ຈີນເຜີຍແຜ່ບົດລາຍງານຜົນການວິໄຈຄວາມສ່ຽງການແຜ່ກະຈາຍນີວເຄຣຍທີ່ຢູ່ໃນຂອບສົນທິສັນຍາ AUKUS

ຕອນເຊົ້າວັນທີ 20 ກໍລະກົດ 2022, ສະມາຄົມຄວບຄຸມ ແລະຫຼຸດດຜ່ອນກໍາລັງຮົບຈີນ (CACDA) ຮ່ວມກັບສະຖາບັນຍຸດທະສາດອຸດສາຫະກຳນິວເຄຣຍຈີນ (CINIS) ຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບບົດລາຍງານຜົນການວິໄຈຄວາມສ່ຽງການແຜ່ກະຈາຍນີວເຄຣຍຢູ່ໃນຂອບການຮ່ວມມືດ້ານຄວາມໝັ້ນຄົງທີ່ກ່ຽວຂ້ອງກັບການສ້າງເຮືອດໍານໍ້າພະລັງງານນີວເຄຣຍ ເຊີ່ງເປັນການຮ່ວມມືສາມຝ່າຍລະຫວ່າງອົດສຕາລີ, ອັງກິດ ແລະສະຫະລັດອາເມ ລິກາ ຫລືເອີ້ນວ່າ: ສົນທິສັນຍາ AUKUS ເຊີ່ງຈັດຂຶ້ນຢູ່ນະ ຄອນຫລວງປັກກິ່ງທັງແບບເຊິ່ງໜ້າ ແລະຜ່ານລະບົບອອນລາຍໂດຍມີທ່ານ ຈ່າງ ແຢນ (Zhang Yan), ປະທານ CACDA, ທ່ານ ປານ ຊີຫລົງ (Pan Qilong), ປະທານ CINIS, ພ້ອມດ້ວຍຄະນະຜູ້ຊ່ຽວຊານແລະນັກວິຊາການຈາກສູນຄົ້ນຄວ້າຍຸດທະສາດຂອງຈີນ, ສື່ມວນຊົນຂອງຈີນ ແລະ ສື່ມວນຊົນຈາກພາກພື້ນອາຊີປາຊີຟິກເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ຈ່າງ ແຢນ ໃຫ້ຮູ້ວ່າ: ພາຍຫລັງກອງປະຊຸມວ່າດ້ວຍຄວາມປອດໄພຂອງພັນທະມິດ 5 ປະເທດ ຄື: ສະຫະລັດອາເມລິກາ, ອັງກິດ, ອົດສຕາລີ, ການາດາ ແລະ ນູແວນເຊລັງ ແລະກອງປະຊຸມເຈລະຈາດ້ານຄວາມປອດໄພລະຫວ່າງສະຫະລັດອາເມລິກາ, ຍີ່ປຸ່ນ, ອິນເດຍ ແລະອົດສຕາລີ (QUAD). ສະຫະລັດອາເມລິກາ, ອັງກິດ ແລະອົດສຕາລີ ໄດ້ປະກາດສ້າງຕັ້ງການຮ່ວມມືດ້ານຄວາມໝັ້ນຄົງສາມຝ່າຍຊື່ວ່າ ອໍກາດສ “AUKUS” ໃນເດືອນກັນຍາ ປີ 2021. AUKUS ແມ່ນພັນທະມິດທາງດ້ານການເມືອງ ແລະແນວທາງການທະ ຫານໃໝ່ທີ່ນໍາໂດຍສະຫະລັດອາເມລິກາ ເພື່ອຮັບໃຊ້ຍຸດທະສາດອິນໂດ-ປາຊີຟິກ ເຊີ່ງມີຈຸດປະສົງເພື່ອກະຕຸ້ນການປະເຊີນໜ້າ ແລະ ການແບ່ງແຍກໃນພາກພື້ນ. ພາຍໃຕ້ຂອບການຮ່ວມ ມື AUKUS, ສາມປະເທດໄດ້ປະກາດຍົກສູງການຮ່ວມມືກ່ຽວກັບເຮືອດຳນ້ຳພະລັງງານນິວເຄຣຍ ເຊິ່ງຖືເປັນບັນຫາໃຫຍ່ ແລະ ມີຄວາມລະອຽດອ່ອນສູງ-ການເຄື່ອນຍ້າຍອຸ ປະກອນນີວເຄຣຍຂັ້ນສູງ. ນີ້ຈະເປັນຄັ້ງທຳອິດນັບແຕ່ສົນ ທິສັນຍາຫ້າມບໍ່ໃຫ້ແພ່ຜາຍອາວຸດນິວເຄຣຍໂດຍສະເພາະແມ່ນການເຄື່ອນຍ້າຍນິວເຄຣຍໄປຍັງປະເທດທີ່ບໍ່ເຄີຍມີມາກ່ອນ.

ທ່ານກ່າວຕື່ມວ່າ: ການຮ່ວມມືຂອງ AUKUS ດ້ວຍການມີເຮືອດໍານໍ້າທີ່ນໍາໃຊ້ພະລັງງານນິວເຄຣຍ ຖືເປັນການລະເມີດພັນທະສາກົນຢ່າງຮ້າຍແຮງ ແລະ ຈະນຳເອົາໄພອັນຕະ ລາຍຫຼາຍຢ່າງມາສູ່ຂົງເຂດທີ່ເຄີຍມີຄວາມສະຫງົບທາງດ້ານການເມືອງ, ທັງເປັນການລະເມີດລະບຽບການທີ່ກໍານົດໄວ້ຢູ່ໃນລັດຖະທຳມະນູນຂອງອົງການພະລັງງານປະລະມານູສາກົນ (IAEA), ສົ່ງຜົນກະທົບຕໍ່ລະບອບການບໍ່ແຜ່ກະຈາຍນິວເຄຣຍຂອງສາກົນ, ທັງທໍາລາຍສະຖຽນລະພາບຍຸດທະສາດ ແລະ ຄວາມດຸ່ນດ່ຽງດ້ານຍຸດທະສາດຂອງໂລກ, ເຮັດໃຫ້ມີການແຂ່ງຂັນດ້ານອາວຸດນິວເຄຣຍເພີ່ມຂຶ້ນ ແລ້ວຈະເປັນໄພຂົ່ມຂູ່ເຖິງສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນອາຊີປາຊີຟິກ.

ໃນກອງປະຊຸມທົບທວນຄືນກ່ຽວກັບສົນທິສັນຍາວ່າດ້ວຍການບໍ່ແພ່ຜາຍອາວຸດນິວເຄຣຍ (NPT ) ຄັ້ງທີ 10 ທີ່ຈະຈັດຂຶ້ນໃນໄວໆນີ້, ຈີນຮຽກຮ້ອງໃຫ້ສະຫະລັດອາເມ ລິກາ, ອັງກິດແລະອົດສະຕຣາລີທົບທວນຄືນຢ່າງຈິງຈັງຕໍ່ຄວາມກັງວົນຂອງປະຊາຄົມໂລກ, ຕ້ອງປະຕິບັດພັນທະຂອງຕົນພາຍໃຕ້ກົດໝາຍສາກົນຢ່າງຈິງຈັງ, ພ້ອມທັງສະ ເໜີໃຫ້ຍົກເລີກການຮ່ວມມືດັ່ງກ່າວເພື່ອຮັກສາຄວາມສະຫງົບຂອງພາກພື້ນ. ຫວັງວ່າບົດລາຍງານສະບັບນີ້ຈະເຮັດປະຊາຄົມໂລກເຂົ້າໃຈສະພາບການຢ່າງຖືກຕ້ອງ ແລະຮອບດ້ານ, ຈາກທັດສະນະທາງວິຊາການກ່ຽວກັບການແພ່ຜາຍນິວເຄຣຍ ແນ່ນອນວ່າສັນຕິພາບ ແລະຄວາມໝັ້ນຄົງຂອງໂລກຈະກັບມາສັ່ນສະເທືອນອີກຄັ້ງໜຶ່ງ.

ສ່ວນ ທ່ານ ປານ ຊີຫລົງ, ປະທານ CINIS ກ່າວວ່າ: ການຮ່ວມມືໃນວຽກງານເຮືອດຳນໍ້າພະລັງງານນິວເຄຣຍໃນຂອບການຮ່ວມມື AUKUS ແມ່ນເປັນການເຄື່ອນຍ້າຍອຸປະກອນທີ່ໃຊ້ຜະລິດອາວຸດນິວເຄຣຍຈາກປະເທດທີ່ມີອາວຸດນິວເຄຣຍໄປສູ່ປະເທດທີ່ບໍ່ມີອາວຸດນິວເຄຣຍຢ່າງຜິດກົດໝາຍເຊີ່ງເປັນການກະທໍາທີ່ເຫັນໄດ້ຢ່າງຈະແຈ້ງຂອງການແຜ່ກະຈາຍນີວເຄຣຍ ເຮັດໃຫ້ເກີດຄວາມວິຕົກກັງວົນ ແລະການວິພາກວິຈານຈາກປະຊາຄົມໂລກ.

ໃນບົດລາຍງານທີ່ຈີນເຜີຍແຜ່ໃນຄັ້ງນີ້ໄດ້ວິເຄາະຄວາມເປັນຈິງກ່ຽວກັບຄວາມສ່ຽງຕໍ່ການແພ່ຜາຍນິວເຄຣຍຂັ້ນຮຸນແຮງ ແລະມີອັນຕະລາຍຫຼາຍຢ່າງທີ່ຈະເກີດຂຶ້ນຈາກການຮ່ວມມືໃນຂອບການຮ່ວມມື AUKUS ທີ່ໄດ້ສະແດງອອກຢ່າງຊັດເຈນໃນການເອົາເຮືອດໍານໍ້າພະລັງງານນິວເຄຣຍເຂົ້າມາໃນພາກພື້ນອາຊີປາຊີຟິກ ແລະຖືເປັນການກະທຳທີ່ໝິ່ນປະໝາດຕໍ່ການຫ້າມແພ່ຜາຍນິວເຄຣຍ ເຊິ່ງກຸ່ມນີ້ມີຈຸດປະສົງເພື່ອແນໃສ່ດ້ານການທະຫານຂອງພາກພື້ນ ແລະອາດຈະເປັນຈຸດເລີ່ມຕົ້ນໃຫ້ອົດສຕາລີຊອກຫາວິທີພັດທະນາອາວຸດນິວເຄຣຍຂຶ້ນມາໃນອະນາຄົດ.

ບົດລາຍງານສະບັບດັ່ງກ່າວຖືເປັນບົດລາຍງານຜົນການວິໄຈສະບັບທໍາອິດທີ່ຈີນເຜີຍແຜ່ກ່ຽວກັບການຮ່ວມມືສ້າງເຮືອດໍານໍ້າພະລັງງານນີວເຄຣຍໃນຂອບການຮ່ວມມື AUKUS ເຊີ່ງປະກອບມີ 8 ບົດ, ລວມມີປະມານ 12.000 ຕົວອັກສອນພາສາຈີນ.
Cr: BT