ສປປ ລາວ ເປັນເຈົ້າພາບຈັດ ກອງປະຊຸມເຈົ້າໜ້າທີ່ອາວຸໂສທ່ອງທ່ຽວອາຊຽນ ຄັ້ງທີ 56

ກອງປະຊຸມເຈົ້າໜ້າທີ່ອາວຸໂສທ່ອງທ່ຽວອາຊຽນ ຄັ້ງທີ 56 ແບບທາງໄກ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 5-6 ກໍລະກົດ 2022 ທີ່ ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ນີວາຢາກີຣີ ອັດຢານີ ຫົວໜ້າຫ້ອງການກະຊວງການທ່ອງທ່ຽວ ແລະເສດຖະກິດປະເທດອິນໂດເນເຊຍ ແລະທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວລາວເປັນຮອງປະທານ.

ກອງປະຊຸມໄດ້ທົບທວນການຈັດຕັ້ງປະຕິບັດແຜນການຮ່ວມມືດ້ານທ່ອງທ່ຽວອາຊຽນ ໃນ 6 ຕົ້ນປີ 2022 ເປັນຕົ້ນ ການແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ ກ່ຽວກັບນະໂຍບາຍການປ້ອງກັນ ແລະ ສະກັ້ນການແພ່ລະບາດພະຍາດໂຄວິດ-19 ທີ່ສົ່ງຜົນກະທົບຕໍ່ການທ່ອງທ່ຽວ, ນະໂຍບາຍການເປີດປະເທດຄືນໃໝ່ເພື່ອຕ້ອນຮັບນັກທ່ອງທ່ຽວແນໃສ່ຮັບປະກັນທາງດ້ານສຸຂະພາບ ແລະຄວາມປອດໄພຂອງນັກທ່ອງທ່ຽວເປັນບັນຫາສໍາຄັນ. ມາຮອດປັດຈຸບັນຫລາຍປະເທດສະມາຊິກອາຊຽນ ໄດ້ມີນະໂຍບາຍ ແລະມາດຕະການຜ່ອນຜັນອໍານວຍຄວາມສະດວກໃຫ້ແກ່ການເດີນທາງທ່ຽວພາຍໃນອາຊຽນ ແລະການເດີນທາງທ່ຽວຂອງນັກທ່ອງທ່ຽວສາກົນ ເຂົ້າ-ອອກປະເທດ.

ຂະແໜງການທ່ອງທ່ຽວອາຊຽນສືບຕໍ່ຮ່ວມກັນຈັດຕັ້ງແຜນປະຕິບັດງານເພື່ອຟື້ນຟູການທ່ອງທ່ຽວທີ່ຖືກຮັບຮອງໃນຕົ້ນປີ 2022 ໃຫ້ເກີດເປັນຮູບປະທໍາໂດຍສົມທົບກັບຂະ ແໜງການທີ່ກ່ຽວຂ້ອງ ລວມທັງຜູ້ປະກອບການທຸລະກິດທ່ອງທ່ຽວ ເພື່ອເຮັດໃຫ້ການທ່ອງ ທ່ຽວກັບຄືນມາສູ່ສະພາບປົກກະຕິ ແລະ ເພື່ອດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວນັບມື້ເພີ່ມຂຶ້ນ. ພ້ອມນີ້ຈະສຸມໃສ່ສ້າງຜະລິດຕະພັນການທ່ອງທ່ຽວທີ່ມີຄວາມຫລາກຫລາຍ, ສົ່ງເສີມວຽກງານໂຄສະນາການຕະຫລາດ, ມາດຕະຖານການທ່ອງທ່ຽວ, ການທ່ອງທ່ຽວເຊື່ອມຈອດ, ຫັນການທ່ອງທ່ຽວທາງດ້ານດີຈິຕອນເພື່ອໃຫ້ນັກທ່ອງທ່ຽວມີຄວາມສະດວກໃນການເຂົ້າເຖິງຂໍ້ມູນຂ່າວສານ. ນອກນີ້, ຂະແໜງການທ່ອງທ່ຽວຈະສືບຕໍ່ຮ່ວມມືກັບບັນປະເທດຄູ່ເຈລະຈາ ແລະການຮ່ວມກັບບັນດາອົງການຈັດຕັ້ງສາກົນ ແນໃສ່ເຮັດໃຫ້ການທ່ອງທ່ຽວອາຊຽນ ມີຄວາມເຂັ້ມແຂງ ແລະສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການເດີນທາງທ່ອງທ່ຽວໄປ-ມາຫາສູ່ກັນ ມີຄວາມສະດວກຫລາຍຂຶ້ນ.

ໃນຕົ້ນປີ 2022, ລັດຖະບານລາວໄດ້ມີນະໂຍບາຍເປີດການທ່ອງທ່ຽວໃນຮູບແບບເຂດການທ່ອງທ່ຽວສີຂຽວໂດຍໃຫ້ມີການບໍລິການຂອງບໍລິສັດທ່ອງທ່ຽວຂອງລາວເຮົາ, ແລະໄດ້ປະກາດເປີດປະເທດເຕັມຮູບແບບຢ່າງເປັນທາງການໃນເດືອນພຶດສະພາ 2022 ຜ່ານມາ. ໃນໄລຍະໄຕມາດທຳອິດຂອງປີ 2022 ນີ້, ສາມາດຕ້ອນຮັບນັກທ່ອງທ່ຽວພາຍໃນຫລາຍກວ່າ 626.825 ເທື່ອຄົນ ແລະນັກທ່ອງທ່ຽວສາກົນ 35.980 ເທື່ອຄົນ ແລະຄາດວ່າໃນທ້າຍປີນີ້ຈະມີນັກທ່ອງທ່ຽວສາກົນມາທ່ຽວລາວນັບມື້ເພີ່ມຂຶ້ນ.