ້ອນຮັບຄະນະຄູຝຶກ ແລະນັກກີລາ ໂດຍການເຂົ້າຮ່ວມທ່ານ ສຈ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ມີທ່ານລັດຖະມົນຕີກະຊວງສຶກສາທິການ ແລະກິລາ, ພ້ອມດ້ວຍຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ, ຄະນະນັກກິລາ ແລະ ແຂກຖືກເຊີນເຂົ້າຮ່ວມ.


ຊຶ່ງໃນພິທີ່ຕ້ອນຮັບດັ່ງກ່າວກໍ່ມີຫລາຍພາກສ່ວນທີ່ຊ່ວຍສະໜັບສະໜູນນັກກີລາໜຶ່ງໃນນັ້ນ ນ້ອງ ຮຸ່ງເຮືອງ ກອນສິນ ອາຍຸ 13 ປີ ປະຈຸບັນສຶກສາຢູ່ໂຮງຮຽນນານາຊາດ ປັນຍາທິບ (PIS) ເປັນນັກຮຽນ ຊັ້ນມ.3 ກຽມຂຶ້ນ ມ.4 ໄດ້ເຫັນຄວາມສຳຄັນການພັດທະນາບານເຕະລາວນຳເອົາເງິນເກັບທີ່ສະສົມສ່ວນຕົວມອບໃຫ້ທີມນັກກິລາບານເຕະທີມຊາດລາວ U19 ຈຳນວນ 300 ລ້ານກີບ ເພື່ອເປັນຂວັນກຳລັງໃຈທີ່ສາມາດຍາດໄດ້ຫລຽນເງິນໃນການແຂ່ງຂັນບານເຕະ AFF U19 Championship 2022 ທີ່ປະເທດອິນໂດເນເຊຍ.


ນ້ອງ ຮຸ່ງເຮືອງ ກອນສິນ ໄດ້ກ່າວວ່າ: ສຳລັບການມອບເງິນຈຳນວນດັ່ງກ່າວແມ່ນເພື່ອເປັນການປະກອບສ່ວນສະໜັບສະໜູນໃຫ້ນັກກິລານຳໄປໃຊ້ການຝຶກຊ້ອມພັດທະນາທີມໃນອະນາຄົດ, ເງິນສ່ວນນີ້ເປັນເງິນທີ່ເກັບທ້ອນມາເປັນເວລາຫລາຍປີອີກຢ່າງຕົນເອງກໍເປັນຜູ້ໜຶ່ງທີ່ມັກຮັກໃນກິລາ, ໂດຍສະເພາະ ບານເຕະ ແລະ ບາສເກັດ ໄດ້ເຫັນຜົນງານອັນໂດດເດັ່ນຂອງອ້າຍໆ ຈຶ່ງຕັດສິນໃຈມອບເງິນສະໜັບສະໜູນດ້ວຍຄວາມເຕັມໃຈແບບບໍ່ລັງເລ.

ພ້ອມທີ່ຈະເປັນສ່ວນໜຶ່ງໃນການຊຸກຍູ້ສົ່ງເສີມກິລາບານເຕະ ແລະນັກກິລາທີມຊາດລາວເພື່ອເປັນຕົວແທນຂອງ ສປປ ລາວ ໃນການສ້າງຊື່ສຽງອັນດີຢູ່ໃນເວທີສາກົນ, ເປັນນັກກິລາລຸ້ນສືບທອດຂອງປະເທດຊາດໃນຕໍ່ໜ້າ ແລະເປັນແບບຢ່າງໃນການສ້າງແຮງບັນດານໃຈໃຫ້ແກ່ນັກກິລາລຸ້ນໃໝ່ໃຫ້ມີຄວາມມຸ່ງໝັ້ນພັດທະນາຕົນເອງເພື່ອໃຫ້ໄດ້ເປັນຕົວແທນຂອງກິລາບານເຕະທີມຊາດລາວໃນລຸ້ນຕໍ່ໆໄປ.