ກອງສິລະປະກອນສືບຕໍ່ສະຫລອງປີສາມັກຄີ ລາວ-ຫວຽດນາມ ທີ່ເມືອງຮອຍອານ

ໃນວັນທີ 20 ກໍລະກົດທີ່ຜ່ານມາໂດຍໄດ້ຮັບການມອບໝາຍຊີ້ນຳຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວຂອງ ສປປ ລາວ, ກອງສິນລະປະກອນແຫ່ງຊາດ, ກອງກາຍະສິນແຫ່ງຊາດ ແລະກອງລະຄອນແຫ່ງຊາດໄດ້ສືບຕໍ່ດຳເນີນການສະແດງສິລະປະວັນນະຄະດີເພື່ອສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ກໍຄື: ວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຮອບດ້ານ ແບບພິເສດ ລາວ-ຫວຽດນາມ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ຢູ່ເມືອງຮອຍອານ, ແຂວງກວາງນານ ສສ ຫວຽດນາມ ໂດຍມີ ສະຫາຍ ເຈິ່ນ ວັນ ເຕີ່ນ ກຳມະການຄະນະປະຈຳພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ກວາງນາມ, ສະຫາຍ ຫງວຽນ ແທງ ຮົ່ງ ກຳມະການຄະນະພັກແຂວງ, ຫົວໜ້າພະແນກວັດທະນະທຳ, ກີລາ ແລະ ທ່ອງທ່ຽວ ແຂວງກວາງນາມ ແລະ ສະຫາຍ ບົວໄລ ພານຸວົງ ຫົວໜ້າຫ້ອງການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ແລະ ແຂກຖືກເຊີນ, ພ້ອມ ດ້ວຍມວນຊົນຊາວໂຮຍອານເຂົ້າຮ່ວມຊົມຢ່າງຫລວງຫລາຍ ແລະຟົດຟື້ນມ່ວນຊື່ນ.

ໂອກາດນີ້, ສະຫາຍ ບົວໄລ ພານຸວົງ ໄດ້ກ່າວວ່າ: ລາຍການທີ່ນຳມາສະແດງຢູ່ເມືອງຮອຍອານຄັ້ງນີ້ປະກອບມີ: ບົດຟ້ອນເຜົ່າລາວສາມັກຄີ, ຟ້ອນຜ້າລາຍຄາມ, ຟ້ອນມິດຕະພາວ ລາວ-ຫວຽາມ ແລະ ລຳວົງສາມັກຄີ-ບົດ; ສ່ວນເພງປະກອບມີ: ເພງບາກໂຮ່ ໂມດຕິ່ງ ອຽວບາວລາ, ດ່ຽວແຄນ, ເພງລຸງໄກສອນ, ເພງຫວຽດນາມ ເກີຍດານກິຕ່າ ແລະການສະແດງກາຍະສິນ ແລະອື່ນໆ ເຊິ່ງເນື້ອໃນລ້ວນແລ້ວ ແຕ່ສ່ອງແສງໃຫ້ເຫັນເຖິງມູນເຊື້ອສິລະປະວັດທະນະທໍາ ອັນດີງາມຂອງຊາດທັງເປັນເອກະລັກ ຂອງປະຊາຊົນລາວບັນດາເຜົ່າ, ສັນລະເສີນປະເທດຊາດ ທີ່ຮັ່ງມີສວຍງາມ ແລະ ຜົນສໍາເລັດຂອງພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ນອກນັ້ນກໍຍັງມີບົດເພງ, ບົດຟ້ອນທີ່ສັນລະເສີນມູນເຊື້ອຄວາມສາມັກຄີມິດຕະພາບແບບພິເສດ ແລະດູດດື່ມລະຫວ່າງສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ອີກດ້ວຍ.

ໂອກາດດັ່ງກ່າວ, ທ່ານ ວົງໄຊ ບົວພະຈັນ ຜູ້ອຳນວຍການກອງສິລະປະກອນ ແຫ່ງຊາດ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດານັກສະແດງຂອງລາວທີ່ໄດ້ເອົາໃຈໃສ່ ແລະມີຄວາມຮັບຜິດຊອບສູງ ໃນການສະແດງບົດເພງ, ບົດຟ້ອນລວມທັງກາຍະສິນເຮັດໃຫ້ການສະແດງຮັບໃຊ້ມວນຊົນຢູ່ນະຄອນຫລວງຮ່າໂນຍ ແລະເມືອງຮອຍອານ ສສ ຫວຽດນາມ ໄດ້ຮັບຜົນສຳເລັດເປັນທີ່ໜ້າເພິ່ງພໍໃຈ ແລະສ້າງຄວາມສົນໃຈແກ່ຊາວຫວຽດນາມເປັນຢ່າງດີ, ທັງປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍ ມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເຂົ້າສູ່ລວງເລິກ ແລະຍືນຍົງຕະຫລອດໄປ. ຂະນະທີ່, ທ່ານ ນາງ ລົດຈະນາ ອະນຸລັກ ນັກຮ້ອງກອງສິລະປະກອນແຫ່ງຊາດກໍໄດ້ສະແດງຄວາມຮູ້ສຶກພາກພູມໃຈ ທີ່ໄດ້ເຂົ້າຮ່ວມເຄື່ອນໄຫວສະແດງຮັບໃຊ້ງານສັບປະດາວັດທະນະທຳລາວທີ່ ສສ ຫວຽດນາມ ຄັ້ງນີ້ເພື່ອເປັນການສະເຫລີມສະຫລອງສອງວັນປະຫວັດສາດ ລາວ-ຫວຽດນາມ ໃຫ້ມີຄວາມໝາຍເລິກເຊິ່ງ, ທຸກຄົນໃນທີມງານກໍໄດ້ເອົາໃຈໃສ່ໃນການສະແດງທຸກລາຍການດ້ວຍຜົນສຳເລັດອັນຈົບງາມ.
ຂ່າວ-ພາບ: ບຸນກອງ